9 ບ້ານ ເມືອງບົວລະພາ ຖືກຮັບຮອງເປັນບ້ານວັດທະນະທຳ

308

ເມືອງບົວລະພາ ໄດ້ຈັດພິທີປະກາດຮັບຮອງເອົາ 9 ບ້ານ ຄື: ບ້ານໜອງໜ່ຽວ, ບ້ານນ້ຳອອກຮູ, ບ້ານວັງເງືອກ, ບ້ານປ່າກ້ວຍ, ບ້ານລ້າຍ, ບ້ານມຸກ, ບ້ານຜາຂຽດ, ບ້ານຫ້ວຍທ່າ ແລະ ບ້ານນາພຽງລ້ານ ເປັນບ້ານວັດທະນະທຳໃໝ່ຂອງເມືອງ.

ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ກຸ່ມບ້ານນາສະລອນ ໂດຍ ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ, ທ່ານ ແສງມະນີ ສີລາເພັດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານແຂກຖືກເຊີນ, ອຳນາດການປົກຄອງ ຕະຫຼອດເຖິງພໍ່ແມ່ປະຊາຊົນທັງ 9 ບ້ານເຂົ້າຮ່ວມ.

ທັງ 9 ບ້ານ ທີ່ຖືກຮັບຮອງຄັ້ງນີ້ ປະຊາຊົນມີການດຳລົງຊີວິດຕິດພັນກັບທຳມະຊາດ ມີມູນເຊື້ອດຸໝັ່ນຂະຫຍັນພຽນທຳການຜະລິດ, ເພີ່ມພູນຜະລິດຜົນປູກຝັງ – ລ້ຽງສັດ ພ້ອມເອົາໃຈໃສ່ຢ່າງຕັ້ງໜ້າໃນການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ສາມາດບັນລຸຜົນໄດ້ ເຊັ່ນ: ໄດ້ລຶບລ້າງການກືກໜັງສືຂອງປະຊາຊົນຢູ່ໃນເກນອາຍຸ 15 – 45 ປີ ໄດ້ 100%, ໄດ້ຮັບຮອງເປັນບ້ານປອດຄະດີ, ບ້ານສາທາລະນະສຸກແບບຢ່າງ, ບ້ານແມ່ຍິງ 3 ດີ ແລະ ໄດ້ຮັບໃບຢັ້ງຢືນຄອບຄົວວັດທະນະທຳທັງໝົດ 572 ຄອບຄົວ ກວມເອົາ 85% ຂອງຄອບຄົວທັງໝົດ ໃນ 9 ບ້ານ ມີ 666 ຄອບຄົວ.