68 ມື້ປອດເຊື້ອໂຄວິດ-19 ສ່ວນ 18 ມິຖຸນາ ກວດຫາເຊື້ອ 518 ຄົນ ຜົນກວດລ້ວນເປັນລົບ

187

ເປັນເວລາ 68 ມື້ທີ່ ສປປ ລາວ ບໍ່ມີລາຍງານຜູ້ຕິດເຊື້ອໂຄວິດ-19ເພີ່ມ ຂະນະທີ່ຄົນຕິດເຊື້ອເກົ່າ ກໍ່ປົ່ນປົວຫາຍດີອອກໂຮງໝໍໝົດທຸກຄົນແລ້ວ, ທັງນີ້ ຜ່ານການກວດກາເຊື້ອທັງໝົດ 518 ຄົນ ໃນວັນທີ 18 ມິຖຸນາ ຜ່ານມາ ຜົນກວດລ້ວນບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 19 ມິຖຸນາ 2020 ຜ່ານມາ ທີ່ກະຊວງສາທະລະນະສຸກ ໄດ້ມີການຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນ ວ່າ: ສະພາບການເຝົ້າລະວັງພະຍາດໂຄ-19 ຢູ່ ສປປ ລາວ ຮອດ 15 ໂມງຂອງວັນທີ 18 ມິຖຸນາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 1.961 ຄົນ.

ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ຕື່ມອີກວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 18 ມິຖຸນາຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 518 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 502 ຄົນ, ແຮງງລາວມາແຕ່ຈີນ 8 ຄົນ, ກໍລະນີສົງໄສ 5 ຄົນ ແລະ ແຮງງານຈີນເຂົ້າມາລາວ 3 ຄົນ ຜົນກວດຂອງແຮງງານລາວ ແລະ ຜູ້ຕິດເຊື້ອທີ່ປິ່ນປົວຫາຍດີ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າເປັນເວລາ 68 ມື້ແລ້ວ ທີ່ບໍ່ມີຜູ້ຕິດເຊື້ອໃໝ່ໃນ ສປປ ລາວ.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 11.996 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ເຊິ່ງໄດ້ປິ່ນປົວຫາຍດີທັງໝົດແລ້ວ ແລະ ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນນີ້ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 90 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.122 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.