ທ່ານ ນາງ ໄຊສະຫວັນ ນັນທະໄຊ ໄດ້ເປັນວ່າການຫົວໜ້າພະແນກ ຮສສ ແຂວງອຸດົມໄຊຜູ້ໃໝ່

104

ໃນວັນທີ 21 ເມສາ 2020 ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງຫົວໜ້າພະແນກ ຮສສ ແຂວງອຸດົມໄຊຜູ້ເກົ່າ ແລະ ວ່າການ ຜູ້ໃຫມ່ ພ້ອມທັງປະກາດການແຕ່ງຕັ້ງຮອງຫົວໜ້າພະແນກ ຮສສ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ຄຳພຽງ ຢາຈົງວາ ຮອງ ຮອງເຈົ້າແຂວງອຸດົມໄຊ. ມີຄະນະພະແນກ, ຄະນະຂະແຫນງ ພາຍໃນພະແນກ ແລະ ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳດີ ວົງລ້ອມ ຫົວຫນ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການ ອະນຸມັດ ໃຫ້ພະນັກງານພັກຜ່ອນກ່ອນມື້ຮັບອຸດໜູນບຳນານ ໂດຍ ໄດ້ຕົກລົງ ເຫັນດີໃຫ້ທ່ານ ສົມຟອງ ແສງຈັນທະລາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊ ພັກຜ່ອນກ່ອນມື້ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ພຶດສະພາ ປີ 2020 ເປັນຕົ້ນໄປ, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກຜ່ອນຮັບອຸດໜູນບຳນານ ໂດຍໄດ້ຕົກລົງໃຫ້ທ່ານ ຄຳເພົ້າ ດວງພະສິດ ແລະ ທ່ານ ທອງຈັນ ໄຊລືຕາ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ອອກພັກຜ່ອນຮັບອຸດໜູນບຳນານນັບແຕ່ວັນທີ 1 ເມສາ ປີ 2020 ເປັນຕົ້ນໄປ ພ້ອມດຽວກັນນີ້ ທ່ານເຈົ້າແຂວງກໍ່ໄດ້ອອກຂໍ້ຕົກລົງ ແຕ່ງຕັ້ງ ທ່ານ ນາງ ໄຊສະຫວັນ ນັນທະໄຊ ເປັນວ່າການ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຜູ້ໃໝ່, ແຕ່ງຕັ້ງ ທ່ານ ນາງ ສົມເພັດ ແສງດາລາ ແລະ ທ່ານ ຄຳໝັ້ນ ຟອງມະນີ ເປັນຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ.

ຈາກນັ້ນ. ກໍໄດ້ຜ່ານບົດສະຫຼຸບມອບ-ຮັບຫນ້າທີ່ ພ້ອມທັງໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການລະຫວ່າງທ່ານ ສົມຟອງ ແສງຈັນທະລາ ຫົວຫນ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງຜູ້ເກົ່າ ແລະ ທ່ານ ນາງ ໄຊສະຫວັນ ນັນທະໄຊ ວ່າການຫົວຫນ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງຜູ້ໃຫມ່.

ທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງ ກ່າວໃນໂອກາດເຂົ້າຮ່ວມພິທີວ່າ ການມອບ-ຮັບຫນ້າທີ່ ແລະປະກາດການຈັດຕັ້ງຄັ້ງນີ້ ແມ່ນເປັນວຽກປົກກະຕິຂອງລະບົບການຈັດຕັ້ງກົງຈັກລັດ ເພື່ອແນໃສ່ປັບປຸງຫນ້າທີ່ວຽກງານໃຫ້ມີຄວາມສອດຄ່ອງ ແລະ ແທດເຫມາະກັບສະພາບໃນແຕ່ລະໄລຍະໃຫ້ມີຄວາມເຂັ້ມແຂງ, ຫນັກແຫນ້ນຍິ່ງໆຂຶ້ນ. ພ້ອມດຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພະແນກທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສຶບຕໍ່ຊີ້ນຳໆພາ ແລະ ປະຕິບັດຫນ້າທີ່ທີ່ໄດ້ຮັບການມອບຫມາຍໃຫ້ໄດ້ຮັບຜົນສຳເລັດ.

ຂ່າວ-ພາບ: ໄມພອນ