“ໝີ່ສຳເລັດຮູບ” ກິນແນວໃດບໍ່ໃຫ້ເສຍສຸຂະພາບ

145

ໝີ່ສຳເລັດຮູບ ຫຼາຍຄົນຈະບອກວ່າເປັນອາຫານທີ່ບໍ່ມີປະໂຫຍດ ບໍ່ມີສານອາຫານ ບໍ່ຄວນກິນຖ້າຫາກບໍ່ຈຳເປັນ ແລະ ຍັງໃຫ້ໂທດຕໍ່ຮ່າງກາຍຖ້າຫາກຮັບປະທານຫຼາຍຈົນເກີນໄປ ແຕ່ຖ້າໃຜທີ່ມັກກິນແທ້ ຫຼື ເດັກຫໍທີ່ມີງົບກິນໄດ້ແຕ່ໝີ່ສຳເລັດຮູບ ເຮົາມີວິທີກິນທີ່ໃຫ້ໄດ້ປະໂຫຍດ ໄດ້ຄຸນຄ່າທາງສານອາຫານໃຫ້ຫຼາຍຂຶ້ນມາຝາກທ່ານ.

ເປັນຫຍັງ “ໝີ່ສຳເລັດຮູບ” ຈຶ່ງບໍ່ຄວນກິນຫຼາຍ

ໝີ່ສຳເລັດຮູບມັກຖືກຈັດວ່າເປັນອາຫານທີ່ບໍ່ຄ່ອຍມີຄຸນຄ່າທາງສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ເພາະມີແຕ່ແປ້ງທີ່ຜະລິດໂດຍກຳມະວິທີສຳເລັດຮູບ ບໍ່ມີຄຸນຄ່າທາງສານອາຫານເທົ່າກັບແປ້ງທີ່ໄດ້ຈາກເຂົ້າ ຫຼື ເຂົ້າໜົມປັງ ນອກຈາກນີ້ຍັງຄຸນຄ່າທາງສານອາຫານອື່ນໆ ເຊັ່ນ ໂປຣຕີນ ເກືອແຮ່ ວິຕາມິນ ແລະ ໄຂມັນ ໃນປະລິມານທີ່ເໝາະສົມຕໍ່ອາຫານ 1 ມື້ ຈຶ່ງບໍ່ຄວນກິນໝີ່ສຳເລັດຮູບເປັນອາຫານຫຼັກຫຼາຍ ແລະ ປະລິມານໂຊດ້ຽມທີ່ຢູ່ເສັ້ນ ແລະ ເຄື່ອງປຸງ ຍັງສະເລ່ຍຢູ່ທີ່ 2.000 ມິນລິກຣາມ ທີ່ຢູ່ໃນຊອງດຽວກໍຫຼາຍເທົ່າກັບໂຊດ້ຽມທີ່ຄວນກິນໃນ 1 ມື້ແລ້ວ ດັງນັ້ນຈຶ່ງຈະເຮັດໃຫ້ເຮົາໄດ້ຮັບປະລິມານໂຊດ້ຽມຫຼາຍເກີນຄວາມຕ້ອງການຂອງຮ່າງກາຍໃນ 1 ມື້ໄດ້ ຫາກເຮົາໄດ້ຮັບໂຊດ້ຽມຫຼາຍເກີນໄປ ນອກຈາກຈະສ່ຽງພະຍາດໝາກໄຂຫຼັງແລ້ວ ຍັງສ່ຽງບວມນ້ຳ ຄວາມດັນເລືອດສູງ ແລະ ພະຍາດຮ້າຍແຮງອື່ນໆ ຕາມມາໄດ້.

ກິນ “ໝີ່ສຳເລັດຮູບ” ແນວໃດ ບໍ່ໃຫ້ເສຍສຸຂະພາບ

ແຫຼ່ງຂໍ້ມູນໄດ້ກ່າວມາວ່າ ຫາກຈະຮັບປະທານໝີ່ສຳເລັດຮູບໃຫ້ມີປະໂຫຍດ ແລະ ບໍ່ເປັນອັນຕະລາຍຕໍ່ຮ່າງກາຍ ສາມາດເຮັດໄດ້ດັ່ງນີ້:

  1. ລວກເສັ້ນໝີ່ ເທນ້ຳຖິ້ມອອກຮອບໜຶ່ງ ເພື່ອຫຼຸດປະລິມານໂຊດ້ຽມ ແລະ ໄຂມັນ.

  2. ໃສ່ສ່ວນປະກອບອື່ນໆ ເຂົ້າໄປເຊັ່ນ ຜັກຕ່າງໆ ເນື້ອສັດ ໄຂ່ ຯລຯ.

  1. ບໍ່ໃສ່ເຄື່ອງປຸງຈົນໝົດຊອງ.

  2. ບໍ່ຮັບປະທານໝີ່ສຳເລັດຮູບຫຼາຍເກີນໄປ. (ບໍ່ເກີນມື້ລະ 1 ຊອງ/ຖ້ວຍ) ຫຼື ດຸຈົນເກີນໄປ (ບໍ່ເກີນ 2-3 ເທື່ອຕໍ່ອາທິດ)

  3. ບໍ່ຄວນຊົດນ້ຳຊຸບຈົນໝົດຖ້ວຍ.

  4. ອັດທ້າຍໂດຍການກິນໝາກໄມ້ເພື່ອເພີ່ມສານອາຫານ.