ນັກທຸລະກິດຫວຽດນາມ ລົງທຶນຢູ່ແຂວງ ຊຽງຂວາງ 83 ລ້ານໂດລາ

199

ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ – ຫວຽດນາມ ພ້ອມດ້ວຍຄະນະ ໄດ້ພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໃນວັນທີ 13 ກໍລະກົດ 2020 ທີ່ຫ້ອງວ່າການ ແຂວງ.

ທ່ານ ບຸນຕົ້ນ ຈັນທະພອນ ກ່າວວ່າ: ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ຝ່າຍຫວຽດນາມ ໄດ້ຊ່ວຍເຫຼືອ ແລະ ບັນດາກິດຈະກຳອື່ນໆຂອງບໍລິສັດ ການລົງທຶນເຫັນວ່າມີຜົນສຳເລັດສູງບໍ່ມີຫຍັງຄ້າງຄາ ມີແຕ່ບາງວຽກງານທີ່ຄ້າງຄາຍ້ອນໂຄວິດ – 19 ລະບາດ ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຢຸດຊົ່ວຄາວ, ດ້ານການລົງທຶນສຳລັບບໍລິສັດຂອງ ສສ ຫວຽດນາມ ທີ່ມາລົງທຶນເຊົ່າສຳປະທານຢູ່ແຂວງ ຊຽງຂວາງ ແຕ່ໄລຍະປີ 2011 – 2020 ທັງໝົດ ມີ 10 ບໍລິສັດ ມີທຶນທັງໝົດ 83.534.109 ໂດລາສະຫະລັດ ທຶນຈົດທະບຽນ 26.486.205 ໂດລາສະຫະລັດ, ໄດ້ອອກທະບຽນວິສາຫະກິດໃຫ້ນັກທຸລະກິດຫວຽດນາມ ທັງໝົດ 17 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 18.723.915 ໂດລາສະຫະລັດ, ວຽກງານຮ່ວມມືດ້ານເສດຖະກິດ – ສັງຄົມ ການຊ່ວຍເຫຼືອຈາກ ສສ ຫວຽດນາມ ແຕ່ປີ 2011 – 2020 ມີທັງໝົດ 17 ໂຄງການ ມີມູນຄ່າ 258,72 ຕື້ກີບ

ໂອກາດນີ້, ທ່ານຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມືລາວ – ຫວຽດນາມ ກໍໄດ້ສະແດງ ຄວາມດີໃຈທີ່ແຂວງຊຽງ ຂວາງ ໄດ້ເອົາໃຈໃສ່ຊີ້ນຳ – ນຳພາຈັດຕັ້ງປະຕິບັດ ເຮັດໃຫ້ ວຽກງານການຮ່ວມມືລາວ – ຫວຽດນາມ ມີຜົນສຳເລັດສູງ ຂໍໃຫ້ແຂວງສືບຕໍ່ຂະຫຍາຍການຮ່ວມມືສາຍພົວພັນຄວາມສາມັກຄີພິເສດລະຫວ່າງສອງຊາດລາວ – ຫວຽດນາມ ໃຫ້ຂຽວສົດງົດງາມຂຶ້ນເລື້ອຍໆ.