ຈະກໍ່ສ້າງເສັ້ນທາງຄວາມຍາວ 20 ກິໂລແມັດຂຶ້ນພູເບ້ຍ

176

ຈະລົງມືທະລຸ ແລະ ຍົກລະດັບເສັ້ນທາງຂຶ້ນພູເບ້ຍ ແຂວງໄຊສົມບູນ ຄວາມຍາວ 20 ກິໂລແມັດ ມູນຄ່າ 129 ຕື້ກວ່າກີບ ໂດຍຈະໃຊ້ເວລາກໍ່ສ້າງ 3 ປີໃຫ້ສຳເລັດ.  ພິທີເຊັນສັນຍາຮັບເໝົາໂຄງການທະລຸເສັ້ນທາງຂຶ້ນພູເບ້ຍ ແຕ່ຫ້ວຍເບ້ຍ ຫາ ປ້ອມ 1 ແລະ ປ້ອມ 2 ( ປ້ອມວົງໃນ ) ເມືອງອະນຸວົງ ແຂວງໄຊສົມບູນ ໃນວັນທີ 21 ກໍລະກົດ 2020 ຜ່ານມາ.

ເປັນການເຊັນສັນຍາຮ່ວມລະຫວ່າງ ກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ ຕາງໜ້າໃຫ້ລັດຖະບານ ກັບ ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ ຂຶ້ນທີ່ຫ້ອງການຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ແລະ ທ່ານ ຄໍາໄພ ສົມຊະນະ ປະທານ ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂຄງການທະລຸ ຍົກລະດັບເສັ້ນທາງຂຶ້ນພູເບ້ຍ ແຕ່ຫ້ວຍເບ້ຍ ຫາ ປ້ອມ 1 ແລະ ປ້ອມ 2 ແມ່ນຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ເປັນເຈົ້າຂອງໂຄງການ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ກຸ່ມຄໍາໄພຊະນະ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 129,25 ຕື້ກີບ, ມີຄວາມຍາວ 20 ກິໂລແມັດ, ກໍານົດເວລາການກໍ່ສ້າງ 3 ປີ ເຊິ່ງເລີ່ມກໍ່ສ້າງນັບແຕ່ວັນທີ 1 ມັງກອນ 2020 ຫາ ວັນທີ 1 ມັງກອນ 2023 ແມ່ນໃຫ້ສໍາເລັດ.


ຈາກນັ້ນ, ທັງສອງຝ່າຍໄດ້ລົງນາມສັນຍາຮ່ວມກັນຢ່າງເປັນທາງການ ລະຫວ່າງ ທ່ານ ພົນຕີ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ກັບ ທ່ານ ຄໍາໄພ ສົມຊະນະ ປະທານ ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ ໂດຍຊ້ອງໜ້າພະຍານທັງສອງຝ່າຍ.