5 ຂໍ້ດີຂອງ “ ສັງຄົມອອນລາຍ ” ໃນຍຸກ ໂຄວິດ – 19

139

ໃນຍຸກທີ່ເຕັກໂນໂລຊີພັດທະນາໄປໄວຫຼາຍຈົນນຳເກືອບບໍ່ທັນ ໂລກອອນລາຍຈະເຮັດໃຫ້ຄົນກາຍເປັນຄົນເຫັນແກ່ຕົວຂຶ້ນມາທັນທີ ເພາະຄົນຢູ່ແຕ່ກັບໜ້າຈໍ ເສບແຕ່ເລື່ອງທີ່ຕົນເອງພໍໃຈ, ບໍ່ເປີດໃຈໃຫ້ຄົນອື່ນ, ບໍ່ມີປະຕິສຳພັນກັບຄົນອ້ອມຂ້າງຈົນກາຍເປັນຄວາມຫ່າງເຫີນຫຼາຍຂຶ້ນ.

ຈາກເມື່ອກ່ອນຄົນຈະຈັບກຸ່ມສົນທະນາເລື່ອງລາວຕ່າງໆໃນເວລາພັກທ່ຽງ ກັບກາຍເປັນທຸກຄົນນັ່ງກົ້ມໜ້າຢູ່ແຕ່ກັບຈໍໂທລະສັບບໍ່ສົນທະນາກັນທັງທີ່ນັ່ງຢູ່ຂ້າງໆກັນ ແຕ່ ຄວາມຈິງອາດຈະເປີດກຸ່ມແຊັດລັກນິນທາຄົນໆດຽວກັນຢູ່ກໍເປັນໄດ້!.

ໃນໄລຍະໂຄວິດ – 19 ເຊິ່ງຂະນະນີ້ສະຖານະການໃນຫຼາຍປະເທດຖືວ່າດີຂຶ້ນຫຼາຍ ແລະ ໄດ້ປົດລັອກມາດຕະການຕ່າງໆຖືເປັນຂ່າວດີວ່າເຮົາຈະກັບມາດຳເນີນຊີວິດກັນເປັນປົກກະຕິໄດ້ໃນບໍ່ຊ້າ ແຕ່ກໍອາດຈະຕ້ອງປັບປ່ຽນວິຖີຊີວິດເລັກໜ້ອຍ. ສະນັ້ນ, ຄໍລຳໄອທີມື້ນີ້ຈະນຳສະເໜີຂໍ້ດີຂອງໂລກອອນລາຍໃນຍຸກໂຄວິດ – 19 ຄື:

1 ອັບເດດຂ່າວສານໄດ້ວ່ອງໄວ “ ຍິ່ງຮູ້ເລື່ອງໄດ້ໄວ ກໍຍິ່ງຫາທາງຮັບມືໄດ້ດີ ” ເປັນຄຳເວົ້າທີ່ພິສູດແລ້ວວ່າການທີ່ເຮົາໄດ້ຮູ້ຕັ້ງແຕ່ທຳອິດຈະເຮັດໃຫ້ເຮົາໄດ້ກຽມຕົວ ມີເວລາຄິດໃຫ້ຮອບຄອບ ແລະ ວາງແຜນຢ່າງຮັດກຸມເພື່ອຮັບມືກັບເລື່ອງຕ່າງໆໄດ້ດີຂຶ້ນ. ທັງນີ້, ການເຊື່ອໃນທັນທີກໍບໍ່ແມ່ນເລື່ອງດີ ຕ້ອງມີວິຈາລະນະຍານໃນການເສບຂ່າວວ່າເປັນຂ່າວແທ້ ຫຼື ຂ່າວປອມ ແລະ ກໍຢ່າຕື່ນຕົວເກີນເຫດ ເພາະຈະເຮັດໃຫ້ເຮົາສະຕິແຕກຈົນເຮັດຫຍັງບໍ່ໄດ້.

2 ສະໜັບສະໜູນມາດຕະການໄລຍະຫ່າງທາງສັງຄົມ ( Social Distancing ) ຖືກນຳມາໃຊ້ເປັນມາດຕະການໃນການຕັດວົງຈອນການແຜ່ລະບາດຂອງໂຄວິດ – 19 ເພາະ “ ພະຍາດຈະບໍ່ຕິດຕໍ່ຖ້າເຮົາບໍ່ຕິດຕໍ່ກັນ ”.

3 ສ້າງໂອກາດດີໆຕໍ່ກັນ ເມື່ອເຮົາຕ້ອງຫ່າງກັນກິດຈະກຳຫຼາຍຢ່າງກໍຖືກຍົກເລີກ ຈະອອກໄປໃສກໍລຳບາກ ຫຼາຍຄົນຈຶ່ງໄດ້ແຕ່ຢູ່ເຮືອນນັ່ງໆນອນໆບໍ່ຮູ້ຈະເຮັດຫຍັງ ແຕ່ຍັງດີທີ່ບາງເວັບໄຊເປີດໃຫ້ເບິ່ງຮູບເງົາຟຣີ ທັງທີ່ຕ້ອງສະໝັກສະມາຊິກ ຫຼື ທີ່ດີກວ່ານັ້ນ ກໍຄື: ມີຫຼັກສູດການຮຽນອອນລາຍເປີດໃຫ້ລົງຮຽນໄດ້ຟຣີ ເຮົາຈຶ່ງໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດຫຼາຍກວ່າການເບິ່ງຮູບເງົາ ແລະ ຫຼັງຈາກໝົດໂຄວິດ – 19 ແລ້ວ ກໍຍັງມີ ຄວາມຮູ້ຕິດຕົວເອົາໄປໃຊ້ຕໍ່ຍອດໄດ້.

4 ເຫັນການຊ່ວຍເຫຼືອກັນໄລຍະທີ່ໂຄວິດ – 19 ກຳລັງວິກິດຈະເຫັນເລີຍວ່າພະລັງໂຊຊຽວນັ້ນເຮັດໄດ້ຫຼາຍຢ່າງ ຊາວເນັດຮ່ວມກັນໃຊ້ຊ່ອງທາງທີ່ມີຢູ່ໃນມືຊ່ວຍເຫຼືອຜູ້ອື່ນໃນລັກສະນະຂອງການແບ່ງປັນ ແລະ ບອກຕໍ່ເປີດພື້ນທີ່ໃນໂຊຊຽວໃຫ້ຄົນໄດ້ທຳມາຫາກິນ.

5 ແບ່ງປັນຄວາມຮູ້ສຶກດີໆໃນໄລຍະທີ່ມີເຫດການທີ່ບໍ່ດີ ຂ່າວສານມີແຕ່ເລື່ອງເຮັດໃຫ້ເຈັບຫົວ ພະຍາດກໍຕ້ອງລະວັງ ປາກທ້ອງກໍຕ້ອງຫາລ້ຽງ ສົ່ງຜົນໃຫ້ສຸຂະພາບຈິດເສຍ ກະທົບສຸຂະພາບກາຍ ແຕ່ຍັງດີທີ່ຍັງມີພື້ນທີ່ໜ້ອຍໆໃນໂລກອອນລາຍທີ່ມີເນື້ອຫາໃຫ້ກຳລັງໃຈເຊິ່ງກັນ ແລະ ກັນໃຫ້ເຫັນ ແລະ ອ່ານ, ໃຫ້ຄົນໄດ້ລືມເລື່ອງລາວຕ່າງໆ, ໃຫ້ໄດ້ຍິ້ມອອກ ແລະ ມີກຳລັງໃຈຈະສູ້ຕໍ່ໄປ.

ໂດຍ: ສົມລົດ

ທີ່ມາ: tonkit360.com