ສວນພຶກສາ ກັບມາເປີດບໍລິການອີກຄັ້ງ

165

ພາກທຸລະກິດບໍລິການສະຖານທີ່ທ່ອງທ່ຽວຂອງລາວ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ – 19 ໜັກສົມຄວນ, ບາງສະຖານທີ່ຍັງບໍ່ສາມາດຟື້ນສະພາບເພື່ອເປີດໃຫ້ບໍລິການນັກທ່ອງທ່ຽວໄດ້. ສໍາລັບສວນພຶກສາ ເລັງເຫັນໂອກາດໂດຍອາໄສໄລຍະລັດຖະບານຈັດຕັ້ງປະຕິບັດ ຄໍາສັ່ງ 06/ນຍ ປິດ ແລະ ເພື່ອປັບປຸງສະຖານທີ່, ຍົກລະດັບຄວາມຮູ້ພະນັກງານໃນການປ້ອງກັນ ແລະ ກັບມາເປີດໃຫ້ບໍລິການອີກຄັ້ງ ນັບແຕ່ວັນທີ 7 ພຶດສະພາເປັນຕົ້ນມາ.

ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ກ່າວວ່າ: ໃນໄລຍະທີ່ລັດຖະບານອອກຄໍາສັ່ງ 06/ນຍ ແລະ ຫຼາຍມາດຕະການເພື່ອພ້ອມກັນຈັດຕັ້ງປະຕິບັດ, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ – 19 ເຮັດໃຫ້ສະຖານທີ່ທ່ອງທ່ຽວໂດຍລວມໄດ້ຮັບຜົນກະທົບ100% ຈາກທີ່ນັກທ່ອງທ່ຽວຕ່າງປະເທດບໍ່ສາມາດເຂົ້າມາໄດ້ ຄາດວ່ານັກທ່ອງທ່ຽວຕ່າງປະເທດຈະຍັງເຂົ້າມາບໍ່ໄດ້ໄປຈົນຮອດທ້າຍປີ ເນື່ອງຈາກການລະບາດຂອງໂຄວິດ – 19 ຢູ່ຕ່າງປະເທດຍັງມີລັກສະນະເພີ່ມຂຶ້ນ. ຢ່າງໃດກໍຕາມ, ກ່ອນການລະບາດຂອງໂຄວິດ – 19 ເຫັນວ່ານັກທ່ອງທ່ຽວຕ່າງປະເທດທີ່ນິຍົມມາສວນພຶກສາແມ່ນ ສ.ເກົາຫຼີ, ຮອງລົງມາກໍປະເທດຈີນ. ສະນັ້ນ, ໃນເງື່ອນໄຂການເປີດໃຊ້ທາງດ່ວນ ແລະ ທາງລົດໄຟ ລາວ – ຈີນ ທ້າຍປີ 2021 ສວນພຶກສາ ຍັງມີຄວາມຫວັງໃນການສ້າງແຜນຮັບນັກທ່ອງທ່ຽວຈີນ ທີ່ຈະເຂົ້າມາເຊິ່ງເປັນແຜນໄລຍະຍາວ.

ສ່ວນໄລຍະສັ້ນພວກເຮົາເບິ່ງການທ່ອງທ່ຽວພາຍໃນປະເທດເຮົາເປັນຫຼັກ ໂດຍມີການເປີດໂອກາດໃຫ້ຜູ້ປະກອບການຜະລິດສິນຄ້າພາຍໃນ ສາມາດເຂົ້າມາວາງສິນຄ້າພາຍໃນສວນພຶກສາໄດ້ ເພື່ອເປັນອີກຊ່ອງທາງໜຶ່ງໃນການຈໍາໜ່າຍສິນຄ້າ, ໄປພ້ອມກັບກະຕຸ້ນການທ່ອງທ່ຽວພາຍໃນປະເທດ ເນື່ອງຈາກສະພາບການຈໍາກັດ, ການປ້ອງກັນພະຍາດບາງທ່ານກໍບໍ່ໄດ້ເຄື່ອນໄຫວໄປທາງໃດ, ແຕ່ກໍຢາກໄປສູດດົມເອົາກິ່ນອາຍຂອງທໍາມະຊາດ, ອາກາດປອດໂປ່ງ, ພວກເຮົາມີຕູບເພື່ອໃຫ້ຄອບຄົວໄດ້ນັ່ງພັກຜ່ອນໂດຍເວັ້ນໄລຍະຫ່າງກັນ.

ສ່ວນການຈັບຄູ່ທຸລະກິດທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ ກໍຄືເມືອງນາຊາຍທອງ ໂດຍສະເພາະແຫຼ່ງທ່ອງທ່ຽວຕາດຊອນ ແລະ ແຫຼ່ງທ່ອງທ່ຽວນາເດຍຟາມ ທີ່ຜ່ານມາເຮົາກໍໄດ້ມາປຶກສາຫາລືກັນວ່າຈະຮ່ວມມືກັນແນວໃດ ໃນເບື້ອງການຈັດຕັ້ງປະຕິບັດກໍຍັງບໍ່ທັນມີໝາກຜົນ.

ສ່ວນຂໍ້ສະເໜີອີກບັນຫາໜຶ່ງທີ່ແຫຼ່ງທ່ອງທ່ຽວພາຍໃນປະເທດເຮົາບໍ່ປະສົບຜົນສໍາເລັດ ຫຼື ສໍາເລັດຊ້າ ເນື່ອງຈາກ ຂະແໜງການກ່ຽວຂ້ອງທີ່ຄຸ້ມຄອງຍັງຈັດຕັ້ງປະຕິບັດບໍ່ທັນດີ ຜ່ານມາເຫັນວ່າຖ້າແມ່ນບໍລິສັດທົວຕ່າງປະເທດ ກໍແມ່ນນັກທຸລະກິດຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດ. ສະນັ້ນ, ເຫັນວ່ານັກທຸລະກິດລາວ ຫຼື ເຈົ້າຂອງແຫຼ່ງທ່ອງທ່ຽວລາວຍັງບໍ່ໄດ້ຮັບຜົນປະໂຫຍດເຕັມເມັດເຕັມໜ່ວຍ, ການເສຍຜົນປະໂຫຍດດັ່ງກ່າວຖ້າຫາກບໍລິສັດທົວເຂົາເປັນຜູ້ດໍາເນີນການທັງໝົດ ແນ່ນອນຮ້ານອາຫານກໍເປັນຮ້ານອາຫານທີ່ນັກທຸລະກິດປະເທດນັ້ນໆມາລົງທຶນເພື່ອຮອງຮັບ, ໂຮງແຮມກໍແມ່ນໂຮງແຮມເຂົາເຈົ້າເອງ, ເຄື່ອງທີ່ລະນຶກຕ່າງໆກໍແມ່ນຂອງເຂົາເຈົ້າເອງ. ສະນັ້ນ, ພາກລັດຕ້ອງຈິງຈັງເຂົ້າມາແກ້ໄຂບັນຫານີ້ ເພື່ອເຮັດໃຫ້ພາກທຸລະກິດລາວໄດ້ຮັບຜົນປະໂຫຍດ, ໄປຄຽງຄູ່ກັນພາກທຸລະກິດລາວຕ້ອງໄດ້ຍົກລະດັບປັບປຸງການບໍລິການໃຫ້ມີຄຸນນະພາບ ເພື່ອຮັບໂອກາດທີ່ຈະມາເຖິງ.

ສໍາລັບການເປີດບໍລິການສວນພຶກສາ ນັບແຕ່ວັນທີ 7 ພຶດສະພາເປັນຕົ້ນມາ ເຫັນວ່ານັກທ່ອງທ່ຽວກໍເລີ່ມເຂົ້າມາທ່ຽວຊົມ, ນອກຈາກຈະມາສໍາຜັດອາກາດສົດຊື່ນ, ທໍາມະຊາດ, ມາພັກຜ່ອນແລ້ວ ພວກເຮົາກໍໄດ້ປັບປຸງບາງລາຍການທ່ອງທ່ຽວໃຫ້ໂດດເດັ່ນຂຶ້ນ. ພ້ອມນັ້ນ, ກໍພ້ອມຮອງຮັບນັກຮຽນຊັ້ນຕ່າງໆທີ່ມີຄວາມສົນໃຈມາຝຶກທັກສະວິຊາຊີບ ເຊິ່ງພວກເຮົາມີ 17 ສາຂາຮອງຮັບ ໂດຍສະເພາະແມ່ນຄວາມຮູ້ດ້ານກະສິກໍາ, ພືດສະໝຸນໄພ, ການປຸງແຕ່ງອາຫານ ແລະ ອື່ນໆ.

ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ