4 ປະໂຫຍດດີໆ ຂອງ “ນ້ຳໝາກນາວ”

238

1 ນໍ້າໝາກນາວປະສົມນໍ້າເຜິ້ງ ຊ່ວຍຫຼຸດອາການເຈັບຄໍ

ນໍ້າເຜິ້ງແທ້ທີ່ສະອາດ ແລະ ປອດໄພ ບໍ່ມີເຊື້ອໂລກ ຈະມີລິດໃນການຕ້ານເຊື້ອໂລກໄດ້ ດັ່ງນັ້ນການປະສົມດື່ມຮ່ວມກັນກບນໍ້າໝາກນາວທີ່ມີສານແອນຕີ້ອອກຊິເດັນ (ສານຕ້າາອະນຸມູນອິດສະຫຼະ) ຊ່ວຍຫຼຸດອາການອັກເສບໄດ້ ດັ່ງນັ້ນຈຶ່ງສາມາດດື່ມນໍ້າໝາກນາວປະສົມນໍ້າເຜິ້ງເພື່ອຫຼຸດອາການເຈັບຄໍ, ຄໍອັກເສບ, ບວມ, ແດງຮ້ອນທີ່ເກີດໃນຊ່ວງທີ່ເປັນໄຂ້ຫວັດໄດ້.

2 ນໍ້າໝາກນາວ ຫຼຸດອາການເຈັບຫົວ

ມີບາງສູດທີ່ລະບຸໃຫ້ເອົາກາເຟປະສົມນໍ້າໝາກນາວ ຫຼື ຝານໝາກນາວລົງໄປ ເພື່ອຊ່ວຍຫຼຸດອາການເຈັບຫົວທົ່ວໄປ ລວມເຖິງອາກາາເຈັບຫົວຈາກພະຍາດໄມເກຣນ ແຕ່ຄວາມຈິງແລ້ວ ຄາເຟອີນໃນກາເຟອາດເຮັດໃຫ້ເຈັບຫົວໄດ້ຫຼາຍກວ່າ ດັ່ງນັ້ນຫາກຢາກດື່ມນໍ້າໝາກນາວເພື່ອຫຼຸດອາການເຈັບຫົວ ບໍ່ຄວນປະສົມກັບກາເຟ ຫາກດື່ມກາເຟໄປແລ້ວ ສາມາດດື່ມນໍ້າໝາກນາວຕາມຫຼັງໄດ້.

3 ນໍ້າໝາກນາວ ຊ່ວຍໃຫ້ຫາຍຈາກໄຂ້ຫວັດໄວຂຶ້ນ

ໃນໝາກໄມ້ທີ່ມີລົຊາດສົ້ມ ຈະມີວິຕາມິນຊີ ໝາກນາວເປັນອາຫານທີ່ມີວິຕາມິນຊີສູງເຊັ່ນກັນ ຊຶ່ງວິຕາມິນຊີມີລິດປ້ອງກັນໄຂ້ຫວັດ ຊ່ວຍໃຫ້ອາການຫວັດຫາຍໄວຍິ່ງຂຶ້ນ ການຮັບປະທານວິຕາມິນຊີໃຫ້ພຽງພໍທຸກມື້ ຊ່ວຍຫຼຸດໄລຍະເວລາໃນການເປັນໄຂ້ຫວັດໄດ້ ເຊັ່ນ ຈາກທີ່ເຄີຍເປັນໄຂ້ຫວັດປີລະ 14 ມື້ ອາດຈະເຫຼືອປີລະ 10-12 ມື້ເປັນຕົ້ນ ແຕ່ຢ່າງໃດກໍຕາມ ບໍ່ຄວນທີ່ໄດ້ຮັບວິຕາມິນຊີເກີນ 2,000 ມິນລິກຣາມຕໍ່ມື້ ເພາະອາດເຮັດໃຫ້ເກີດປັນຫາ ສຸຂະພາບຕາມມາ ເຊັ່ນ: ນິ່ວໃນໄຕ, ປວດຮາກ ແລະ ເຈັບທ້ອງ.

4 ນໍ້າໝາກນາວ ຊ່ວຍຫຼຸດຄວາມສ່ຽງຈາກພະຍາດທີ່ເກີດຈາກການຂາດວິຕາມິນຊີຕ່າງໆ

ບໍ່ວ່າຈະເປັນພະຍາດລັກປິດລັກເປີດ (ເລືອດອອກຕາມຊອກແຂ້ວ) ຜິວຊີດ ບາດຫາຍເຊົາຍາກ ອ່ອນເພຍງ່າຍ ແລະ ປະສິດທິພາບໃນການເຮັດວຽກຂອງລະບົບພູມຄຸ້ມກັນພະຍາດ ການຮັບປະທານນ້ຳໝາກນາວໃນປະລິມານທີ່ເໝາະສົມ ກໍສາມາດຊ່ວຍຫຼຸດຄວາມສ່ຽງໃນການເກີດພະຍາດ ແລະ ອາການເຫຼົ່ານີ້ໄດ້ເຊັ່ນກັນ.