ເຄັດລັບ “ຖະໜອມດວງຕາ” ຫຼຸດບັນຫາເບິ່ງບໍ່ແຈ້ງ ສາຍຕາຜິດປົກກະຕິ

207

“ຕາ” ເປັນອະໄວຍະວະທີ່ສຳຄັນ ແລະ ມີບົດບາດຕໍ່ການດຳລົງຊີວິດຫຼາຍ ເຮົາສາມາດຮັບຮູ້ ແລະ ຮຽນຮູ້ສິ່ງຕ່າງໆໄດ້ຈາກປະສາດສຳຜັດການເບິ່ງເຫັນ ນອກຈາກນີ້ ເຮົາຍັງໃຊ້ຕາທຸກມື້ ແລະ ເກືອບຈະບໍ່ໄດ້ຢຸດໃຊ້ ນອກຈາກຊ່ວງເວລານອນຫຼັບ.

ໃນທຸກມື້ ເຮົາມີກິດຈະວັດທີ່ອັນຕະລາຍຕໍ່ຕາຂອງເຮົາຢູ່ຕະຫຼອດ ທັງເປັນການທີ່ເຮັດວຽກຢູ່ໜ້າຈໍຄອມພິວເຕີ ຫຼື ເບິ່ງໜ້າຈໍໂທລະສັບເປັນເວລາດົນ ການອອກແດດໃນຊ່ວງທີ່ແສງແດດກ້າ ກິດຈະກຳເຫຼົ່ານີ້ລ້ວນແລ້ວແຕ່ເປັນການທຳລາຍດວງຕາ ເຮັດໃຫ້ເຈັບຕາ ກ້າມເນື້ອຕາອ່ອນແອ ອາດຈະເຮັດໃຫ້ເກີດອາການຕາມົວ ດວງຕາມີບັນຫາ ໂດຍສະເພາະຖ້າມີບັນຫາຢູ່ຈໍປະສາດຕາ ກໍອາດຈະນຳໄປສູ່ການສູນເສຍການເບິ່ງເຫັນໄດ້ ດັ່ງນັ້ນເຮົາຈຶ່ງຕ້ອງເບິ່ງແຍງ ແລະ ຮັກສາສຸຂະພາບດວງຕາໃຫ້ຫຼາຍຂຶ້ນ ເພື່ອການເບິ່ງເຫັນທີ່ຈະແຈ້ງ ແລະ ມີດວງຕາທີ່ໃຊ້ງານໄດ້ເປັນປົກກະຕິໄປຕະຫຼອດຊີວິດດ້ວຍ 3 ວິທີນີ້.

1 ການເວັ້ນໄລຍະຫ່າງຈາກໜ້າຈໍ

ແສງຈາກອຸປະກອນອິເລັກໂທຣນິກແຜ່ລັງສີໄດ້ເຊັ່ນດຽວກັນກັບອຸປະກອນໄຟຟ້າຊະນິດອື່ນ ເຊິ່ງມີທັ້ງແມ່ເລັກ ແລະ ຄືື້ນໄຟຟ້າທີ່ເປັນໜຶ່ງໃນສາເຫດຂອງອາການຕາອ່ອນລ້າ ແລະ ຈໍປະສາດຕາເສື່ອມ ເມື່ອຕ້ອງນັ່ງເຮັດວຽກຢູ່ໜ້າຈໍຄອມພິວເຕີ ຫຼື ໂທລະສັບເປັນເວລາດົນ ຈຶ່ງຄວນເວັ້ນຫ່າງຈາກໜ້າຈໍປະມານ 50-70 ຊັງຕີແມັດ ປັບຂະໜາດໂຕໜັງສືໃຫ້ພໍເໝາະພໍດີກັບການເບິ່ງເຫັນ ແລະ ປັບຄວາມສະຫວ່າງຂອງໜ້າຈໍບໍ່ໃຫ້ສະຫວ່າງເກີນໄປ ເພື່ອໃຫ້ເບິ່ງເຫັນໄດ້ຈະແຈ້ງພໍດີ ແລະບໍ່ທຳຮ້າຍດວງຕາ.

2 ພັກຜ່ອນສາຍຕາ

ການພັກຜ່ອນສາຍຕາຈາກການຈ້ອງເບິ່ງສິ່ງໃດສິ່ງໜຶ່ງທຸກໆ 20 ນາທີ ແລະ ບໍ່ຄວນໃຊ້ສາຍຕາຕິດຕໍ່ກັນດົນເກີນ 2 ຊົ່ວໂມງ ບໍ່ວ່າຈະເຮັດວຽກໜ້າຄອມພິວເຕີ ໃຊ້ຈໍໂທລະສັບ ຫຼື ແມ່ນແຕ່ອ່ານໜັງສືກໍ່ຕາມ ຄວນເຝີກບໍລິຫານດວງຕາດ້ວຍການຫຼັບຕາ ແລ້ວເຫຼືອກຕາໄປມາ ຫຼື ໃຊ້ນິ້ວນວດໄລ່ຈາກຫົວຄິ້ວວົນອ້ອມຮອບດວງຕາຄ່ອຍໆ ປະມານ 5-6 ຮອບ ກໍຈະຊ່ວຍຜ່ອນຄາຍກ້າມເນື້ອດວງຕາໄດ້.

3 ອາຫານບຳລຸງສາຍຕາ

ເນັ້ນອາຫານທີ່ມີໂປຕີນສູງ ຜັກ ແລະ ໝາກໄມ້ທີ່ມີວິຕາມິນເອສູງ ມີສານຕ້ານອະນຸມູນອິດສະຫຼະ ປະເພດລູທີນຊີແຊນທີນ ທີ່ຊ່ວຍຫຼຸດການເສື່ອມຂອງຈໍປະສາດຕາ ແລະ ຫຼຸດຄວາມສ່ຽງທີ່ຈະເກີດຕາຕໍ້ ມີແຮ່ທາດຄືຊິງ ທີ່ຊ່ວຍຫຼຸດການເສື່ອມຂອງຈໍປະສາດຕາ ບຳລຸງ ແລະ ປ້ອງກັນເຊວຕ່າງໆ ໃນດວງຕາໃຫ້ແຂງແຮງ ເຊິ່ງຫາໄດ້ຈາກຜັກໃບຂຽວ ເຊັ່ນ ຜັກບົ້ງ ຕຳນິນ ຜັກກາດນາ ຜັກໝາກໄມ້ສີສົ້ມ ແລະ ສີເຫຼືອງ ເຊັ່ນ ແຄລອດ ໝາກອຶ ໝາກໄມ້ຕະກູນເບີຣີ້ ເຊັ່ນ ບູເບີຣີ້ ຣາສເບີຣີ້ ແບລັກເບີຣິ້ເປັນຕົ້ນ.

ນອກຈາກນີ້ຍັງມີໄຂ່ ອະໂວຄາໂດ ເມັດອັລມອນ ລວມເຖິງປາທະເລ ທີ່ມີກົດໄຂມັນປະເພດ DHA ສູງ ນອກນີ້ ປາທູນ່າ ປາແຊວມອນ ຍັງຈະຊ່ວຍໃຫ້ດວງຕາບໍ່ແຫ້ງ ແລະ ມີນ້ຳຫຼໍ່ລ້ຽງຢ່າງພຽງພໍ ແລະ ຕ້ອງດື່ມນ້ຳສະອາດໃຫ້ພຽງພໍກໍຈະຊ່ວຍໃຫ້ຕາຂອງທ່ານແຂງແຮງໄດ້.