ເປີດໂຄງການຜະລິດກະສິກໍາແບບຍືນຍົງ ກຸ່ມຜະລິດບ້ານດອນເງິນ

121

ວັນທີ 29 ສິງຫາ 2020 ນີ້ ທີ່ຫ້ອງປະຊຸມບ້ານດອນເງິນ ໄດ້ເປີດໂຄງການຜະລິດກະສິກໍາແບບຍືນຍົງ ກຸ່ມຜະລິດກະສິກໍາບ້ານດອນເງິນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍນາຍບ້ານອໍານາດການປົກຄອງເຂົ້າຮ່ວມ.

ທ່ານ ນາງ ຄໍາດີ ທໍາມະວົງ ນາຍບ້ານດອນເງິນ ໄດ້ກ່າວວ່າ: ບ້ານດອນເງິນ ແມ່ນຕັ້ງຢູ່ໃນເທສະບານເມືອງໄຊຍະບູລີ ປະກອບມີ 5 ໜ່ວຍງານ, ມີ 15 ຕໍາແໜ່ງງານຂອງບ້ານ, ມີ 24 ໜ່ວຍຜະລິດ, ມີ 287 ຄອບຄົວ, 299 ຫຼັງຄາເຮືອນ, ພົນລະເມືອງທັງໝົດ 1.381 ຄົນ ຍິງ 686 ຄົນ, ປະກອບມີ 8 ເຜົ່າ.

ບ້ານດອນເງິນ ໄດ້ສ້າງຕັ້ງກຸ່ມຜະລິດກະສິກໍາແບບຍືນຍົງຂຶ້ນ ໂດຍເອົາຄອບຄົວທີ່ມີເງື່ອນໄຂ ແລະ ສະໝັກ ຈໍານວນ 10 ຄອບຄົວ, ໄດ້ຂໍທຶນສະໜັບສະໜູນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ( ແຜນງານກອງທຶນຂະໜາດນ້ອຍ ) ໃນມູນຄ່າ 222 ລ້ານກີບ, ຊ່ວຍເຫຼືອລ້າກໍານົດ 18 ເດືອນ ແຕ່ປີ 2020 – 2021 ຈະອະນຸມັດເງິນໃຫ້ເປັນ 3 ງວດ ໂຄງການນີ້ມີ 3 ກິດຈະກໍາຫຼັກ ຄື: ການລ້ຽງປາມີ 4 ຄອບຄົວ, ມີ 6 ໜອງ, ເນື້ອທີ່ 0,6 ເຮັກຕາ, ປູກຫຍ້າລ້ຽງສັດມີ 10 ຄອບຄົວ, ເນື້ອທີ່ 20 ເຮັກຕາ, ປູກເຂົ້າມີ 6 ຄອບຄົວ, ມີເນື້ອທີ່ 6 ເຮັກຕາ.

ພ້ອມນີ້, ບັນດາກຸ່ມຜະລິດກະສິກໍາແບບຍືນຍົງຍັງໄດ້ຍົກລະດັບເຕັກນິກວິຊາການດ້ານການຜະລິດກະສິກໍາແບບສະອາດຍືນຍົງເປັນຕົ້ນການປູກ, ການລ້ຽງ ເຊັ່ນ: ລ້ຽງງົວ, ຄວາຍ, ແບ້, ປາ. ການປູກເຂົ້ານໍາໃຊ້ເຕັກນິກແບບທັນສະໄໝ, ການລ້ອມຮົ້ວ ແລະ ການສະໜອງອຸປະກອນຕ່າງໆ ກ່ຽວກັບການປູກ – ການລ້ຽງຂອງຄອບຄົວ.