57 ມື້ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ສ່ວນຄົນເຈັບເກົ່າ ຍັງຢູ່ໂຮງໝໍພຽງ 1ຄົນເທົ່ານັ້ນ

206

ນັບວ່າເປັນຂ່າວດີ 57 ມື້ແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຫຼ້າສຸດ ຜ່ານການກວດຫາເຊື້ອ 300 ຄົນ ໃນວັນທີ 7 ມິຖຸນາ ຜ່ານມາຜົນກວດລ້ວນເປັນລົບ, ດັ່ງນັ້ນ, ປັດຈຸບັນຍອດຜູ້ຕິດເຊື້ອສະສົມໃນລາວມີທັງໝົດ 19 ຄົນ, ໃນນີ້ປິ່ນປົວຫາຍດີອອກໂຮງໝໍແລ້ວ 18 ຄົນ ແລະ ຍັງ 1 ຄົນ ທີ່ຍັງຕິດຕາມອາການຢູ່ໂຮງໝໍມິດຕະພາບ.


ໃນວັນທີ 8 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມມີສື່ມວນຊົນເຂົ້າຮ່ວມ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ: ຜົນການກວດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ໃນວັນທີ 7 ມິຖຸນາ 2020 ທັງໝົດ 300 ຄົນ. ໃນນັ້ນມີແຮງງານລາວກັບມາແຕ່ໄທ 297 ຄົນ ແລະ ກໍລະນີສົງໄສ 2 ຄົນ ແລະ ຜູ້ຕິດເຊື້ອນອນປິ່ວປົວຢູ່ໂຮງໝໍມິດຕະພາບ 1 ຄົນ ຈາກການກວດວິເຄາະທັງ 300 ຄົນ ແມ່ນບໍ່ພົບຜູ້ຕິດເຊື້ອ ເຊິ່ງ ນັບເປັນ 57 ມື້ຕິດຕໍ່ກັນແລ້ວທີ່ລາວເຮົາ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ.


ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ສະສົມລວມມີທັງໝົດ 19 ຄົນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 18 ຄົນ ແລະ ຍັງ 1 ຄົນ (ເພດຊາຍ ກໍລະນີທີ 7) ແມ່ນຍັງຕິດຕາມອາການຢູ່ໂຮງໝໍມິດຕະພາບ ເຊິ່ງຕ້ອງໄດ້ຕິດຕາມອາການຕື່ມອີກ.