ອຸຍນີເຊັບ ຊີ້ເດັກນ້ອຍ 400 ກວ່າລ້ານຄົນ ບໍ່ສາມາດເຂົ້າເຖິງການຮຽນທາງໄກໄດ້

135

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຈາກຜົນການສຶກສາຂອງອົງການອຸຍນີເຊັບ ທີ່ເປີດເຜີຍເມື່ອວັນທີ 26 ສິງຫາຜ່ານມາ ໃຫ້ຮູ້ວ່າ: ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຫຼາຍປະເທດອອກມາດຕະການປິດປະເທດ ສົ່ງຜົນໃຫ້ໂຮງຮຽນ ແລະ ສະຖາບັນການສຶກສາຫຼາຍແຫ່ງທົ່ວໂລກ ຕ້ອງປິດການຮຽນ – ການສອນໃນຫ້ອງຮຽນ ແລ້ວມານຳໃຊ້ການຮຽນແບບທາງໄກ ຫຼື ຮຽນແບບອອນລາຍ ເຮັດໃຫ້ເດັກນ້ອຍນັກຮຽນ 1 ໃນ 3 ຂອງເດັກນ້ອຍທົ່ວໂລກ ຫຼື ປະມານ 463 ລ້ານຄົນ ບໍ່ສາມາດເຂົ້າເຖິງການຮຽນລະບົບດັ່ງກ່າວໄດ້.

ລາຍງານລະບຸວ່າ: ເດັກນ້ອຍປະມານ 463 ລ້ານຄົນ ຈາກທົ່ວໂລກບໍ່ມີອຸປະກອນເອເລັກໂຕຣນິກ ລວມທັງບໍ່ສາມາດເຂົ້າເຖິງສັນຍານອິນເຕີເນັດ ຈຶ່ງບໍ່ສາມາດຮຽນທາງໄກໄດ້; ໃນຂະນະທີ່ອົງການສະຫະປະຊາຊາດປະເມີນວ່າ ເດັກນ້ອຍປະມານ 1.500 ລ້ານຄົນ ຈາກທົ່ວໂລກໄດ້ຮັບຜົນກະທົບຈາກມາດຕະການປ້ອງກັນໂຄວິດ – 19 ຂອງລັດຖະບານ ຈຳເປັນຕ້ອງໄດ້ປິດການຮຽນ – ການສອນໃນຫ້ອງຮຽນ.

ບົດລາຍງານຂອງອຸຍນີເຊັບ ໄດ້ສຶກສາການເຂົ້າເຖິງອິນເຕີເນັດ, ໂທລະພາບ ແລະ ວິທະຍຸ 100 ກວ່າປະເທດທົ່ວໂລກ ໂດຍຊີ້ໃຫ້ເຫັນເຖິງ ຄວາມແຕກຕ່າງໃນການເຂົ້າເຖິງການສຶກສາລະບົບທາງໄກຂອງເດັກນ້ອຍເຍົາວະຊົນ ໂດຍທະວີເອີຣົບໄດ້ຮັບຜົນກະທົບໜ້ອຍກວ່າທະວີບອາຟຣິກກາ ແລະ ພື້ນທີ່ບາງສ່ວນຂອງທະວີບອາຊີ. ແນວໃດກໍຕາມ, ເຖິງວ່າຈະເຂົ້າເຖິງລະບົບດັ່ງກ່າວໄດ້ ແຕ່ກໍປະເຊີນກັບສະພາບແວດລ້ອມຕ່າງໆນາໆ ເປັນຕົ້ນແມ່ນການເຮັດວຽກຢ່າງອື່ນທີ່ຜູ້ປົກຄອງຕ້ອງການໃຊ້ວຽກ.

ຜົນການສຶກສາ ຊີ້ໃຫ້ເຫັນວ່າ: ເດັກນ້ອຍທົ່ວໂລກທີ່ບໍ່ສາມາດເຂົ້າເຖິງການສຶກສາທາງໄກໄດ້ ຢູ່ໃນທະວີບອາຟຣິກກາຕາເວັນອອກ ແລະ ຕອນໃຕ້ ມີປະມານ 67 ລ້ານຄົນ, ພາກຕາເວັນອອກ ແລະ ພາກກາງ 54 ລ້ານຄົນ, ອາຊີຕາເວັນອອກ ແລະ ປາຊີຟິກ 80 ລ້ານຄົນ, ຕາເວັນອອກກາງ ແລະ ອາຟຣິກກາເໜືອ 37 ລ້ານຄົນ, ອາຊີໃຕ້ 147 ລ້ານຄົນ, ອາເມຣິກາລາຕິນ ແລະ ພາກອື່ນໆ 13 ລ້ານຄົນ.