ແຊບປາກ ລຳບາກຮ່າງກາຍ ກັບ 3 ອາຫານທຳລາຍສຸຂະພາບ

179

ອາຫານເປັນສິ່ງໜຶ່ງທີ່ເຮົາຕ້ອງໄດ້ຮັບປະທານເຂົ້າໄປໃນຮ່າງກາຍ ແຕ່ອາຫານບາງຢ່າງຮັບປະທານຫຼາຍເກີນໄປກໍຈະສ່ຽງຕໍ່ການເກີດພະຍາດຕ່າງໆຕາມມາ ສະນັ້ນ ມື້ນີ້ເຮົາຈະມາບອກເຖິງຜົນເສຍຂອງອາຫານທີ່ທ່ານອາດຮັບປະທານເຂົ້າໄປໃຫ້ຮູ້ນຳກັນ.

1 ຊີ້ນດາດ ແລະ ອາຫານປີ້ງຍ່າງ

ເມນູສຸດຮິດຂອງສາຍປີ້ງຍ່າງ ຄິດຍັງບໍ່ອອກຄຳຕອບມັກເປັນຊີ້ນດາດ ຊຶ່ງຊີ້ນດາດ ຫຼື ອາຫານປີ້ງຍ່າງเມື່ອກິນເປັນປະຈຳຈະສ່ຽງຕໍ່ການໄດ້ຮັບສານອັນຕະລາຍຈາກການແປຮູບ ລວມໄປເຖິງຊີ້ນແດງອາດເຮັດໃຫ້ຮັບສານໄນໂຕຊາມີ້ນ (nitrosamines) ເຮັດໃຫ້ສ່ຽງຕໍ່ການເກີດມະເຮັງ ບໍ່ວ່າຈະເປັນມະເຮັງຕັບ, ມະເຮັງຫຼອດເລືອດ ແລະ ສານພີເອເອສ ຊຶ່ງສານນີ້ຈະພົບໃນອາຫານທີ່ປີ້ງຍ່າງ ຫຼື ຮົມຄວັນ ຖ້າຫາກກິນເປັນປະຈຳຈະມີໂອກາດສ່ຽງຕໍ່ການເກີດພະຍາດມະເຮັງ ໂດຍສະເພາະມະເຮັງຕັບ ຫາກທ່ານຢາກກິນແທ້ໆ ກໍຄວນຫຼີກລ້ຽງອາຫານທີ່ປີ້ງຈົນໄໝ້ ແລະ ອາຫານກຶ່ງສຸກກຶ່ງດິບ.

2 ແຮມເບີເກີ້

ເປັນອາຫານຈານດ່ວນທີ່ແຊບ ແລະ ກິນງ່າຍ ແຕ່ຄວາມງ່າຍໆ ນັ້ນກໍແຝງດ້ວຍອັນຕະລາຍ ຊຶ່ງສິ່ງທີ່ເຮັດໃຫ້ແຮມເບີເກີ້ຈັດຢູ່ໃນອາຫານທີ່ທຳລາຍສຸກຂະພາບນັ້ນ ເກີດຈາກຂະບວນການນຳຊີ້ນມາປຸງເຮັດໃຫ້ຊີ້ນເນົ່າໄດ້ ຈຶ່ງເກີດເຊື້ອແບັດທີເຣຍຂຶ້ນ ຄົນຈຶ່ງນິຍົມນຳສານເຄມີບາງຊະນິດເຂົ້າມາຊ່ວຍໃນການກຳຈັດຊີ້ນທີ່ມັນເນົ່າໃຫ້ຄົງສະພາບເດີມ ຊຶ່ງສານອາຫານນີ້ເຮັດໃຫ້ເກີດພະຍາດກ່ຽວກັບທາງເດີນອາຫານ ແລະ ອາດກາຍເປັນພະຍາດມະເຮັງໃນອະນາຄົດໄດ້.

3 ນ້ຳອັດລົມ

ນ້ຳອັດລົມເປັນເຄື່ອງດື່ມທີ່ມີບໍ່ຄຸນຄ່າທາງສານອາຫານ ແຕ່ໃຫ້ພະລັງງານ ແລະ ຄວາມອີ່ມແກ່ຮ່າງກາຍຢ່າງວ່ອງໄວ ໃຫ້ພະລັງງານຫຼາຍ ມີນ້ຳຕານເປັນສ່ວນປະກອບສູງ ເຮັດໃຫ້ຜູ້ທີ່ດື່ມເປັນປະຈຳມີນ້ຳຫນັກເພີ່ມຂຶ້ນ ແລະ ຍັງມີກົດ ຊຶ່ງເປັນສ່ວນປະກອບທີ່ເຮັດໃຫ້ນ້ຳອັດລົມມີຟອງຊ້າ ເມື່ອດື່ມເປັນປະຈຳຈະເຮັດໃຫ້ເກີດອາການເຄືອງຕໍ່ລະບົບທາງເດີນອາຫານ, ແຂ້ວແມງ ແລະ ພະຍາດກະດູກພ່ອຍ ສຳລັບເດັກນ້ອຍທີ່ມັກດື່ມນ້ຳອັດລົມກໍຈະເຮັດໃຫ້ນອນບໍ່ຫລັບຕອນກາງຄືນ ແລະ ຫາວນອນຕອນກາງເວັນ.