ທ່ຽວຕາດສີດາ ຊົມທຳມະຊາດທີ່ສວຍງາມໃນລະດູຝົນ

248

ຕາດສີດາ ເປັນສະຖານທີ່ທ່ອງທ່ຽວສໍາຄັນອີກແຫ່ງໜຶ່ງຂອງເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ. ຫາກທ່ານເດີນທາງຈາກນະຄອນປາເຊ ໄປຕາມເສັ້ນທາງເລກທີ 13 ໃຕ້ ດ້ວຍລົດເມ, ລົດສອງແຖວ ຫຼື ລົດສ່ວນຕົວ. ພໍຮອດກິໂລແມັດທີ 11 ທ່ານຈະເຫັນປ້າຍທີ່ຂຽນຕົວໜັງສືໂຕບັກໃຫຍ່ດ້ວຍການແຕ້ມພາບທຳມະຊາດອັນສວຍງາມຂອງຕາດໃສ່ວ່າ “ ເຊີນທ່ຽວຊົມທຳມະຊາດຕາດສີດາ ບ້ານທົ່ງອຸດົມ ແລະ ແວ່ຊົມສວນນົກກະຈອກເທບ ” ເພິ່ນວ່າຊັ້ນເດ!.


ສຳລັບເສັ້ນທາງເຂົ້າ ສູ່ຕາດ ເປັນທາງປູຢາງ ຄວາມຍາວປະມານ 9 ກິໂລແມັດ ເມື່ອໄປຮອດທາງເຂົ້າແລ້ວທ່ານຈະໄດ້ເສຍຄ່າຜ່ານປະຕູເຂົ້າຊົມຜູ້ລະ 2.000 ກີບ ພຽງເທົ່ານີ້ທ່ານກໍສາມາດທ່ຽວຊົມໄດ້ທຸກຈຸດທຸກແຈຕາມອັດທະຍາໄສ ເມື່ອທ່ານໄປຮອດແລ້ວລອງກວາດສາຍເບິ່ງໄປໃນບໍລິເວນອ້ອມຮອບຂອງຕາດ ເຊິ່ງທຳອິດຫຼຽວແຕ່ເທິງລົງໄປທາງລຸ່ມຄືຈັ່ງວ່າບໍ່ຄັກປານໃດ? ແຕ່ເມື່ອທ່ານລົງໄປຮອດບ່ອນຕາດແລ້ວຫຼຽວຂຶ້ນເທິງ ຮັບຮອງວ່າທ່ານຕ້ອງຕະລຶງແນ່ນອນ ເພາະຕົ້ນໄມ້ນ້ອຍ – ໃຫຍ່ປົກຄຸມເອົາກ້ອນຫີນໄປທົ່ວທຸກສາລະທິດຂຽວສະອຸ່ມງາມຕາ, ບັນ¬ດາຜູ້ຄົນທີ່ໄປທ່ຽວກໍນັ່ງກັນເປັນຈຸ້ມ ຫຼື ປູສາດນັ່ງພັກຜ່ອນຕາມຮົ່ມໄມ້ທີ່ເຫັນວ່າເໝາະສົມ ແລະ ຢູ່ໃກ້ໆກັບນ້ຳຕົກຍັງມີຮ້ານຄ້າ, ຮ້ານຂາຍເຄື່ອງນ້ອຍ – ໃຫຍ່ທີ່ເພິ່ນໄດ້ຈັດວາງໄວ້ຕ້ອນຮັບ¬ແຂກໄປທ່ຽວໄດ້ພັກຜ່ອນຢ່ອນກາຍຕາມຄວາມມັກຂອງໃຜລາວ.

ເປັນຕາມ່ວນຂີ່ລົດຖີບໄປເປັນທີມ

ຕາດສີດາ ເປັນຕາດທີ່ສວຍງາມຖ້າເຮົາໄປຢືນໃກ້ໆແລ້ວແນມຂຶ້ນເມືອເທິງຄວາມສູງຂອງຕາດແບບເນີນໆຂຶ້ນໄປເທິງປະມານ 80 ແມັດ, ສັງເກດມັນຈະມີສາຍນ້ຳຫຼາຍຮ່ອມໄຫຼລົງມາທາງຂ້າງລຸ່ມເປັນອ່າງນ້ຳ, ກະແສນ້ຳຕົກລົງມາປະທະກັບກ້ອນຫີນເຮັດໃຫ້ເກີດເປັນອາຍຄວັນກຸ້ມເປັນບາດໆ ຊວນໃຫ້ທ່ານທີ່ໄດ້ເຫັນແລ້ວອົດໃຈບໍ່ໄຫວຢາກລົງອາບນ້ຳ ເພາະເດີນທາງມາໄກບວກກັບອາກາດຮ້ອນແດ່ເຮັດໃຫ້ຄິດເຖິງຄວາມເຢັນສະບາຍ. ແຕ່ປາກົດວ່າໄລຍະລະດູແລ້ງນ້ຳຈະໜ້ອຍກວ່າລະດູຝົນ ແລະ ຖ້າສັງເກດຢູ່ຕາມແຄມຕາດຈະມີຕົ້ນໄຜ່ຢືນລຽງຊ້າຍລ້າຍ ເປັນການເພີ່ມສີສັນຄວາມເປັນທຳມະຊາດໃຫ້ກັບຕາດແຫ່ງນີ້ຕື່ມອີກ.


ທ່ານ ຄຳແກ້ວ ສຸວັນນະພິມ ນາຍບ້ານທົ່ງອຸດົມ ບອກກັບທີມງານພວກເຮົາວ່າ: ຕາດສີດາແຫ່ງນີ້ໄດ້ຮັບການບູລະນະຄືນໃໝ່ໃນປີ 2006 ເປັນຕົ້ນມາ ສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ຽວຊົມທີ່ມີຊື່ສຽງອີກແຫ່ງໜຶ່ງຂອງເມືອງບາຈຽງ ເພາະເປັນການທ່ອງທ່ຽວໂດຍປະຊາຊົນມີສ່ວນຮ່ວມໃນການປົກປັກຮັກສາທຳມະຊາດຕິດພັນກັບການດຳລົງຊີວິດຂອງປະຊາຊົນເຮັດໃຫ້ເຂົາເຈົ້າມີລາຍຮັບຈາກຂະແໜງທ່ອງທ່ຽວອີກທາງໜຶ່ງ. ຄຽງຄູ່ກັບການປູກພືດກະສິກຳເປັນສິນຄ້າສົ່ງອອກ ເປັນຕົ້ນແມ່ນ: ໝາກນັດ, ກະຜັກກະລໍ່າປີ, ກາເຟ, ສາລີ, ມັນ ແລະ ອື່ນໆ.