ໜ້າຫ່ວງ! ເງິນກີບອ່ອນຄ່າຕໍ່ເນື່ອງ ທ່າມກາງໂຄວິດ-19 ເລີ່ມຜ່ອນຄາຍ

185

ນັບແຕ່ຕົ້ນເດືອນມິຖຸນາ 2020 ອັດຕາແລກປ່ຽນລະຫວ່າງເງິນກີບກັບສະກຸນເງິນບາດ ແລະ ໂດລາສະຫະລັດ ໄດ້ເໜັງຕີງແຮງຂຶ້ນ ແລະ ອ່ອນຄ່າກາຍແນວຕ້ານ 300 ກີບຕໍ່ 1 ບາດແລະ 9.000 ຕໍ່ 1 ໂດລາໄປແລ້ວ ເຊິ່ງບໍ່ເປັນໄປຕາມການປະເມີນຂອງນັກວິຊາການທີ່ຄາດຄະເນວ່າການປິດປະເທດຈາກພະຍາດ ໂຄວິດ – 19 ຈະດຶງເງິນກີບກັບມາແຂງຄ່າຂຶ້ນ. ຂະນະທີ່ນັກເສດຖະສາດຊີ້ວ່າການຄວບຄຸມອັດຕາແລກປ່ຽນຍັງບໍ່ໄປຕາມກົນໄກຕະຫຼາດ ແລະ ຍັງເພິ່ງພາການນໍາເຂົ້າຫຼາຍເຮັດໃຫ້ຂາດດຸນການຄ້າ.

ພາບປະກອບຂ່າວເທົ່ານັ້ນ

ສະພາບອັດຕາແລກປ່ຽນລະຫວ່າງເງິນກີບ ກັບ ເງິນບາດ ແລະ ເງິນກີບ ກັບ ເງິນໂດລາ ໃນປີ 2020 ມີການເໜັງຕີງຫຼາຍສົມຄວນ ໂດຍເປີດປີ 2020 ໃນວັນທີ 2 ມັງກອນ ອັດຕາແລກປ່ຽນ ຢູ່ທີ່ 301,99 ກີບຕໍ່ 1 ບາດ ແລະ 8.883 ກີບຕໍ່ 1 ໂດລາ. ຈາກນັ້ນ, ເງິນກີບກໍແຂງຄ່າເລັກໜ້ອຍທຽບກັບເງິນບາດ ໂດຍຜ່າແນວຕ້ານມາຢູ່ທີ່ 299,9 ກີບຕໍ່ 1 ບາດ ໃນວັນທີ 20 ມັງກອນ. ຈາກນັ້ນ, ກໍຢູ່ໃນລະດັບຕໍ່າກວ່າ 300 ກີບຕໍ່ 1 ບາດເປັນສ່ວນໃຫຍ່.

ວັນທີ 4 ພຶດສະພາ ອັດຕາແລກປ່ຽນຢູ່ໃນລະດັບ 297,63 ກີບຕໍ່ບາດ ແລະ 8.979 ກີບຕໍ່ໂດລາ. ຮອດວັນທີ 12 ພຶດສະພາ ເງິນກີບທຽບກັບເງິນບາດໄດ້ອ່ອນຄ່າກາຍແນວຕ້ານ 300 ກີບຕໍ່ 1 ບາດອີກຄັ້ງ ໂດຍອັດຕາແລກປ່ຽນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ທີ່ 300,02 ກີບຕໍ່ 1 ບາດ ແລະ ສືບຕໍ່ອ່ອນຄ່າຢ່າງຕໍ່ເນື່ອງ. ສ່ວນເງິນກີບທຽບກັບເງິນໂດລາ ໄດ້ອ່ອນຄ່າກາຍແນວຕ້ານ 9.000 ກີບຕໍ່ 1 ໂດລາ ໃນວັນທີ 22 ພຶດສະພາ 2020 ໂດຍແລກຢູ່ທີ່ 9.002 ກີບຕໍ່ 1 ໂດລາ.

ວັນທີ 2 ມິຖຸນາ 2020 ອັດຕາແລກປ່ຽນຢູ່ທີ່ 304,66 ກີບຕໍ່ບາດ ແລະ 9.006 ກີບຕໍ່ໂດລາ ແລະ ອ່ອນຄ່າເປັນ 312,73 ກີບຕໍ່ບາດ ແລະ 9.026 ກີບຕໍ່ໂດລາ ໃນວັນທີ 17 ມິຖຸນາ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ປອ. ພູເພັດ ກ້ຽວພິລາວົງ ຮອງຄະນະບໍດີ ຄະນະເສດຖະສາດ – ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ທັດສະນະວ່າ: ສາເຫດທີ່ເຮັດໃຫ້ເງິນເກີບອ່ອນຄ່າດັ່ງທີ່ເຫັນຢູ່ໃນປັດຈຸບັນ ປັດໄຈໜຶ່ງກໍຍ້ອນການໃຊ້ເງິນຫຼາຍສະກຸນໃນປະເທດສົ່ງຜົນໃຫ້ເງິນກີບອ່ອນຄ່າທີ່ບໍ່ເປັນໄປຕາມກົນໄກຕະຫຼາດເທົ່າທີ່ຄວນ ໂດຍສະເພາະແມ່ນການເກງກໍາໄລ; ການເກງກຳໄລນີ້ບໍ່ແມ່ນທະນາຄານທຸລະກິດ ແຕ່ແມ່ນພໍ່ຄ້າ – ແມ່ຄ້າລາຍຍ່ອຍ ຫຼື ຮ້ານແລກປ່ຽນຕ່າງໆທີ່ມີຄວາມສາມາດໃນການຊື້ເງິນຕາຈຳນວນຫຼວງຫຼາຍ ແລະ ຂາຍເງິນຕາອອກໄດ້ຫຼາຍ ເຮັດໃຫ້ມີການປັ່ນປ່ວນໃນອັດຕາແລກປ່ຽນຢູ່ນອກລະບົບ.

ເຖິງແມ່ນວ່າລັດຖະບານຈະພະຍາຍາມຄວບຄຸມແຕ່ກໍສາມາດຄວບຄຸມໄດ້ພາຍໃນທະນາຄານທຸລະກິດເທົ່ານັ້ນ, ແຕ່ສຳລັບຢູ່ນອກລະບົບແມ່ນຄວບຄຸມໄດ້ຍາກ ເຊິ່ງກົນໄກທີ່ຈະຊ່ວຍປັບອັດຕາແລກປ່ຽນໄດ້ ແມ່ນຕ້ອງໃຫ້ໄປຕາມກົນໄກເສດຖະກິດຕະຫຼາດ ເພື່ອສ້າງຄວາມສາມາດຂອງການແຂ່ງຂັນໃນລາວເຮົາໃນອະນາຄົດ.

ພາບປະກອບຂ່າວເທົ່ານັ້ນ

ດ້ານນັກເສດຖະສາດປະຈໍາທະນາຄານແຫ່ງໜຶ່ງ ໃຫ້ຄຳຄິດເຫັນວ່າ: ປົກກະຕິເງິນກີບເຮົາກໍມີການອ່ອນຄ່າຢູ່ແລ້ວ ຕ່າງແຕ່ວ່າຈະອ່ອນຄ່າຫຼາຍປານໃດນັ້ນກໍຂຶ້ນກັບສະພາບເສດຖະກິດ ແລະ ກົນໄກຕະຫຼາດ. ໃນກໍລະນີການລະບາດຂອງພະຍາດໂຄວິດ – 19 ກໍມີສ່ວນເຮັດໃຫ້ຄ່າເງິນຫຼຸດລົງຍ້ອນເສດຖະກິດຢຸດສະງັກ. ຂະນະດຽວກັນ, ການຊົມໃຊ້ແມ່ນເພີ່ມຂຶ້ນເຮັດໃຫ້ມີ ຄວາມຕ້ອງການນໍາເຂົ້າຫຼາຍກວ່າການສົ່ງອອກ ຈຶ່ງເປັນທີ່ມາຂອງການຂາດດຸນການຄ້າ ເພາະການນໍາເຂົ້າສິນຄ້າແມ່ນຈ່າຍເປັນສະກຸນເງິນຕາຕ່າງປະເທດ, ສ່ວນທາງອອກທີ່ດີທີ່ສຸດແມ່ນສົ່ງເສີມການຜະລິດພາຍໃນໃຫ້ຫຼາຍ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານທາງການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ໃນ 5 ເດືອນຜ່ານມາ ສປປ ລາວ ສົ່ງອອກສິນຄ້າໄດ້ປະມານ 1.616 ລ້ານໂດລາ, ການນຳເຂົ້າ 2.086 ລ້ານໂດລາ ຂາດດຸນການຄ້າ ປະມານ 470 ລ້ານໂດລາ.
ສະເພາະການຄ້າລາວ ກັບ ໄທ ໃນ 5 ເດືອນ ມີມູນຄ່າ 1.610 ລ້ານໂດລາ. ໃນນີ້, ລາວສົ່ງອອກ 439 ລ້ານໂດລາ ແລະ ນໍາເຂົ້າ 1.171 ລ້ານໂດລາ ຂາດດຸນການຄ້າກັບໄທຫຼາຍເຖິງ 732 ລ້ານໂດລາ

( ອັດຕາແລກປ່ຽນອ້າງອີງຂໍ້ມູນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ )