ກຳປູເຈຍ – ຈີນ ເຈລະຈາການຄ້າເສລີປະສົບຄວາມສຳເລັດ

127

ທ່ານ ປານໂຊຣາສັກ ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ກ່າວວ່າ: ກໍາປູເຈຍ ແລະ ຈີນ ໄດ້ປະສົບຜົນສໍາເລັດໃນການເຈລະຈາສັນຍາການຄ້າເສລີ ( FTA ).


ລັດຖະມົນຕີກະຊວງການຄ້າກຳປູເຈຍ ໃຫ້ຮູ້ວ່າ: ສອງຝ່າຍໄດ້ຕີລາຄາສູງຕໍ່ FTA ແລະ ຖືວ່າເປັນຂໍ້ຕົກລົງທີ່ສະແດງໃຫ້ເຫັນເຖິງການພົວພັນອັນເປັນມູນເຊື້ອມາແຕ່ດົນນານ ແລະ ຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດ.

FTA ຈະນຳເອົາຜົນປະໂຫຍດດ້ານເສດຖະກິດ ແລະ ສັງຄົມ ມາໃຫ້ແກ່ປະຊາຊົນກຳປູເຈຍ ແລະ ຈີນ ໂດຍຜ່ານການຄ້າສິນຄ້າ, ການບໍລິການຢ່າງເສລີ, ຊຸກຍູ້ໃຫ້ການລົງ ທຶນ ແລະ ການຮ່ວມມືໃນທຸກໆຂົງເຂດ.
ກຳປູເຈຍ ແລະ ຈີນ ຈະດຳເນີນປະກອບເອກະສານຕ່າງໆ ເພື່ອມຸ່ງໄປສູ່ການລົງນາມ FTA ໃນປີນີ້.