“ເຕົາຫູ້” ເມນູສຸຂະພາບດີຕໍ່ຮ່າງກາຍທຸກເພດທຸກໄວ

221

ໜຶ່ງໃນອາຫານທີ່ຂຶ້ນຊື່ເລື່ອງ ດີຕໍ່ສຸຂະພາບ ກໍຄົງຈະໜີບໍ່ພົ້ນຈາກ ເຕົາຫູ້ ທີ່ຫຼາຍໆ ຄົນອາດຈະຄຶດເຖິງອັນດັບທຳອິດ ເພາະເຕົາຫູ້ຂຶ້ນຊື່ວ່າເຕັມໄປດ້ວຍໂປຣຕີນໄຮ້ໄຂມັນທີ່ດີຕໍ່ສຸຂະພາບ ເຮັດໃຫ້ເຕົາຫູ້ເປັນໜຶ່ງໃນສ່ວນປະກອບຂອງເມນູສຸຂະພາບຫຼາກຫຼາຍ ແຕ່ຫຼາຍຄົນທີ່ຍັງບໍ່ຮູ້ຄື ເຕົາຫູ້ມີດີກວ່າການເປັນໂປຣຕີນທີ່ດີຕໍ່ຮ່າງກາຍ ຍັງມີສານອາຫານອີກຫຼາຍຢ່າງທີ່ດີຕໍ່ສຸຂະພາບຂອງທຸກເພດທຸກໄວ ແລະ ລາຄາຍ່ອມເຍົາ.

10 ປະໂຫຍດຂອງເຕົາຫູ້

1 ໂປຣຕີນສູງ ເປັນອາຫານອຸດົມໄປດ້ວຍໂປຣຕີນທີ່ຄົນກິນມັງສາວິລັດ ແລະ ກິນເຈຄວນກິນ ຟອງເຕົາຫູ້ຈະ
ມີໂປຣຕີນຫຼາຍທີ່ສຸດ ຕາມດ້ວຍເຕົາຫູ້ແຂງ ແລະ ເຕົາຫູ້ອ່ອນ.

2 ຊ່ວຍຫຼຸດຄໍເລສເຕີລອລທີ່ບໍ່ດີໃນຮ່າງກາຍ.

3 ຫຼຸດຄວາມສ່ຽງຫຼອດເລືອດຫົວໃຈ.

4 ແຄລໍຣີ້ຕ່ຳໄຂມັນໜ້ອຍ ເໝາະສົມກັບຄົນທີ່ກຳລັງຄວບຄຸມນ້ຳໜັກ.

5 ສານຟິໂຕເຄມິຄັລ ໄດ້ແກ່ ໄອໂຊບລາວັນ ໃນເຕົາຫູ້ ຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດມະເລັງ
ເຊັ່ນ: ມະເລັງເຕົ້ານົມ, ມະເລັງລຳໃສ້ໃຫຍ່, ມະເລັງກະເພາະອາຫານ ຯລຯ.

6 ມີເອສໂຕຣເຈນຊ່ວຍປັບສົມດຸນຂອງຮໍໂມນໃນແມ່ຍິງໄວໝົດປະຈຳເດືອນ.

7 ມີແຄວຊຽມບຳລຸງກະດູກ.

8 ມີສານຕ້ານອະນຸມູນອິດສະຫຼະ ຫຼຸດຄວາມສ່ຽງພະຍາດມະເລັງ.

9 ອຸດົມໄປດ້ວຍວິຕາມິນ ທັງວິຕາມິນ A, B, B1, B6, B12, C, D, E ແລະ ໄນອາຊິນ ເປັນຕົ້ນ.

10 ມີເລຊິທິນ ຊ່ວຍບຳລຸງສະໝອງ ເພີ່ມທັກສະຄວາມຈຳ.

ວິທີເລືອກກິນເຕົາຫູ້ໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ

ຄວນເລືອກກິນເຕົາຫູ້ທີ່ຜ່ານການຕົ້ມ ນຶ້ງ ຫຼາຍກວ່າການຈືນ ແລະ ຖ້າຫາກເລືອກກິນເຕົາຫູ້ໃຫ້ຫຼາກຫຼາຍແບບ ກໍຈະເຮັດໃຫ້ໄດ້ສານອາຫານທີ່ຫຼາຍຂຶ້ນ ເຊັ່ນ: ເຕົາຫູ້ເຫຼືອງ, ເຕົາຫູ້ຂາວ, ເຕົ້າຫູ້ໄຂ່ ເປັນຕົ້ນ.