ທ່ານນາຍົກລັດຖະມົນຕີຢ້ຽມຢາມໂຮງງານຊີມັງຄອນຈ໌ ທີ່ຫຼວງພະບາງ

190

ວັນທີ 6 ກັນຍາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມໂຮງງານຊີມັງຄອນຈ໌ ທີ່ຫຼວງພະບາງເຊິ່ງເປັນບໍລິສັດ ຜະລິດຊີມັງຍີ່ຫໍ້ດຽວ ໃຫຍ່ທີ່ສຸດໃນໂລກ, ໂດຍມີຫຼາຍກ່ວາ 100 ບລິສັດຍ່ອຍ ແຈກຢາຍຢູູ່ 21 ແຂວງ, ເທດສະບານ ແລະເຂດປົກຄອງຕົນເອງໃນປະເທດຈີນ, ອີນໂດເນເຊຍ, ມຽນມາ, ລາວ, ກຳປູເຈຍ, ຣັດເຊຍ ແລະອື່ນໆ.

ສຳລັບບໍລິສັດຊີມັງຄອນຈ໌ ຫຼວງພະບາງຈຳກັດ ເປັນບໍລິສັດຂະໜາດໃຫຍ່ແຫ່ງໜື່ງ ທີ່ຕອບສະໜອງຄວາມຕ້ອງການນະໂຍບາຍ ໜື່ງແລວທາງ ໜື່ງເສັ້ນທາງ ແລະປະຕິບັດຍຸດທະສາດ ການພັດທະນາສາກົນຂອງລັດຖະບານຈີນ ເຊີ່ງເປັນບໍລິສັດໃໝ່ຂອງປະເທດລາວທີ່ລົງທືນໂດຍ ບໍລິສັດຄອນຈ໌ ກຣຸບຈຳກັດ ຮ່ວມກັບບໍລິສັດ ກຣິດຕະພົງກຣຸບ ຈຳກັດ ຕັ້ງຢູ່ ບ້ານຜາແດງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ.

ບໍລິສັດມີແຜນຈະສ້າງສາຍຜະລິດ ຊີມັງກະລີງເກີ້ ສອງສາຍລະບົບໂມ້ຫີນປູູນໂດຍວິທີແຫ້ງແບບໃໝ່ ກຳລັງຜະລິດ 2.500 ໂຕນຕໍ່ໍເດືອນ ໃນອະນາຄົດ, ເຊີ່ງຈະໃຊ້ເຕັກໂນໂລຢີ ລວມທັງອຸປະກອນ ທີ່ທັນສະໄໝ ແລະກ້າວໜ້າທີ່ສຸດ ຕາມມາດຕະຖານສາກົນ, ຖືສຳຄັນແນວຄວາມຄິດ ອານຸລັກສີ່ງແວດລ້ອມ, ເພື່ອສະໜອງຜະລິດຕະພັນທີ່ດີທີ່ສຸດ ສ້າງຄວາມສວຍສົດ ງົດງາມຂອງ ສປປ ລາວ.

ໂອກາດຢ້ຽມຢາມຄັ້ງນີ້ ທ່ານນາຍົກລັດຖະມົນຕີ ໄດ້ສົນທະນາ ແລກປ່ຽນຄຳເຫັນຮ່ວມກັບຜູ້ບໍລິຫານໂຮງງານ ແລະທ່ຽວຊົມສະຖານທີ່ຜະລິດຊີມັງບາງຈຸດຕື່ມອີກ.