ເຄິ່ງປີ ອຸດົມໄຊເກັບລາຍຮັບໄດ້ 50 ຕື້ກວ່າກີບ

156

ແຂວງອຸດົມໄຊ ໄດ້ຮັບຕົວເລກເກັບລາຍຮັບປີ 2020 ທັງໝົດ 164,29 ຕື້ກີບ; ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ບັນລຸໄດ້ 51 ຕື້ກວ່າກີບ ທຽບໃສ່ແຜນດັດແກ້ປະຕິບັດໄດ້ 31,16%.

ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ໄດ້ລາຍງານໃນກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດແຜນລາຍຮັບ – ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ, ແຜນດັດແກ້ 6 ເດືອນທ້າຍປີ 2020 ແລະ ທິດທາງການສ້າງແຜນລາຍຮັບ – ລາຍຈ່າຍປີ 2021 ຂອງແຂວງ ວ່າ: ໂດຍລວມການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ໃນປີ 2020 ອີງຕາມແຜນການດັດແກ້ລາຍຮັບງົບປະມານທີ່ກະຊວງການເງິນມອບໝາຍໃຫ້ທັງໝົດ 164,29 ຕື້ກີບ ເຊິ່ງເປັນແຜນດັດແກ້ເພີ່ມຂຶ້ນ 8,29 ຕື້ກີບ ຈາກແຜນເບື້ອງຕົ້ນພຽງແຕ່ 156 ຕື້ກີບ.

ໃນນີ້, ແຜນລາຍຮັບພາສີ 42 ຕື້ກວ່າກີບ ເພີ່ມຂຶ້ນ 25 ຕື້ກວ່າກີບ ຈາກແຜນເບື້ອງຕົ້ນ 17 ຕື້ກີບ; ແຜນລາຍຮັບສ່ວຍສາອາກອນ 107 ຕື້ກີບ ຫຼຸດລົງ 25 ຕື້ກີບ ຈາກແຜນເບື້ອງຕົ້ນ 132 ຕື້ກີບ; ແຜນລາຍຮັບຄຸ້ມຄອງຊັບສິນຂອງລັດ 15,2 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບ 6 ເດືອນຕົ້ນປີ ໃນທ່າມກາງສະພາບເສດຖະກິດທີ່ຖືກຜົນກະທົບຈາກໄພທໍາມະຊາດ, ພະຍາດສັດລະບາດ ແລະ ພະຍາດໂຄວິດ – 19 ເຮັດໃຫ້ການຈັດເກັບລາຍຮັບທັງໝົດ 51,19 ຕື້ກີບ ທຽບໃສ່ແຜນດັດແກ້ປະຕິບັດໄດ້ 31,16%.

ແນວໃດກໍຕາມ, ໃນການຈັດຕັ້ງແຜນງົບປະມານແຫ່ງລັດໃນ 6 ເດືອນທ້າຍປີ ຕ້ອງໄດ້ເອົາໃຈໃສ່ເກັບລາຍຮັບໃຫ້ໄດ້ຕາມແຜນທີ່ສະພາປະຊາຊົນແຂວງຮັບຮອງ; ຄຸ້ມຄອງລາຍຈ່າຍຢ່າງຮັດກຸມ, ປະຢັດ, ຖືກເປົ້າໝາຍ ແລະ ມີປະສິດທິຜົນ ເພື່ອໃຫ້ບັນລຸຕາມຕົວເລກຄາດໝາຍ ໂດຍສຸມໃສ່ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດທີ່ມີໜີ້ຄ້າງມອບ ເພື່ອເກັບລາຍຮັບເຂົ້າງົບປະມານໄດ້ຢ່າງຄົບຖ້ວນ; ສືບຕໍ່ເກັບກຳຂໍ້ມູນ ແລະ ຂຸດຄົ້ນລາຍຮັບທີ່ຍັງບົ່ມຊ້ອນໃຫ້ມີຄວາມຊັດເຈນ; ເອົາໃຈໃສ່ຊຸກຍູ້ເຄື່ອນໄຫວເກັບລາຍຮັບຢູ່ອ້ອມຂ້າງແຂວງ ແລະ ເມືອງ ໂດຍເຜີຍແຜ່ສົ່ງເສີມໃຫ້ຫົວໜ່ວຍທຸລະກິດຜູ້ປະກອບການແຈ້ງ – ມອບພັນທະຜ່ານລະບົບທັນສະໄໝໃຫ້ຫຼາຍຂຶ້ນ.

ຄຽງຄູ່ກັນນັ້ນ, ກໍໄດ້ຕິດຕາມ – ກວດກາ ແລະ ສະກັດກັ້ນການເຄື່ອນໄຫວຄ້າຂາຍທີ່ບໍ່ຖືກຕ້ອງສອດຄ່ອງຕາມ ລະບຽບກົດໝາຍ, ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນຖືບັນຊີໃຫ້ມີການລາຍງານທີ່ຖືກຕ້ອງຕາມລະບຽບກົດໝາຍ; ເພີ່ມທະວີການເຄື່ອນໄຫວວຽກງານກວດກາໃຫ້ຫຼາຍຂຶ້ນ ເພື່ອສະກັດກັ້ນການສໍ້ລາດບັງຫຼວງໃນຂະແໜງການເງິນ, ມີວິໄນການເງິນທີ່ເຂັ້ມງວດ ແລະ ມີຄວາມໂປ່ງໃສ.

ພິທີດັ່ງກ່າວມີຂຶ້ນໃນວັນທີ 26 ສິງຫາ 2020 ຜ່ານມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະກົມ, ຄະນະພະແນກ, ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມ – ກວດກາການຈັດຕັ້ງປະຕິບັດງົບປະມານຢູ່ແຂວງອຸດົມໄຊ.