ຄະນະກຳມາທິການຮ່ວມມືລາວ – ຫວຽດນາມ ລົງຊຸກຍູ້ໂຄງການຊ່ວຍເຫຼືອຢູ່ແຂວງຫົວພັນ

218

ວັນທີ 15 ກໍລະກົດນີ້, ທ່ານ ພູໂຊນ ທໍາມະວິໄຊ ຮອງເຈົ້າແຂວງຫົວພັນ ໄດ້ຕ້ອນຮັບ ທ່ານ ຄໍາເຜີຍ ແກ້ວກີນນາລີ ຮອງປະທານຄະນະກຳມາທິການ ຮ່ວມມືລາວ – ຫວຽດນາມ ແຫ່ງ ສປປ ລາວ ພ້ອມຄະນະທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງ ຫົວພັນ. ໂອກາດນີ້, ທ່ານຮອງປະທານຄະນະກຳມາທິການຮ່ວມມືລາວ – ຫວຽດນາມ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫົວພັນໃນຄັ້ງນີ້ໃຫ້ທ່ານຮອງເຈົ້າແຂວງໄດ້ຮັບຊາບ, ເປັນຕົ້ນແມ່ນການລົງຕິດຕາມກວດກາເບິ່ງຄວາມຄືບໜ້າຂອງບັນດາໂຄງການກໍ່ສ້າງທີ່ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການຮ່ວມ ມືລາວ – ຫວຽດນາມ ຢູ່ແຂວງ ຫົວພັນ ເຊັ່ນວ່າ: ສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ ຮ່ວມມືລາວ – ຫວຽດນາມ ບ້ານອົງ ເມືອງຊໍາເໜືອ, ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແລະ ໂຄງການອື່ນໆ.

ຮູບປະກອບຂ່າວເທົ່ານັ້ນ

ທ່ານຮອງເຈົ້າແຂວງຫົວພັນ ໄດ້ລາຍງານສະພາບທີ່ພົ້ນເດັ່ນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດບັນດາໂຄງການທີ່ແຂວງ ຫົວພັນ ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຫວຽດນາມ ແລະ ບັນດາແຂວງແຮກສ່ຽວໃນໄລຍະຜ່ານມາ ພ້ອມສະເໜີຕໍ່ຝ່າຍຫວຽດນາມ ຊ່ວຍສະໜັບສະໜູນທຶນຕໍ່ບັນດາໂຄງການຕາມແຜນຍຸດທະສາດການຮ່ວມມືລະຫວ່າງແຂວງຫົວພັນ ທີ່ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ຄື: ໂຄງການກໍ່ສ້າງສະຖານີວິທະຍຸ – ໂທລະພາບ, ໂຄງການກໍ່ສ້າງສະໂມສອນໂຮງຮຽນພັນຊໍາ, ໂຄງການກໍ່ສ້າງຫ້ອງວ່າການເມືອງຊໍາໃຕ້ ແລະ ໂຄງການອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.