ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ການປູກໝາກກ້ຽງເປັນສິນຄ້າ

170

ໃນຕົ້ນອາທິດຜ່ານມາ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງຢ້ຽມຢາມເບິ່ງສວນໝາກກ້ຽງ ແລະ ໝາກນາວ ຂອງປະຊາຊົນເຂດບ້ານນາຫອຍ ເມືອງວິລະບູລີ ໂດຍການພາທາງຂອງ ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ. ທ່ານ ໄຊສະຫວາດ ໄຊຍະລາດ ວິຊາການບໍລິສັດໄອເຣິນບາກລາວ ໄດ້ກ່າວໃຫ້ຮູ້ວ່າ: ບໍລິສັດໄອເຣິນບາກ ລາວ ມີບໍລິສັດແມ່ຢູ່ປະເທດໂອຕຣິດ ໄດ້ເລີ່ມມາສົ່ງເສີມໃຫ້ປະຊາຊົນປູກໝາກກ້ຽງ ຢູ່ທີ່ເມືອງວິລະບູລີ ເພື່ອສົ່ງຈຳໜ່າຍໃຫ້ບໍ່ຄຳ ແລະ ຂາຍພາຍໃນເມືອງໃຫ້ພຽງພໍ, ປັດຈຸບັນມີປະຊາຊົນ 7 ບ້ານຂອງເມືອງວິລະບູລີ ທີ່ ປູກໝາກກ້ຽງຂອງບໍລິສັດ ຄື: ບ້ານແກ້ງເກິກ, ນາຫອຍ, ວັງທ່າຄວາຍ, ບຸ່ງຄຳ, ລາດແດງ ໃຫຍ່, ກົກໝາກ ແລະ ບ້ານນ້ຳປາເຄນ ມີທັງໝົດ 54 ຄອບຄົວ ມີເນື້ອທີ່ 76 ເຮັກຕາ ມີຕົ້ນໝາກກ້ຽງ 38.000 ຕົ້ນ.


ສະເພາະບ້ານນາຫອຍ ແມ່ນມີ 34 ຄອບຄົວ ມີ 56 ເຮັກຕາ. ນອກນັ້ນ, ກໍໄດ້ປູກໝາກນາວສັບແຖວກັບໝາກກ້ຽງ ເຊິ່ງມີທັງໝົດ 5.000 ຕົ້ນ. ສຳລັບໝາກກ້ຽງ ປີທີ 3 ກໍສາມາດເກັບຂາຍໄດ້ຈົນເຖິງ 25 ປີ; ໃນປີທີ 3 ໜຶ່ງຕົ້ນຈະສາມາດໃຫ້ຜົນຜະລິດ 12 ຫາ 15 ກິໂລ ແລະ ປີຕໍ່ໆໄປຈະໄດ້ປະມານ 70 ກິໂລ. ສຳລັບການເກັບຜົນຜະລິດຂາຍໃນປີຜ່ານມາ ປະຕິບັດໄດ້ທັງໝົດ 3.000 ກິໂລ, ໃນນັ້ນ 50% ຂອງຜົນຜະລິດ ແມ່ນສົ່ງຂາຍບໍ່ຄຳ ເຫຼືອນັ້ນແມ່ນຂາຍພາຍໃນເມືອງໃນກິໂລລະ 10 ພັນກີບ. ໃນປີ 2020 ຄາດວ່າຈະໄດ້ຜົນຜະລິດປະມານ 30 ໂຕນ.


ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ເນັ້ນໜັກໃຫ້ອຳນາດການປົກຄອງເມືອງລະດົມປະຊາຊົນທີ່ມີເງື່ອນໄຂປູກໃຫ້ຫຼາຍ ເພື່ອກາຍເປັນສິນຄ້າຂອງເມືອງວິລະບູລີ, ສຳລັບຄອບຄົວທີ່ປູກແລ້ວ ກໍຕ້ອງເອົາໃຈໃສ່ໃນການບົວລະບັດຮັກສາເຮັດໃຫ້ຖືກຕ້ອງຕາມເຕັກນິກວິຊາການແນະນຳ ເພື່ອໃຫ້ໄດ້ຜົນຜະລິດຫຼາຍ ແລະ ສົ່ງຂາຍເປັນສິນຄ້າໃຫ້ບໍ່ຄຳ. ພ້ອມນັ້ນ, ກໍສົ່ງຂາຍພາຍໃນແຂວງ ແລະ ຕ່າງແຂວງຕື່ມອີກໃນອະນາຄົດ.