10 ອາຫານເສີມພູມຄຸ້ມກັນ ຕອບໂຈດສາຍຄົນຮັກສຸຂະພາບ ສຸຂະພາບດີສ້າງໄດ້!

174

“ສຸຂະພາບດີບໍ່ມີຂາຍ ຢາກໄດ້ຕ້ອງສ້າງເອງ” ເຊື່ອວ່າຫຼາຍຄົນຕ້ອງເຄີຍໄດ້ຍິນປະໂຫຍກນີ້ກັນແນ່ແລ້ວສຳລັບຄົນທີ່ຮັກສຸຂະພາບ ເຊິ່ງບອກເລີຍວ່າປະໂຫຍກນີ້ສາມາດໃຊ້ໄດ້ກັບທຸກຍຸກທຸກສະໄໝ ເພາະນອກຈາກການອອກກຳລັງກາຍ ແລະພັກຜ່ອນໃຫ້ພຽງພໍແລ້ວ ການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍແມ່ນເປັນສິ່ງທີ່ທຸກຄົນບໍ່ຄວນເບິ່ງຂ້າມ ຍິ່ງໃນຍຸກປັດຈຸບັນມີໂລກໄພໄຂ້ເຈັບຕ່າງໆທີ່ສາມາດເຮັດໃຫ້ເຮົານັ້ນເຈັບປ່ວຍໄດ້ສະເໝີ ໂດຍສະເພາະແມ່ນກຸ່ມຄົນທີ່ມີພູມຄຸ້ມກັນໜ້ອຍ ມື້ນີ້ແອັດມິນຈະມາແບ່ງປັນລາຍການ 10 ອາຫານເສີມພູມຄຸ້ມກັນ ໃຫ້ກັບຄົົນທີ່ຮັກສຸຂະພາບ ຈະມີຫຍັງແນ່ ນຳໄປເບິ່ງກັນເລີຍ.

ຊາຂຽວ

ໃນຊາຂຽວມີສານສະກັດທີ່ມີຊື່ວ່າ “Catechin” ເຊິ່ງມີຄຸນສົມບັດຊ່ວຍເສີມສ້າງພູມຄຸ້ມກັນ ດື່ມໄດ້ປະມານ 2 ຈອກຕໍ່ມື້ ແນະນຳໃຫ້ດື່ມແບບອຸ່ນໆ ແລະເລືອກຊາຂຽວທີ່ບໍ່ມີສ່ວນປະສົມຂອງນ້ຳຕານ ຈະດີຕໍ່ຮ່າງກາຍຫຼາຍ.

ຂິງ

ສາມາດເລືອກກິນໄດ້ທັງແບບນ້ຳ ແລະແບບຕ່ອນ ຫຼືຈະເອົາມາເຮັດເປັນເມນູຂອງຫວານ ເຊັ່ນ ບົວລອຍເຜືອກນ້ຳຂິງ ກໍ່ໄດ້ ໂດຍໃນໂຕຂິງສົດຈະມີສານອອກລິດທີ່ສຳຄັນກໍຄື “Gingerol” ທີ່ຈະຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ນອກຈາກນີ້ ຍັງຊ່ວຍຫຼຸດຜ່ອນການຕິດເຊື້ອໃນລະບົບທາງເດີນຫາຍໃຈໄດ້.

ຕົ້ນອ່ອນທານຕາເວັນ

ເປັນຜັກທີ່ໄດ້ຮັບການສຶກສາແລະຄົ້ນຄວ້າແລ້ວວ່າສາມາດຊ່ວຍຕ້ານການຕິດເຊື້ອຕ່າງໆໃນລະບົບທາງເດີນຫາຍໃຈ ສາມາດກິນສົດໆ ເປັນສະຫຼັດຜັກກໍ່ໄດ້ ຫຼື ຈະນຳໄປປະກອບເປັນເມນູອາຫານປະເພດຜັດກໍ່ເປັນຕົວເລືອກທີ່ດີອີກຢ່າງໜຶ່ງ.

ກະທຽມ

ກະທຽມເປັນໜຶ່ງໃນສ່ວນປະກອບອາຫານທີ່ນິຍົມ ແລະເກືອບຈະທຸກເຮືອນຕ້ອງມີໄວ້ໃນເຮືອນຄົວ ເພາະສາມາດນຳມາຜັດຄູ່ກັບຊີ້ນສັດໃຫ້ກາຍເປັນເມນູ ຜັດກະທຽມໄດ້ ເຊັ່ນ ໝູຜັດກະທຽມ ແຕ່ໜ້ອຍຄົນທີ່ຈະຮູ້ວ່າໃນກະທຽມນັ່ໍ້ນມີສານທີ່ເອີ້ນວ່າ “Allicin” ເຊິ່ງມີຄຸນລັກສະນະທີ່ເດັ່ນຄື ມີສານຕ້ານອະນຸມູນອິດສະລະ ຊ່ວຍເພີ່ມແລະເສີມພູມຄຸ້ມກັນໃຫ້ກັບຮ່າງກາຍ ພ້ອມທັງສາມາດປ້ອງກັນພະຍາດໄດ້ຫຼາຍຢ່າງ.

ໝາກເຜັດ

ໃຜທີ່ມັກໃນການກິນເຜັດທ່ານມາຖືກທາງແລ້ວ ເພາະນອກຈາກຄວາມເຜັດທີ່ຈະໄດ້ຮັບແລ້ວ ແນ່ນອນໃນໝາກເຜັດຍັງມີສານໃຫ້ຄວາມເຜັດທີ່ເອີ້ນວ່າ “Capsaicin” ສານໂຕນີ້ຈະຊ່ວຍສ້າງລະບົບພູມຄຸ້ມກັນ ຂ້າເຊື້ອໄວຣັສ ນອກຈາກນີ້ຍັງເສີມສ້າງການເຮັດວຽກຂອງເມັດເລືອດຂາວອີກດ້ວຍ

ຫອມບົວແຫ້ງ

ຫອມບົວແດງເປັນອີກໜຶ່ງສະໝຸນໄພທີ່ມີສັບພະຄຸນຕ້ານໄວຣັສໄດ້ດີ ນຳໄປໃສ່ໃນເມນູຍຳ ຫຼື ເມນູປະເພດຕົ້ມ ກິນແລ້ວຈະຊ່ວຍໃຫ້ດັງໂລ່ງຫາຍໃຈສະດວກ ແຖມຍັງຫາຊື້ໄດ້ງ່າຍ ແລະທີ່ສຳຄັນ ຫອມບົວແຫ້ງຍັງສາມາດນຳໄປເຮັດເປັນມາກສ໌ໄວ້ຫຼຸດ ຮອຍດຳຮອຍແດງ ຈາກສິວໄດ້ອີກດ້ວຍ.

ໄມ້ອົບ

ເຄື່ອງເທດກິ່ນຫອມຈາກເມືອງຈີນໂຕນີ້ ຮູ້ຫຼືບໍ່ວ່າໃນທາງການແພດແຜນຈີນຖືກນຳມາໃຊ້ສຳລັບການຂ້າເຊື້ອໄວຣັສ ແລະ ຫຼຸດການຕິດເຊື້ອໄດ້ດີ ບໍ່ແນະນຳໃຫ້ກິນສົດໆ ແຕ່ໃຫ້ໃສ່ໃນເມນູປະເພດຕົ້ມ ເຊັ່ນ ເມນູພະໂລ້ ເປັນຕົ້ນ.

ເຫັດຫອມ

ມີສານສຳຄັນຄື “ເບຕ້າກລູແຄນ (Betaglucan)” ທີ່ທາງການແພດປັດຈຸບັນໃຫ້ການຍອມຮັບວ່າມີປະໂຫຍດຫຼາຍ ໂດຍເບຕ້າກລູແຄນໂຕນີ້ຈະໄປຈັບກັບໂຕຮັບທີ່ຝາຜະໜັງຂອງເມັດເລືອດຂາວ ເຮັດໃຫ້ເມັດເລືອດຂາວເຄື່ອນໂຕມາຈັບກິນເຊື້ອໂລກ ຫຼື ເຊື້ອໄວຣັສ ແລະເຮັດວຽກໄດ້ຢ່າງມີປະສິດທິພາບ ເໝາະທີ່ຈະນຳໄປເຮັດເມນູເຫັດຫອມນ້ຳແດງ ຫຼື ເມນູຕ່າງໆ ໂດຍສະເພາະເມນູຕົ້ມເປັນຢ່າງຍິ່ງ.

ບລູເບີຣີ້

ເປັນແຫຼ່ງຂອງ “flavonoid” ຊະນິດໜຶ່ງ ທີ່ເອີ້ນວ່າ “Anthocyanin” ເຊິ່ງມີສານຕ້ານອະນຸມູນອິດສະຫຼະທີ່ສາມາດຊ່ວຍກະຕຸ້ນລະບົບພູມຄຸ້ມກັນຂອງທ່ານໃຫ້ແຂງແຮງ ເສີມສ້າງລະບົບພູມຄຸ້ມກັນຂອງລະບົບທາງເດີນຫາຍໃຈໃຫ້ເຮັດວຽກໄດ້ດີຂື້ນ ນອກຈາກນັ້ນ ຄົນທີ່ບໍລິໂພກອາຫານທີ່ມີສານ “flavonoid” ມີໂອກາດທີ່ຈະຕິດເຊື້ອໃນທາງເດີນຫາຍໃຈໜ້ອຍກວ່າຜູ້ທີ່ບໍ່ກິນ ໃຜທີ່ມັກເບເກີຣີ້ກໍສາມາດນຳມາເຮັດເປັນ Blueberry Crumble Muffins ໄດ້ອີກດ້ວຍ.

ໂຢເກິດ

ໂຢເກິດທີ່ຫຼາຍໆຄົນມັກ ນັ້ນເຕັມໄປດ້ວຍວິຕາມິນດີມີປະໂຫຍດຕໍ່ຮ່າງກາຍ ເຊິ່ງໜຶ່ງໃນສັບພະຄຸນນັ້ນກໍຄື ເສີມລະບົບພູມຄຸ້ມກັນໃຫ້ແຂງແຮງຫຼາຍຍິ່ງຍິ່ງຂຶ້ນ ແຕ່ຄວນຮັບປະທານໂຢເກິດລົດທຳມະຊາດຈະດີທີ່ສຸດ ເພື່ອຫຼຸດຄວາມສ່ຽງຂອງການເພີ່ມລະດັບນ້ຳຕານໃນເລືອດ ນອກຈາກນີ້ໂຢເກິດຍັງຫາຊື້ໄດ້ງ່າຍ ແລະ ມີຫຼາຍຍີ່ຫໍ້ໃຫ້ເລືອກ.

ນີ້ກໍ່ເປັນພຽງຕົວຢ່າງເລັກໆ ນ້ອຍໆ ຂອງ 10 ອາຫານເສີມພູມຄຸ້ມກັນໃຫ້ກັບຮ່າງກາຍເທົ່ານັ້ນ ຍັງມີຖົ່ວອັນມອນ ແກ່ນຕາເວັນ ໝາກຫຸ່ງ ແຄຣອດ ຟັກຂຽວ ແລະ ອື່ນໆ ອີກຫຼາກຫຼາຍທີ່ຈະຊ່ວຍເປີດໂໝດສ້າງພູມຄຸ້ມກັນ ແລະ ປົກປ້ອງຮ່າງກາຍຈາກພາວະເຈັບປ່ວຍຕ່າງໆ ແລະຂໍພຽງແຕ່ເຮົາເຮັດໂຕເອງໃຫ້ພ້ອມກິນອາຫານທີ່ມີປະໂຫຍດ ຮັກສາຄວາມສະອາດຂອງຮ່າງກາຍ ແລະທີ່ຢູ່ອາໄສ ພັກຜ່ອນໃຫ້ພຽງພໍບວກກັບອອກກຳລັງກາຍຢ່າງເໝາະສົມ ເຮົາກໍ່ຈະສາມາດເອົາໂຕລອດ ແລະ ຜ່ານຊ່ວງເວລາທີ່ຍາກລຳບາກໄປໄດ້ຢ່າງປອດໄພ.