ການນໍາແຂວງ ແລະ ນະຄອນໄກສອນ ພົມວິຫານ ໄດ້ລົງແຈກຢາຍຜ້າອັດປາກ-ດັງ ໃຫ້ຄອບຄົວທີ່ຂາດເຂີນຢູ່ບ້ານສະໜາມໄຊ ແລະ ບ້ານອຸດົມວິໄລ.

109

ວິທະຍຸກະຈາຍສຽງ ສະຫວັນນະເຂດ,ດ້ວຍຄວາມເປັນຫວ່ງເປັນໄຍຂອງການນໍາຕໍ່ປະຊາຊົນພາຍໃນ ນະຄອນ ໄກສອນ ພົມວິຫານ; ດັ່ງນັ້ນໃນຕອນບ່າຍວັນທີ 13ເມສາ 2020 ນີ້, ການນໍາແຂວງສະຫວັນນະເຂດ ແລະ ການນໍານະຄອນໄກສອນ ພົມວິຫານ ໄດ້ຮ່ວມແຮງຮ່ວມໃຈມອບຜ້າອັດປາກ-ດັງເພື່ອໃຫ້ແກ່ປະຊາຊົນຄອບຄົວທີ່ຂາດເຂີນ,ເພື່ອປ້ອງກັນ ຄວບຄຸມ ແກ້ໄຂການລະບາດຂອງພະຍາດໂຄວິດ-19

ນໍາໂດຍທ່ານ ປອ.ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ປະທານຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19ຂັ້ນແຂວງ, ທ່ານ ປອ. ແສງທອງ ວັງແກ້ວມະນີ ເຈົ້ານະຄອນ ໄກສອນ ພົມວິຫານພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວແຈກຢາຍຜ້າອັດປາກ-ດັງ ໃຫ້ກັບປະຊາຊົນ ກຸ່ມບ້ານພັດທະນາທີ 2 ບ້ານສະໜາມໄຊ ແລະ ກຸ່ມບ້ານພັດທະນາທີ 4 ບ້ານ ອຸດົມວິໄລ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຢູ່ນະຄອນໄກສອນ ພົມວິຫານ ກໍຄືແຂວງສະຫວັນນະເຂດ.

ສໍາລັບ ບ້ານ ສະໜາມໄຊ ໄດ້ແຈກຢາຍໃຫ້ປະຊາຊົນ ຄອບຄົວທີ່ຂາດເຂີນທີ່ສຸດຂອງບ້ານ ເຊິ່ງມີທັງໝົດ 52 ຄອບຄົວ, ໄດ້ຄອບຄົວລະ 10 ແຜ່ນ ແລະ ບ້ານອຸດົມວິໄລ ຈໍານວນ 65 ຄອບຄົວ ໄດ້ຄອບຄົວລະ 10 ແຜ່ນເຊັ່ນກັນ.

ໂອກາດນີ້ທ່ານເຈົ້ານະຄອນໄກສອນ ພົມວິຫານ ກໍ່ໄດ້ເນັ້ນໜັກໃຫ້ປະຊາຊົນໄດ້ເຂົ້າໃຈເຖິງການການປ້ອງກັນ ແລະ ການແຜ່ລະບາດຂອງພະຍາດໂຄວິດ 19 ແລະໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງພ້ອມກັນ, ເອົາໃຈໃສ່ປະຕິບັດລະບຽບຢ່າງເຂັ້ມງວດ ທັງນີ້ກໍ່ເພື່ອເປັນການຄວບຄຸມແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ໃຫ້ທຸກຄົນມີຄວາມປອດໄພ.