ປະດິດສະຖານ ຮູບຫລໍ່ພຣະເຈົ້າໄຊຍະເຊດຖາທິຣາດ ຊົງຊ້າງ ທີ່ອະນຸສາວະລີ ອັດຕະປື

169

ພາຍຫລັງ ໄດ້ເຄື່ອນຂະບວນແຫ່ຮູບຫລໍ່ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ພ້ອມດ້ວຍຊ້າງ ແລະ ພຣະພຸດ ທະຮູບ ຈາກວັດພຣະທາດຫລວງ ນະຄອນຫລວງວຽງຈັນ ໃນວັນທີ 27 ກໍລະກົດ 2020 ແລະ ໄດ້ແວ່ພັກຄ້າງຄືນຢູ່ 4 ແຂວງ ຄື: ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຈົນເຖິງແຂວງອັດຕະປືໃນວັນທີ 31 ກໍລະກົດ 2020 ແລະ ໃນວັນທີ 1 ສິງຫາ 2020 ກໍໄດ້ມີພິທີອັງເຊີນ ແລະ ປະດິດສະຖານ ຮູບຫລໍ່ທອງເຫລືອງ ພຣະເຈົ້າໄຊຍະເຊດຖາທິຣາດ ຊົງຊ້າງ ທີ່ອະນຸສາວະລີ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ເປັນທີ່ຮຽບຮ້ອຍຕາມຈຸດປະສົງ.

ຕອນເຊົ້າຂອງວັນທີ 1 ສິງຫາ 2020 ໄດ້ມີພິທີໃສ່ບາດ ຖວາຍສັງຄະຖານ ພຣະສົງ 39 ອົງ ເພື່ອອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຜູ້ຊົງຄຸນງາມຄວາມດີ ຕໍ່ປະເທດຊາດ, ສາສະຫນາ ແລະ ວັດທະນະທຳລາວໃນສະໄຫມກ່ອນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍການນຳແຂວງ ແລະ ມວນຊົນ ຊາວແຂວງອັດຕະປື ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ເລັດ ໄຊຍະພອນ ໄດ້ສະແດງຄວາມພູມໃຈເປັນຢ່າງຍິ່ງ ທີ່ສຳເລັດການປະດິດສະຖານ ຮູບຫລໍ່ທອງ ເຫລືອງ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຢູ່ອະນຸ ສາວະລີແຫ່ງນີ້ ຊຶ່ງຈະເປັນສະຖານທີ່ຊັກກະລະບູຊາ ແລະ ຮຽນຮູ້ ເຖິງປະຫວັດສາດ ຂອງບັນພະບຸລຸດລາວ ໂດຍສະເພາະຄົນຮຸ່ນຫລັງ. ທັງເປັນສະຖານທີ່ທ່ອງທ່ຽວ ປະຫວັດສາດທີ່ສຳຄັນ ຂອງແຂວງອັດຕະປືອີກດ້ວຍ.

ທ່ານ ເລັດ ໄຊຍະພອນ ຍັງໄດ້ສະແດງຄວາມຊາບຊຶ້ງ ຕໍ່ນ້ຳໃຈເຫລື້ອມໃສສັດທາ ຂອງຊາວພຸດທະສາສະນິກະຊົນ ແຂວງອັດຕະປື ກໍຄືບັນດາແຂວງຕ່າງໆ ທີ່ໄດ້ເຂົ້າຮ່ວມສະເຫລີມສະຫລອງ ແລະ ຮ່ວມໂມທະນາທານ ຢ່າງຫລວງຫລາຍ ເຮັດໃຫ້ງານນີ້ ສຳເລັດລົງດ້ວຍດີ.

ແນວໃດກໍຕາມ ພາຍຫລັງອອກພັນສາ ຫລື ປະມານເດືອນ 11 ລາວ ຈະມີພິທີສະເຫລີມສະຫລອງໃຫຍ່ອີກຄັ້ງໜຶ່ງ ຊຶ່ງຈະມີພິທີສົມໂພດ ຈຶ່ງເຊີນຊວນ ຊາວພຸດທະສາສະນິກະຊົນທົ່ວປະເທດ ເຂົ້າຮ່ວມສັດທານຳ ເພື່ອສ້າງບຸນສ້າງກຸສົນຮ່ວມກັນຊາວແຂວງອັດຕະປືອີກຮອບໜຶ່ງ.