ເອັສເອັມອີ ປະກອບສ່ວນ 80% ໃຫ້ບໍລິສັດຂະໜາດໃຫຍ່ດໍາເນີນທຸລະກິດ

145

ກິດຈະກໍາທາງທຸລະກິດຂອງບໍລິສັດຂະໜາດໃຫຍ່ ກວມ 80% ແມ່ນໄດ້ມາຈາກການປະກອບສ່ວນຂອງ ວນກ. ກົງກັນຂ້າມ ການປະກອບສ່ວນດັ່ງກ່າວນັ້ນສ້າງມູນຄ່າເພີ່ມບໍ່ຫຼາຍ ( Final Output ) ໂດຍສະເລ່ຍແລ້ວມີພຽງແຕ່ 20% ຍ້ອນທຸລະກິດ ວນກ ດັ່ງກ່າວ ສາມາດສະໜອງພຽງແຕ່ວັດຖຸດິບ ແລະ ການບໍລິການຂັ້ນພື້ນຖານເທົ່ານັ້ນ.
ບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍຂອງ ທ່ານ ຈັນຜາສຸກ ວິດາວົງ ຮ່ວມກັບພະແນກຄົ້ນຄວ້ານະໂຍບາຍການຄ້າ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ຜ່ານການສໍາພາດບໍລິສັດໃຫຍ່ທີ່ເປັນຕົວແທນໃຫ້ແກ່ 3 ຂະແໜງການ ຄື: ອຸດສາຫະກໍາປຸງແຕ່ງ, ກະສິກໍາແລະ ການບໍລິການ ກ່ຽວກັບທັດສະນະຂອງພວກເຂົາເຈົ້າຕໍ່ກັບການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ( ວນກ ) ແລະ ມາດຖານເງື່ອນໄຂສໍາຄັນທີ່ເຮັດໃຫ້ບໍລິສັດໃຫຍ່ພິຈາລະນາເລືອກຄູ່ຮ່ວມທຸລະກິດສາມາດສະຫຼຸບໄດ້ ດັ່ງນີ້:


ບໍລິສັດໃຫຍ່ຍອມຮັບວ່າ 80% ຂອງກິດຈະກໍາທາງທຸລະກິດ ແມ່ນໄດ້ມາຈາກການປະກອບສ່ວນຂອງ ວນກ. ກົງກັນຂ້າມ, ການປະກອບສ່ວນດັ່ງກ່າວນັ້ນສ້າງມູນຄ່າເພີ່ມບໍ່ຫຼາຍ ( Final Output ) ໂດຍສະເລ່ຍແລ້ວມີພຽງແຕ່ 20% ຍ້ອນທຸລະກິດ ວນກ ດັ່ງກ່າວ ສາມາດສະໜອງພຽງແຕ່ວັດຖຸດິບ ແລະ ການບໍລິການຂັ້ນພື້ນຖານເທົ່ານັ້ນ.
ອີກສາເຫດໜຶ່ງທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ຄົນລາວເປັນເຈົ້າຂອງ ຍັງບໍ່ເຫັນ ຄວາມສໍາຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການເຂົ້າຮ່ວມກັບບໍລິສັດໃຫຍ່ ຫຼື ບໍລິສັດສາກົນຫຼາຍເທົ່າທີ່ຄວນ. ພ້ອມດຽວກັນນັ້ນ, ເຂົາເຈົ້າຍັງໃຫ້ທັດສະນະອີກວ່າ ທຸລະກິດ ວນກ ອາດຈະບໍ່ໄດ້ຮັບຂໍ້ມູນ – ຂ່າວສານກ່ຽວກັບຄວາມຕ້ອງການຂອງຕະຫຼາດ ເວົ້າລວມ, ເວົ້າສະເພາະແມ່ນຄວາມຕ້ອງການ ແລະ ມາດຕະຖານພື້ນຖານຂອງທຸລະກິດໃຫຍ່ຢ່າງທົ່ວເຖິງເທົ່າທີ່ຄວນ.


ສະຫຼຸບລວມແລ້ວ ບໍລິສັດຂະໜາດໃຫຍ່ເນັ້ນຄວາມສໍາຄັນໃນການພິຈາລະນາທີ່ຈະຊື້ສິນຄ້າ ຫຼື ການບໍລິການນໍາທຸລະກິດ ວນກ ໃດໜຶ່ງຕາມລໍາດັບຄວາມສໍາຄັນ ດັ່ງນີ້:
1). ການກົງຕໍ່ເວລາ ແລະ ຄວາມສະໝ່ຳສະເໝີໃນການສະໜອງສິນຄ້າ ແລະ ບໍລິການ ( Just-in-time ).
2). ລາຄາສົມເຫດສົມຜົນ.
3). ມີການຄວບຄຸມຄຸນນະພາບ.
4). ມາດຕະຖານຂອງສິນຄ້າ ແລະ ການບໍລິການ.
5). ການຜ່ອນຜັນການຊໍາ ລະ ແລະ ການມີສ່ວນຫຼຸດ ( Credit ), ໃນຄວາມເປັນຈິງແລ້ວເງື່ອນໄຂທີ່ບໍລິສັດຂະໜາດໃຫຍ່ຊອກຫາຄູ່ຮ່ວມທຸລະກິດ

ນັ້ນ ເປັນຂໍ້ຈໍາກັດແກ່ທຸລະກິດ ວນກ ຂອງລາວຫຼາຍພໍສົມຄວນ ຖ້າຫາກປາສະຈາກການສະໜັບສະໜູນຊ່ວຍເຫຼືອຈາກພາຍນອກ ແລະ ການສ້າງແຮງຈູງໃຈທີ່ເໝາະສົມໃຫ້ບໍລິສັດຂະໜາດໃຫຍ່ ເພື່ອນໍາໃຊ້ວັດຖຸດິບ ແລະ ການບໍລິການກັບທຸລະກິດພາຍໃນ.
ດັ່ງນັ້ນ, ພາກລັດຄວນມີມາດຕະການຊຸກຍູ້ໂດຍທາງອ້ອມ ຕົວຢ່າງ: ການຫຼຸດອາກອນ, ການອໍານວຍຄວາມສະດວກທາງດ້ານການຄ້າ, ການຜ່ອນຜັນມາດຕະການ ແລະ ນະໂຍບາຍການດໍາເນີນທຸລະກິດຕາມລະບຽບກົດໝາຍຂອງລາວ, ສ້າງກົນໄກປະສານງານລະ ຫວ່າງພາກລັດໃຫ້ສະດວກ ແລະ ວ່ອງໄວຂຶ້ນ.