ສາທາລະນະສຸກບຣາຊິນກັບມາເຜີຍແຜ່ສະຖິຕິໂຄວິດ-19 ອີກຄັ້ງ

80

ກະຊວງສາທາລະນະສຸກປະເທດບຣາຊິນລາຍງານສະພາບການປະຈຳວັນຂອງໂຄວິດ-19 ພ້ອມທັງມີຂໍ້ມູນສຳລັບການຄົ້ນຫາຄືນຫຼັງ ຕາມຄຳສັ່ງຂອງສານສູງສຸດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບຣາຊິເລຍ ປະເທດບຣາຊິນ ເມື່ອວັນອັງຄານ ທີ 9 ມິຖຸນາ ວ່າ ກະຊວງສາທາລະນະສຸກຂອງປະເທດບຣາຊິນ ໄດ້ອອກຖະແຫຼງການ ເມື່ອວັນອັງຄານ ໂດຍເປັນການລາຍງານສະພາບການປະຈຳວັນຂອງໂຄວິດ-19 ພາຍໃນປະເທດ ວ່າ ສະຖິຕິຜູ້ເສຍຊີວິດສະສົມເພິ່ມຂຶ້ນເປັນຢ່າງໜ້ອຍ 38.406 ຄົນ ຫຼັງຈາກຢືນຢັນຜູ້ເສຍຊີວິດເພິ່ມອີກ 1.272 ຄົນ, ສະຖິຕິຜູ້ປ່ວຍສະສົມເພິ່ມຂຶ້ນຢ່າງໜ້ອຍ 739.503 ໂດຍເພິ່ມຂຶ້ນໃໝ່ 32.091 ຄົນ ສ່ວນຜູ້ປ່ວຍໃນລະບົບມີຢ່າງ ໜ້ອຍ 377.985 ຄົນ ໃນຈຳນວນນີ້ 8.318 ຄົນ ອາການຮ້າຍແຮງ.

ຂະນະດຽວກັນ, ເວບໄຊທ໌ກະຊວງສາທາລະນະສຸກຂອງປະເທດບຣາຊິນ ໄດ້ກັບມາເຜີຍແຜ່ລາຍລະອຽດກ່ຽວກັບສະພາບການຂອງໂຄວິດ-19 ໃນຮູບແບບພາກພື້ນ ແລະ ຍັງສາມາດຄົ້ນຫາຂໍ້ມູນຄືນຫຼັງໄດ້ແບບຫຼາຍເດືອນດ້ວຍ ໂດຍການເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກສານສູງສຸດຂອງປະເທດໄດ້ອອກຄຳຕັດສິນສຸກເສີນ ໃຫ້ກະຊວງສາທາລະນະສຸກຕ້ອງນຳຂໍ້ມູນ “ແບບລະອຽດ” ກ່ຽວກັບສະພາບການໂຄວິດ-19 ໃນປະເທດບຣາຊິນ ກັບຄືນມາເຜີຍແຜ່ທຸກຊ່ອງທາງຄືເກົ່າ ແລະ ຕ້ອງສາມາດຄົ້ນຫາຄືນຫຼັງໄດ້ຢ່າງໜ້ອຍແມ່ນຮອດວັນພະຫັດ 4 ມິຖຸນາ ຜ່ານມາ.

ດ້ານກະຊວງສາທາລະນະສຸກຂອງປະເທດບຣາຊິນ ອອກຖະແຫຼງການ ຢືນຢັນບໍ່ເຄີຍມີຈຸດປະສົງທີ່ຈະປົກປິດ ຫຼື ບິດເບືອນຂໍ້ມູນກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອໂຄວິດ-19 ພາຍໃນປະເທດ ຫຼັງຊ່ອງທາງການຄົ້ນຫາຂໍ້ມູນຢ້ອນຫຼັງສູນຫາຍໄປຈາກໜ້າເວັບ ຕັ້ງແຕ່ວັນເສົາ ຜ່ານມາ ຕາມຄຳສັ່ງ ຂອງປະທານາທິບໍດີຊາອີ ໂບລໂຊນາໂຣ ເຊິ່ງໃຫ້ເຫດຜົນວ່າ ຕົວເລກ ອາດຈະບໍ່ຖືກນຳມາໃຊ້ເປັນຕົວຊີ້ວັດ ໃນສະຖານະການຕົວແທ້ຂອງໂຄວິດ-19 ພາຍໃນປະເທດໄດ້. ຂະນະທີ່, ຜູ້ນຳບຣາຊິນ ຍັງສະຫງວນທ່າທີຕໍ່ຄຳສັ່ງຂອງສານສູງສຸດ ແຕ່ກ່າວວ່າ ຈະຈັດສັນຖານຂໍ້ມູນໃໝ່ ແລະ ຢ້ຳເຖິງຄວາມຕັ້ງໃຈ ໃນການນຳພາປະເທດບຣາຊິນອອກຈາກການເປັນສະມາຊິກອົງການອະນາໄມໂລກ (WHO).