ຊົມເຊີຍ ພົທ ວິໄລ ຫຼ້າຄຳຟອງ ໄດ້ຮັບເລືອກເປັນເລຂາຄະນະພັກກະຊວງປ້ອງກັນຄວາມສະຫງົບ

263

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ສຳເລັດລົງໃນວັນທີ 10 ກັນຍາ 2020 ພາຍຫຼັງທີ່ດຳເນີນເປັນເວລາ 1 ວັນເຄິ່ງ ໂດຍການເປັນປະທານຂອງ ທ່ານ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນ ກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປກສ ໂດຍການເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ.

ກອງປະຊຸມໃຫຍ່ຜູ້ແທນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ສະເໜີໂດຍທ່ານ ພົທ ວິໄລ ຫຼ້າຄຳຟອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ IV ສະເໜີໂດຍ ທ່ານ ພົຕ ກົງທອງ ພົງວິຈິດ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຫຼັງຈາກນັ້ນ, ປະທານກອງປະຊຸມສະເໜີໃຫ້ຜູ້ຕາງໜ້າໃນຂົງເຂດວຽກງານວິຊາສະເພາະ ຂຶ້ນປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງ ຢ່າງກົງ ໄປ-ກົງມາ ແລະ ມີເນື້ອໃນໜັກແໜ້ນຄົບຖ້ວນ ຈາກນັ້ນ ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ ຄັ້ງທີ V.

ກອງປະຊຸມໃຫຍ່ ບັນດາຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ຈຳນວນ 27 ສະຫາຍ ໃນຈຳນວນຜູ້ລົງສະໝັກ 31 ສະຫາຍເພື່ອເປັນຫຼັກແຫຼ່ງນຳພາຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ V ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນກຳລັງປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເອກະພາບເລືອກເອົາ ທ່ານ ພົທ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ, ທ່ານ ພົຕ ກົງທອງ ພົງວິຈິດ ເປັນຮອງເລຂາຄະນະພັກ, ທ່ານ ພົຕ ວັນທອງ ກອງມະນີ ເປັນຮອງເລຂາຄະນະພັກ, ທ່ານ ພົຕ ປອ ທອງເຫຼັກ ມັງໜໍ່ເມັກ ເປັນປະທານກວດກາ, ທ່ານ ພັອ ຄຳຜາສິດ ບົງມູນທອງ ເປັນຮອງປະທານກວດກາພັກ, ທ່ານ ພັອ ພູທອນ ວົງພະໄຕ ເປັນຮອງປະທານກວດກາພັກ, ທ່ານ ພັອ ບຸນລຽນ ສີສະອາດ ເປັນຮອງປະທານກວດກາພັກ; ເປັນເອກະສັນເລືອກເອົາຄະນະປະຈຳພັກກະຊວງ 9 ທ່ານ; ພ້ອມທັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ຈໍານວນ 15 ທ່ານ, ສຳຮອງ 3 ທ່ານ ໄປຮ່ວມກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງສູນກາງພັກ.

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍໄດ້ຍົກຫຼາຍບັນຫາທີ່ມີເນື້ອໃນສຳຄັນເລິກເຊິ່ງ ໂດຍເນັ້ນໃຫ້ຄະນະບໍລິຫານງານພັກກະຊວງ ປກສ ລວມທັງຄະນະພັກແຕ່ລະຂັ້ນ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມແນວຄິດດ້ວຍຫຼາຍຮູບຫຼາຍສີ, ເຮັດໃຫ້ນາຍແລະພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບຍຶດໝັ້ນອຸດົມການສັງຄົມນິຍົມ, ມີຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດແລະຕໍ່ປະຊາຊົນຢ່າງບໍ່ມີເງື່ອນໄຂ ຄຽງຄູ່ກັນນັ້ນກໍຕ້ອງເພີ່ມທະວີຄວາມສາມັກຄີກັນພາຍໃນໃຫ້ແໜ້ນແຟ້ນ ປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ແຕ່ລະໄລຍະ.

ຂອບໃຈຂ່າວຈາກ: Lao National Radio