ແໜມເຂົ້າຈືນ ເມນູອາຫານວ່າງ

134

ເປັນອີກເມນູທີ່ເຮັດກິນກໍ່ແຊບ ເຮັດຂາຍກໍ່ດີ ສາມາດສ້າງລາຍໄດ້ເພີ່ມ ເພາະເມນູນີ້ເປັນເມນູທີ່ກິນໄດ້ເລື່ອຍໆ ແຖມຍັງເຮັດໃຫ້ຢູ່ທ້ອງນຳອີກ ເຮົາມາເບິ່ງສ່ວນປະກອບ ແລະ ວິທີປຸງແຕ່ງໄປພ້ອມກັນເລີຍ.

ສ່ວນປະກອບ: ເຂົ້າຈ້າວຫຸງປະໄວ້ແຮມຄືນ 2 ຖ້ວຍ, ໜັງໝູຕົ້ມສຸກ 1 ຖ້ວຍນ້ອຍ, ແຮມຊະນິດໃດກໍ່ໄດ້ 1 ຖ້ວຍ, ສົ້ມໝູ 2 ຫໍ່, ນ້ຳປາ 1 ບ່ວງ, ນ້ຳຕານ 1 ບ່ວງ, ແປ້ງນົວ 1 ບ່ວງ, ຖົ່ວດິນ 1 ຖ້ວຍນ້ອຍ, ຫອມບົ່ວຈຽວ 1 ຖ້ວຍນອ້ຍ, ໄຂ່ໄກ່ 1 ໜ່ວຍ, ນ້ຳໝາກເຜັດເຜົາ 2 ບ່ວງ, ຫອມແດງຊອຍ 1 ຫົວ, ຫອມປ້ອມຫອມບົ່ວຊອຍ ແລະ ໝາກເຜັດທອດໄວ້ກິນກັບ.

ວິທີເຮັດແໜມເຂົ້າຈືນ

ເອົາເຂົ້າທີ່ຫຸງແລ້ວມາປະສົມໃສ່ໄຂ່, ນ້ຳໝາກເຜັດເຜົາ, ຫອມແດງແລ້ວປັ້ນເປັນກ້ອນມົນໆ ນຳໄປທອດໄຟປານກາງ ປະມານ 7-8 ນາທີ ແລ້ວຕັກອອກປະໄວ້ໃຫ້ເຢັນແລ້ວນຳມາບີບໃຫ້ມຸ່ນປະສົມໃສ່ສ່ວນປະກອບທີ່ກຽມໄວ້ ແລ້ວຊິມລົດຊາດຕາມໃຈມັກ ແລ້ວຈັດແຕ່ງໃສ່ຈານພ້ອມເສີບໄດ້.