ຫຼາຍພາກສ່ວນສືບຕໍ່ມອບເງິນ ແລະ ອຸປະກອນການແພດ ເພື່ອຕ້ານການແຜ່ລະບາດໂຄວິດ-19

130

ຫຼາຍພາກສ່ວນທັງພາກລັດ, ບັນດາບໍລິສັດ, ອົງການຈັດຕັ້ງສາກົນ ໄດ້ສືບຕໍ່ປະກອບສ່ວນເງິນ ແລະ ອຸປະກອນການແພດຕ່າງໆ ມາມອບໃຫ້ລັດຖະບານລາວ ເພື່ອຕ້ານການແຜ່ໂຄວິດ-19 ຢູ່ ສປປ ລາວ..


ໃນວັນທີ 6 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ, ລັດຖະມົນຕີ ກະຊວງການເງິນ, ຫົວຫນ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ -19 ໄດ້ຕາງໜ້າໃຫ້ລັດຖະບານລາວ ຮັບເຄື່ອງຊ່ວຍເຫຼືອ ຈາກບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວປະກອບມີ: ໜ້າກາກອະນາໄມ 250.000 ອັນ, ນໍ້າຢາເຫຼົ້າ50 ແກັດ, ຖົງມືແພດ 50 ແກັດ, ປາກະປ໋ອງ 240 ແກັດ, ໝີ່ 400 ແກັດ ລວມມູນຄ່າທັງໝົດ 1.100.000.000 ກີບ.


ຈາກທະນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ ມອບເງິນສົດ ມູນຄ່າ 50.000 ໂດລາ; ຈາກບໍລິສັດສະຕາໂທລະຄົມ ປະກອບມີ ອຸປະກອນໃນການສື່ສານ (ວີດີໂອຄອນເຟີເລັນ) ລວມມູນຄ່າ 2.830.000.000 ກີບ; ຈາກບໍລິສັດອີທີແອລ ຈຳກັດ ມອບເງິນສົດ ມູນຄ່າ 400 ລ້ານກີບ.


ໃນໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາບໍລິສັດດັ່ງກ່າວ, ທີ່ເຫັນຄວາມສຳຄັນ ແລະ ສະໜັບສະໜູນລັດ ຖະບານລາວ ໃນການຕ້ານການແຜ່ລະບາດ ຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ, ພ້ອມທັງຢືນຢັນວ່າ ຈະນຳເງິນດັ່ງກ່າວ ໄປນຳໃຊ້ເຂົ້າໃນວຽກງານດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ.