ຊົມເຊີຍ ລາວ-ເຈເຄເອ ກາຣາເຕ້ໂດ ປັ້ນນັກກີລາ ກ້າວສູ່ທີມຊາດຫຼາຍຮຸ່ນຕະຫຼອດ 6 ປີທີ່ຜ່ານມາ

75

ຕະຫຼອດໄລຍະ 6 ປີ (2014-2020) ແຫ່ງການສ້າງຕັ້ງສະໂມສອນ ລາວ-ເຈເຄເອ ກາຣາເຕ້ໂດ (LAO-JKA karate) ສາມາດສ້າງນັກກີລາຮຸ່ນສືບທອດດາວດວງໃໝ່ ກ້າວຂຶ້ນສູ່ທີມຊາດ ໄດ້ຫຼາຍຮຸ່ນ ພ້ອມທັງສ້າງຜົນງານຢ່າງໂດດເດັ່ນຄວ້າແຊ໋ມຂັນຊະນະເລີດ ການແຂ່ງຂັນກາຣາເຕ້ໂດ ທົ່ວປະເທດ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 2 ປີ 2016 ແລະ ຕາງໜ້າທີມຊາດລາວ ສ້າງຜົນງານກວາດແຊັມ ແລະ ຫຼຽນຄຳ ທີ່ປະເທດໄທ ແລະ ສສ ຫວຽດນາມ.

ໃນຕົ້ນເດືອນມິຖຸນານີ້ ສະໂມສອນດັ່ງກ່າວ ຈະເປີດຝຶກສອນຄືນໃໝ່ຢ່າງເປັນທາງການ ທີ່ສາຂາ 1 ສູນບູໂດເຊັນເຕີ ແລະ ສາຂາ 2 ທີ່ສູນເອັບຟິດເນັດ ວິທະຍາເຂດດົງໂດກ ພາຍຫຼັງທີ່ໄດ້ປະຕິບັດຕາມຄຳສັ່ງ ແລະ ແຈ້ງການຂອງທ່ານນາຍົກລັດຖະມົນຕີ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດສາຍພັນໃໝ່ ໂຄວິດ-19.

ທ່ານ ອິນທະນູສອນ ວິໄລສຸກ ອະດີດນັກກີລາກາຣາເຕ້ໂດທີມຊາດລາວ ທັງເປັນຫົວໜ້າກຳມະການຕັດສິນຝ່າຍເຕັກນິກ ຂອງສະຫະພັນກາຣາເຕ້ໂດແຫ່ງຊາດ ທັງເປັນຫົວໜ້າຄູຝຶກສາຍດຳ ຂັ້ນ 3 ຂອງສະໂມສອນ ລາວ-ເຈເຄເອ ກາຣາເຕ້ໂດ ໃຫ້ສໍາພາດໃນທ້າຍອາທິດທີ່ຜ່ານມາວ່າ: ສະໂມສອນ ກາຣາເຕ້ໂດ ໄດ້ສ້າງຕັ້ງຂຶ້ນ ເມື່ອປີ 2014 ເປັນຕົ້ນມາ ໂດຍມີຈຸດປະສົງຫຼັກເພື່ອຢາກປະກອບສ່ວນສົ່ງເສີມການພັດທະນານັກກີລາກາຣາເຕ້ໂດເຍົາວະຊົນລາວ ສາມາດກ້າວຂຶ້ນຮັບໃຊ້ທີມຊາດ ແນໃສ່ສ້າງຜົນງານໃນການແຂ່ງຂັນຊີງແຊັມນາໆຊາດ ເວົ້າລວມ, ເວົ້າສະເພາະແມ່ນງານກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ ໃນປີໜ້ານີ້.
ອີກດ້ານໜຶ່ງກໍສ້າງໂອກາດໃຫ້ນັກກີລາໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ເພື່ອຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ໂດຍສະເພາະແມ່ນບັນຫາຢາເສບຕິດ.

“ ມາຮອດປັດຈຸບັນ ສະໂມສອນພວກເຮົາມີສະມາຊິກນັກກີລາເກືອບ 50 ຄົນ ມີທັງຮຸ່ນເຍົາວະຊົນ ແລະ ຊາວໜຸ່ມທົ່ວໄປ; ປະກອບດ້ວຍ 2 ສາຂາຄື ສາຍຂາທີ 1 ເປີດສອນ ຢູ່ທີ່ສູນກີລາໃນຮົ່ມ ບູໂດເຊັນເຕີ ເມືອງຈັນທະບູລີ ແລະ ສາຂາທີ 2 ແມ່ນເປີດສອນ ຢູ່ທີ່ເອັບຟິດເນັດ ວິທະຍາເຂດດົງໂດກ. ການຝຶກສອນມີຫຼາຍຮູບແບບ ກໍຄືສອນຂັ້ນພື້ນຖານ ໃນປະເພດຟ້ອນ ໃຫ້ນ້ອງນ້ອຍເຍົາວະຊົນ ແລະ ສອນຕົວຈິງໃນການຕໍ່ສູ້ໃຫ້ຮຸ່ນຊາວໜຸ່ມ ເພື່ອກຽມເຂົ້າຮ່ວມແຂ່ງຂັນ ” ທ່ານ ອິນທະນູສອນ ກ່າວ.

ທ່ານ ອິນທະນູສອນ ວິໄລສຸກ ກ່າວຕື່ມອີກວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ພາຍໃຕ້ການນຳພາຂອງທ່ານ ອຸຕະວົງ ປະທຳມະວົງ ເປັນປະທານສະໂມສອນ ໄດ້ມີນັກກີລາທີມຊາດ ຮ່ວມເປັນຄູຝຶກສອນນຳອີກ. ນອກຈາກຝຶກສອນຖ່າຍທອດຄວາມຮູ້ຄວາມສາມາດ ແລະ ປະສົບການໃຫ້ແກ່ນັກກີລາແລ້ວ ກໍຍັງນຳພາເຂົາເຈົ້າເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ແລະ ຕິດທີມຊາດຫຼາຍຮຸ່ນ ສະເພາະພາຍໃນ ກໍສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າຂັນກຽດຕິຍົດຂັນຊະນະເລີດ ງານແຂ່ງຂັນກີລາກາຣາເຕ້ໂດ ທົ່ວປະເທດ ຊິງຂັນເຈົ້າຄອງນະຄອນຫຼວງວຽງຈັນ ເມື່ອປີ 2016 ມາຄອງໄດ້ 1 ຂັນລາງວັນ. ນອກນັ້ນ, ກໍສາມາດຄວ້າແຊັມຫຼຽນຄໍາ ແລະ ຂັນຊະນະເລີດ ໄດ້ຫຼາຍລາຍການ ທັງພາຍໃນສປປ ລາວ, ຢູ່ທີ່ປະເທດໄທ ແລະ ສສ ຫວຽດນາມ.

ສຳລັບປະຫວັດ ແລະ ຜົນງານຂອງ ສະໂມສອນ ລາວ-ເຈເຄເອ ກາຣາເຕ້ໂດ ສ້າງຕັ້ງຂຶ້ນມາແຕ່ປີ 2014 ໄດ້ເຂົ້າຮ່ວມຢູ່ລາວ ປີ 2015 ຄັ້ງທີ 2 ຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ທີ 2, ຄວ້າແຊັມ ກາຣາເຕ້ໂດ ທົ່ວປະເທດ ຄັ້ງທີ 3 ຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນ ເມື່ອປີ 2016, ປີ 2017 ຊີງແຊັມທົ່ວປະເທດ ໄດ້ທີ 3, ປີ 2018 ຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນໄດ້ທີ 2.
ປີ 2019 ລາຍການວຽງຈັນໂອເພັນຈາກ 12 ສະໂມສອນ ມາຈາກ 3 ປະເທດ ໄດ້ທີ 2 ພ້ອມທັງຄວ້າຫຼຽນຄຳ ໄດ້ເຖິງ 8 ຫຼຽນ, 9 ຫຼຽນເງິນ ແລະ 13 ຫຼຽນທອງ. ສ່ວນລາຍການເຂົ້າຮ່ວມຢູ່ຕ່າງປະເທດ ຕາງໜ້າກາຣາເຕ້ໂດລາວ ເຂົ້າຮ່ວມ ໄທແລນ ໂອເພັນ ປີ 2016 ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ທີ່ປະເທດໄທ, ປີ 2017 ໄທແລນ ໂອເພັນ ຍາດໄດ້ 1 ຫຼຽນທອງ ທີ່ປະເທດໄທ, ປີ 2018 ເງະອານໂອເພັນ ທີ່ສສ ຫວຽດນາມ ສາມາດຍາດໄດ້ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 6 ຫຼຽນທອງ, ປີ 2018 ໄທແລນ ໂຊໂຕຄັບກະເສດສາດ ຍາດໄດ້ 2 ຫຼຽນຄໍາ, 2 ຫຼຽນເງິນ 4 ຫຼຽນທອງ ແລະ ຫຼ້າສຸດປີ 2019 ໄທແລນ ໂອເພັນ ຍາດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນທອງ ທີ່ປະເທດໄທ.