ຊົມເຊີຍ! ຊີບີເອຟ ຟາຣມາ ມອບເຄື່ອງໃຊ້ການແພດ ແກ່ຄະນະສະເພາະກິດ ແຂວງຈໍາປາສັກ ມູນຄ່າ 100ລ້ານກີບ

133

ຄົນລາວຄົນມີນໍ້າໃຈ, ໃນສະພາບທີ່ປະເທດພົບວິກິດໂຄວິດ-19 ລະບາດແບບນີ້ ຖືເປັນອີກບົດທົດສອບໜຶ່ງຂອງການເບິ່ງນໍ້າໃຈຄົນພາຍໃນຊາດ ໂດຍສະເພາະແມ່ນບັນດານັກທຸລະກິດ ຫຼື ຜູ້ປະກອບການຕ່າງໆ ໃນການໃຫ້ຄວາມຊ່ວຍເຫຼືອ ປະກອບສ່ວນທັງດ້ານວັດຖຸ ຫຼື ທຶນສະໜັບສະໜູນໃນການປະຕິບັດວຽກງານ ຂອງລັດຖະບານ, ເຊິ່ງຜ່ານມາກໍ່ຈະປາກົດເຫັນຫຼາຍຂະແໜງການໃຫ້ຄວາມຊ່ວຍເຫຼືອຕະຫຼອດມາ, ແຕ່ຫຼ້າສຸດ ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ເປັນອີກແຮງໜຶ່ງໃນການມອບເຄື່ອງໃຊ້ທາງການແພດໃຫ້ແກ່ຄະນະສະເພາະກິດ ແຂວງຈໍາປາສັກ.

ວັນທີ 27 ມີນາ 2020, ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ໄດ້ມອບເຄື່ອງໃຊ້ທາງການແພດ ມູນຄ່າ 100 ລ້ານກີບ ໃຫ້ແກ່ຄະນະກຳມະການສະເພາະກິດ ຕ້ານການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂຣນາ ສາຍພັນໃໝ່ ຫຼື ໂຄວິດ-19 ຂອງແຂວງຈຳປາສັກ ໂດຍການກ່າວມອບຂອງທ່ານ ດຣ ບຸນທະວີ ກິລາທອງ ຮອງຜູ້ອຳນວຍການບໍລິສັດ ຊີບີເອຟ ຟາຣມາ ຈຳກັດ, ຮັບໂດຍ ທ່ານ ສະນັ່ນ ສີພາພົມມະຈັນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ຕາງໜ້າຄະນະກໍາມະການສະເພາະກິດ ຕ້ານພະຍາດ ໂຄວິດ 19 ຂັ້ນແຂວງ; ໂດຍມີ ທ່ານ ດຣ ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ການນຳ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທອງສອງຝ່າຍ ເຂົ້າຮ່ວມ.

ເຄື່ອງໃຊ້ທາງການແພດທີ່ມອບໃນຄັ້ງນີ້ ຄະນະກຳມະການສະເພາະກິດ ຕ້ານການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄໂຣນາ ສາຍພັນໃໝ່ ຂັ້ນແຂວງ ຈະນຳໄປແຈກຢາຍໃຫ້ແກ່ເຈົ້າໜ້າທີ່, ຄະນະຊ່ຽວຊານ ແລະ ວິຊາການ ທີ່ປະຕິບັດໜ້າທີ່ໃນການຕ້ານພະຍາດດັ່ງກ່າວ.

ທີ່ມາ: Phommasoukha Thounthongchay