ອະດີດນາຍົກລັດຖະມົນຕີມາເລເຊຍຖືກສານຕັດສິນຕັດອິດສະຫຼະພາບ 12 ປີ

142
File - In this May 24, 2018, file photo, former Malaysian Prime Minister Najib Razak gestures as he leaves the Malaysian Anti-Corruption Commission (MACC) Office in Putrajaya, Malaysia. After years of insisting on his innocence, Najib learns his fate this week in his first corruption trial linked to one of the world’s biggest financial scandals - a verdict widely seen as a test for the rule of law five months after a new government took power. July 28, 2020's ruling is being closely watched amid a stunning reversal of fortune for Najib’s Malay party, which returned to office as a key player in the new ruling alliance. (AP Photo/Vincent Thian, File)

ເມື່ອວັນທີ 28 ກໍລະກົດຜ່ານມາ ສານມາເລເຊຍໄດ້ຕັດສິນຕັດອິດສະຫຼະພາບ ທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ເປັນເວລາ 12 ປີ ໃນຄວາມຜິດ 7 ຂໍ້ກ່າວຫາ ໃນຄະດີສໍ້ລາດບັງຫຼວງ ກອງທຶນພັດທະນາມາເລເຊຍ ( 1 MDB ).

ລາຍງານລະບຸວ່າ: ສານສູງມາເລເຊຍໄດ້ສັ່ງຕັດອິດສະຫຼະພາບ ທ່ານ ນາຈິບ ຣາຊັກ ເປັນເວລາ 12 ປີ ໃນຂໍ້ຫາສວຍໃຊ້ອຳນາດໜ້າທີ່ເກີນຂອບເຂດ ແລະ ອີກ 10 ປີ ເປັນຄວາມຜິດໃນຂໍ້ຫາຟອກເງິນ ແລະ ກະທຳຜິດຕໍ່ໜ້າທີ່ຕາມທີ່ໄດ້ມອບໝາຍ ຈົນເປັນເຫດໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນຂອງລັດ ໂດຍຫຼັກເກນການລົງໂທດໃຫ້ນັບເວລາການຕິດຄຸກໄປພ້ອມໆກັນ ໂດຍຖືເອົາໂທດສູງສຸດຄືຕັດອິດສະຫຼະພາບເປັນເວລາ 12 ປີ.

ຜູ້ພິພາກສາສານສູງຂອງນະຄອນຫຼວງກົວລາລຳເປີ ກ່າວວ່າ: ຫຼັງຈາກພິຈາລະນາຈາກພິຍານຫຼັກຖານທັງໝົດໃນຄະດີດັ່ງກ່າວນີ້ແລ້ວ, ໄອຍະການປະສົບຜົນສຳເລັດໃນການພິສູດຫຼັກຖານໃນທຸກຂໍ້ກ່າວຫາ ໂດຍປາສະຈາກຂໍ້ສົງໄສ.
ທ່ານ ນາຈິບ ດຳລົງຕຳແໜ່ງນາຍົກລັດຖະມົນຕີມາເລເຊຍ ແຕ່ປີ 2009 – 2018 ໄດ້ກະທຳຄວາມຜິດທາງອາຍາໃນ 7 ຂໍ້ກ່າວຫາ ກ່ຽວກັບການຟອກເງິນ ແລະ ສວຍໃຊ້ອຳນາດໜ້າທີ່ເກີນຂອບເຂດ ຈາກກໍລະນີຮັບໂອນເງິນ ຈຳນວນ 10 ລ້ານໂດລາສະຫະລັດ ຈາກບໍລິສັດ SRC International ເຊິ່ງເປັນສ່ວນໜຶ່ງຂອງກອງທຶນ 1 MDB ມາເຂົ້າບັນຊີສ່ວນຕົວ.


ແນວໃດກໍຕາມ, ທ່ານ ນາຈິບ ໄດ້ປະຕິເສດທຸກຂໍ້ກ່າວຫາ ແລະ ຍື່ນປະກັນຕົວ ພ້ອມປະກາດວ່າ: ຈະຂໍອຸທອນໃນຄະດີດັ່ງກ່າວ ຈຶ່ງຍັງບໍ່ໄດ້ຕິດຄຸກຈົນກວ່າຄະດີນີ້ຈະສິ້ນສຸດລົງ.


ທ່ານ ນາຈິບ ເປັນຜູ້ນຳມາເລເຊຍຄົນທໍາອິດທີ່ຖືກສານຕັດສິນວ່າມີຄວາມຜິດຖານການສໍ້ລາດບັງຫຼວງ ເຊິ່ງຄະດີທີ່ມີການຕັດສິນຄັ້ງນີ້ເປັນພຽງສ່ວນໜຶ່ງຂອງຂໍ້ກ່າວຫາວ່າລາວມີສ່ວນພົວພັນເຖິງການສໍ້ລາດບັງຫຼວງກອງທຶນ 1 MDB ເຊິ່ງກອງທຶນດັ່ງກ່າວຖືກຍັກຍອກເງິນໄປຈຳນວນ 4.500 ລ້ານໂດລາສະຫະລັດ ຈາກການກວດສອບເສັ້ນທາງການເງິນພົບວ່າ ເງິນສ່ວນໜຶ່ງຖືກນຳໄປຊື້ອະສັງຫາລິມະຊັບຢູ່ຕ່າງປະເທດ, ອີກສ່ວນໜຶ່ງນຳໄປຊື້ເຮືອຢອດມາໃຊ້ສ່ວນຕົວລວມເຖິງຊື້ອັນຍະມະນີຕ່າງໆໃຫ້ຄອບຄົວ.