ເຈດີບີ ໄດ້ຮັບຜ້າອັດປາກອະນາໄມຈາກ ບໍລິສັດ ອາຊີ ຄວາມປອດໄພພິເສດ ເພື່ອປ້ອງກັນໂຄວິດ – 19

89

ບໍລິສັດ ອາຊີ ຄວາມປອດໄພພິເສດ ຈໍາກັດ ໄດ້ມອບຜ້າອັດປາກອະນາໄມ ຈໍານວນ 10.000 ອັນ ໃຫ້ແກ່ທະນາຄານຮ່ວມພັດທະນາ ( JDB ) ເພື່ອແຈກຢາຍໃຫ້ພະນັກງານຂອງທະນາຄານໃນຂອບເຂດທົ່ວປະເທດ. ທັງນີ້, ກໍເພື່ອເປັນການປ້ອງກັນພະນັກງານຜູ້ເຮັດໜ້າທີ່ບໍລິການ ແລະ ລູກຄ້າທີ່ມາໃຊ້ບໍລິການຢູ່ທະນາຄານໃນແຕ່ລະວັນໃຫ້ມີຄວາມປອດໄພຈາກພະຍາດໂຄວິດ – 19 ທີ່ພວມລະບາດຢູ່ຫຼາຍປະເທດທົ່ວໂລກ.

ໂອກາດນີ້, ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ໄດ້ກ່າວສະແດງຄວາມຂອບອົກຂອບໃຈເປັນຢ່າງສູງມາຍັງ ທ່ານ ມ໋າ ລຸຍຫາວ ປະທານ ບໍລິສັດ ອາຊີ ຄວາມປອດໄພພິເສດ ຈໍາກັດ ທີ່ໄດ້ນໍາເອົາຜ້າອັດປາກອະນາໄມມາຊ່ວຍເຫຼືອທະນາຄານຮ່ວມພັດທະນາໃນຄັ້ງນີ້ ທັງເປັນການຊ່ວຍເຫຼືອຫົວໜ່ວຍທຸລະກິດຂອງລາວກໍຄືທະນາຄານຮ່ວມພັດທະນາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ຫວັງວ່າໂອກາດໜ້າທະນາຄານຮ່ວມພັດທະນາ ຈະໄດ້ຮັບການຊ່ວຍເຫຼືອດ້ານຕ່າງໆຈາກບໍລິສັດ ອາຊີ ຄວາມປອດໄພພິເສດ ຈໍາກັດ ຕື່ມອີກ.

ພິທີມອບ – ຮັບຜ້າອັດປາກອະນາໄມ ຈໍານວນ 10.000 ອັນ ຈັດຂຶ້ນເມື່ອວັນທີ 26 ມີນາ 2020 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໃຫ້ກຽດມອບໂດຍ ທ່ານ ມ໋າ ລຸຍຫາວ ປະທານ ບໍລິສັດ ອາຊີ ຄວາມປອດໄພພິເສດ ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາຜູ້ບໍລິຫານທະນາຄານຮ່ວມພັດທະນາ ໂດຍການຊ້ອງໜ້າຜູ້ບໍລິຫານລະດັບສູງທັງສອງຝ່າຍກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ.

[ ຂ່າວ: ສົມສະຫວິນ; ຮູບ: ຄໍາຕົ້ນ ວໍລະຈັກ ]