ຜາພະ ບ້ານປາກງາວ ທີ່ລຶກລັບທີ່ຫຼາຍຄົນຍັງບໍ່ຮູ້

175

ໜຶ່ງສະຖານທີ່ ທີ່ເຮັດໃຫ້ອຸ່ນກາຍ ອຸ່ນໃຈ ຂອງຊາວແຂວງບໍ່ແກ້ວອີກໜຶ່ງສະຖານທີ່ ຄື ຜາພະ ເປັນສະຖານທີ່ສັກສິດທີ່ຄົນໃຫ້ຄວາມເຄົາລົບບູຊາ ໃຜຜ່ານໄປກາຍມາຕ້ອງໄດ້ນົບໄຫວ້ຕະຫຼອດ.

ຜາພະ ຕັ້ງຢູ່ ບ້ານປາກງາວ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ຫ່າງຈາກຕົວເມືອງຫ້ວຍຊາຍປະມານ 15 ກິໂລແມັດ.

ຈຸດພິເສດ ຜາພະ ມີຮອຍແກະສະຫຼັກຮູບພາບຢູ່ເທິງຜາຫີນ ຕາມການເລົ່າວ່າ ຮອຍແກະສະຫຼັກຮູບພາບຢູ່ເທິງຜາຫີນ ແມ່ນເພື່ອເປັນການລະນຶກເຖິງດວງວິນຍານລູກສາວຂອງເຈົ້າອານຸວົງ ທີ່ໄດ້ສິ້ນພະຊົນຊີບຢູ່ສະຖານທີ່ແຫ່ງນີ້

ແລະ ເມື່ອກ່ອນເພິ່ນຍັງໄດ້ຝັງເຄື່ອງຂອງທີ່ມີຄ່າຈຳນວນໜຶ່ງໄວ້ໂງ່ນຫີນກາງແມ່ນ້ຳຂອງ ແຕ່ໜ້າເສຍດາຍທີ່ເຄື່ອງຂອງມີຄ່າເຫລົ່ານັ້ນໄດ້ຖືກ ກຸ່ມຄົນບໍ່ດີຂຸດຄົ້ນເອົາໄປໝົດແລ້ວ ເຫຼືອພຽງແຕ່ຮ່ອງຮອຍປະໄວ້ເທົ່ານັ້ນ.

ໃຜໄດ້ມາກໍແວ່ໄຫວ້ພະຂໍພອນໄດ້.

ຮູບພາບ : Houmphet MANISOUK
ຂໍ້ມູນ : ເວັບໄຊທ໌ ຫ້ອງການທ່ອງທ່ຽວບໍ່ແກ້ວ