ບົດຮຽນຄອບຄົວຕົວແບບດ້ານການຜະລິດກະສິກຳ ທີ່ຫຼາຍຄົນມັກເບິ່ງຂ້າມ

259

ຖ້າຫາກຈະເວົ້າເຖິງທຸລະກິດຂະໜາດນ້ອຍ ແລະ ກາງ ໃນບ້ານເຮົາຖືວ່າມີທ່າແຮງຫຼາຍສົມຄວນ ໂດຍສະເພາະແມ່ນປະເພດການປູກຝັງ – ລ້ຽງສັດ ທີ່ເປັນໜໍ່ແໜງການຜະລິດຂອງຄົນລາວເຮົາມາແຕ່ດຶກດໍາບັນ; ສໍາລັບທຸລະກິດຄອບຄົວທີ່ພວກເຮົາຈະພາທ່ານຜູ້ອ່ານໄປຮູ້ຈັກ ກໍຄືການປູກຢາງພາລາຈົນກາຍເປັນຄອບຄົວຕົວແບບດ້ານການຜະລິດກະສິກຳຂອງເມືອງ.

ລຸງ ສີຕານ ໄຊຍະວົງສາ ປະຊາຊົນບ້ານຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ໜຶ່ງໃນຄອບຄົວຕົວແບບຜູ້ທີ່ມີຄວາມດຸໝັ່ນບວກກັບຄວາມຕັດສິນໃຈອັນເດັດດ່ຽວໃນການຢຶດຖືເອົາການປູກຢາງພາລາເປັນອາຊີບເສີມຫຼັງເຂົ້າຮັບບຳນານຈົນມີຜົນສຳເລັດຢ່າງໜ້າເພິ່ງພໍໃຈ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ ແລະ ເຮັດໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.

ລຸງ ສີຕານ ໄຊຍະວົງສາ ໄດ້ເລົ່າທີ່ມາທີ່ໄປໃນການມາປູກຢາພາລາເປັນອາຊີບສູ່ຟັງວ່າ: ເມື່ອກ່ອນຄອບຄົວແມ່ນມີອາຊີບເປັນພະນັກງານຢູ່ຖັນແຖວກໍາລັງປ້ອງກັນຊາດ ສັງກັດກອງພົນທີ 5. ພາຍຫຼັງເຂົ້າຮັບບຳນານໃນປີ 2005 ກໍໄດ້ຕັດສິນໃຈຖືເອົາການປູກຢາງພາລາເປັນອາຊີບເສີມ, ໃນເບື້ອງຕົ້ນກໍຄິດຍາກສົມຄວນເພາະບໍ່ມີບົດຮຽນ ຫຼື ປະສົບການ. ແຕ່ຍ້ອນ ຄວາມຕັດສິນໃຈອັນເດັດດ່ຽວ ແລະ ຄວາມມຸ່ງໝັ້ນຂອງຄອບຄົວ ຈຶ່ງໄດ້ລົງມືໃນປີ 2006 ໂດຍປູກຢາງພາລາຢູ່ສວນຂອງຕົນເອງຢູ່ເມືອງບາຈຽງຈະເລີນສຸກ ຫ່າງຈາກເສັ້ນທາງໃຫຍ່ ປະມານ 1 ກິໂລແມັດ ໃນເນື້ອທີ່ປູກທຳອິດແມ່ນ 6 ເຮັກຕາ.

ໃນໄລຍະທຳອິດແມ່ນໄດ້ໄປສອບຖາມນຳຜູ້ທີ່ເຂົາເຈົ້າເຄີຍປູກມາກ່ອນ. ຈາກນັ້ນ, ກໍຊື້ເບ້ຍມາປູກ ແລະ ບົວລະບັດເອງດ້ວຍການລົງທຶນທັງໝົດໃນເວລານັ້ນ 32 ລ້ານກວ່າກີບ. ເບື້ອງຕົ້ນຖືວ່າລຳບາກຫຼາຍ ເນື່ອງຈາກເຮົາບໍ່ມີປະສົບການໃນການເຮັດທຸລະກິດປູກຢາງພາລາມາກ່ອນ ຈຶ່ງຕ້ອງໄດ້ຮຽນຮູ້ເຕັກນິກວິທີການນັບແຕ່ການປູກ, ການບົວລະບັດຮັກສາ, ການເກັບກ່ຽວຜົນຜະລິດ ແລະ ການຈໍາໜ່າຍ.

ຈາກນັ້ນກໍຄ່ອຍໆຂະຫຍາຍເນື້ອທີ່ການປູກໂດຍການຊື້ເນື້ອທີ່ດິນນຳປະຊາຊົນອ້ອມຂ້າງເທື່ອລະໜ້ອຍຈົນມາຮອດປັດຈຸບັນມີເນື້ອທີ່ສວນຢາງທັງໝົດ 33 ເຮັກຕາ. ໃນຕອນທີ່ປູກຢາງພາລາມາຮອດໄລຍະໜຶ່ງ ກໍມີນັກວິຊາການຈາກປະເທດເພື່ອນບ້ານມາໃຫ້ຄວາມຮູ້ກ່ຽວກັບຢາງພາລາ ເພື່ອນໍາໄປໝູນໃຊ້ເຮັດໃຫ້ຖືກວິທີ ເພື່ອໃຫ້ຜົນຜະລິດເພີ່ມຂຶ້ນໃນທຸກໆປີ.

ມາຮອດປີ 2011 ຄອບຄົວ ລຸງ ສີຕານ ໄດ້ເກັບກູ້ຜົນຜະລິດເປັນປີທຳອິດ ໄດ້ຢາງພາລາໄດ້ 3.053 ກິໂລກຣາມ ຂາຍຜົນຜະລິດຢາງໄດ້ 58 ລ້ານກີບ. ຈາກນັ້ນມາກໍມີລາຍຮັບຈາກການຂາຍຢາງພາລາເພີ່ມຂຶ້ນທຸກປີ ຈົນຮອດປັດຈຸບັນສາມາດເກັບກ່ຽວຜົນຜະລິດປີໜຶ່ງໄດ້ປະມານ 1 ແສນກວ່າກິໂລ ແລະ ຄິດເປັນເງິນມູນຄ່າ 540 ລ້ານກວ່າກີບ. ໃນນັ້ນ, ແຕ່ລະປີແມ່ນຫັກຄ່າແຮງງານອອກ ປະມານ 40%.

ທ່ານ ຄຳສ້ອຍ ຈັນທະວົງ ຮອງນາຍບ້ານຫ້ວຍຍາງຄຳ ໃຫ້ທັດສະນະວ່າ: ລຸງ ສີຕານ ເພິ່ນເປັນຜູ້ໜຶ່ງທີ່ປະກອບສ່ວນໃນວຽກງານສຳຄັນຕ່າງໆພາຍໃນບ້ານໂດຍສະເພາະແມ່ນວຽກງານກອງທຶນ, ເປັນທີ່ປຶກສາຫາລືວຽກງານສຳຄັນຕ່າງໆ ແລະ ເປັນແບບເປັນຢ່າງໃຫ້ແກ່ລູກຫຼານພາຍໃນບ້ານ, ຖືວ່າເພິ່ນເປັນຜູ້ໜຶ່ງທີ່ແບ່ງເວລາໄດ້ດີ ເຊິ່ງພະນັກງານອາວຸໂສຜູ້ອື່ນຈະເຮັດໄດ້ຍາກ. ຈາກຜົນງານຂອງເພິ່ນໃນໄລຍະຜ່ານມາ, ລຸງສີຕານ ໄດ້ຖືກຄັດເລືອກໃຫ້ເປັນຄອບຄົວຕົວແບບດ້ານການຜະລິດກະສິກຳ ໂດຍໄດ້ຮັບຫຼຽນໄຊແຮງງານຊັ້ນ I ເຖິງ 2 ສະໄໝ ຄື: ໃນປີ 2011 ແລະ ປີ 2015 ທີ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານພັດທະນາຊົນນະບົດຮອບດ້ານທົ່ວປະເທດທີ່ນະຄອນຫຼວງວຽງຈັນ.