ຮອງນາຍົກ ໄປອຸດົມໄຊ ແນະນຳໃຫ້ເອົາໃຈໃສ່ປ້ອງກັນໂຄວິດ ພ້ອມສົ່ງເສີມການປູກພືດເປັນສິນຄ້າໃຫ້ຫຼາຍຂຶ້ນ

101

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ອຸດົມໄຊ ໃນລະຫວ່າງວັນທີ 25-26 ມີນາ 2020 ໂດຍການຕ້ອນຮັບຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ.

ໂອກາດນີ້, ທ່ານ ໄດ້ຮັບຟັງການພັດທະນາເສດຖະກິດ-ສັງຄົມຂອງແຂວງວ່າ: ໃນໜຶ່ງປີຜ່ານມາທົ່ວແຂວງແມ່ນມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບສຸກໂດຍພື້ນຖານ, ທົ່ວພັກ ແລະ ທົ່ວປວງຊົນ ມີຄວາມສາມັກຄີເປັນເອກະພາບ, ມີຄວາມຫ້າວຫັນ ແລະ ເປັນເຈົ້າການສູ້ຊົນປະຕິບັດໜ້າທີ່ວຽກງານດ້ວຍຜົນສໍາເລັດດີ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວໃນລະດັບ 7,92%, ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 3.896,26 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ ໄດ້ 1.352 ໂດລາສະຫະລັດ.

ຈາກນັ້ນ, ທ່ານຮອງນາຍົກ ກໍ່ໄດ້ເນັ້ນໃຫ້ການນຳແຂວງ, ພະແນກແຜນການ ແລະ ການລົງທຶນແຂວງເອົາໃຈໃສ່ໃນການຕິດຕາມກວດກາບັນດາໂຄງການລົງທຶນຂອງພາກລັດ ແລະ ເອກກະຊົນໃຫ້ດຳເນີນ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງຮຽກຮ້ອງໃຫ້ການນຳ ຂອງແຂວງ ອຸດົມໄຊ ເອົາໃຈໃສ່ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານສາທາລະນະສຸກ ແລະ ວຽກງານດ້ານອື່ນໆຕາມແຜນພັດທະນາເສດຖະກິດສັງຄົມ ຂອງແຂວງວາງອອກ, ເພີ່ມທະວີຄວາມເອົາໃຈໃສ່ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດ ແລະ ເປັນໄພຄຸກຄາມມວນມະນຸດໃນທົ່ວໂລກ ດ້ວຍຫຼາຍຮູບການ.

ພ້ອມດຽວກັນ, ກໍ່ຕ້ອງສົ່ງເສີມປະຊາຊົນທຳການຜະລິດກະສິກຳໃຫ້ຫຼາຍຂຶ້ນ ເພື່ອຕອບສະໜອງສະບຽງອາຫານທີ່ຂາດແຄນ ໂດຍສະເພາະແມ່ນເຂົ້າ ແລະ ປູກພືດຜັກເປັນສິນຄ້າ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທີ່ມາ: ຂ່າວປະຈຳວັນ Daily News Oudomxay