ໃຫ້ແຕ່ລະແຂວງ ເປັນຜູ້ກຳນົດລາຄາຜ້າປິດປາກ ໃນຍາມບ້ານເມືອງວິກິດ

141

ໂດຍອີງຕາມແຈ້ງການ ເລກທີ 142/ອຄ.ກຄພນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກໍານົດລາຄາຂາຍຜ້າ ອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກັບ (01 ກັບ ມີ 50 ອັນ), ອັນລະ 1.000 ກີບ, ໃນເດືອນ ກຸມພາ 2020 ຜ່ານມາ ຍ້ອນພະຍາດແມ່ນເກີດຂຶ້ນຢູ່ ສປ ຈີນ ໃນໄລຍະນັ້ນ, ແຕ່ເນື່ອງຈາກວ່າ ໃນຂະບວນວິວັດຂະການເພີ່ມຂຶ້ນຂອງພະຍາດໂຄວິດ-19 ຫຼາຍປະເທດແມ່ນຫ້າມສົ່ງອອກສິນຄ້າປະເພດຜ້າອັດປາກ-ດັງ ເຊິ່ງເຮັດໃຫ້ແຫຼ່ງສະໜອງນໍາເຂົ້າຫຼຸດລົງ.

ພາບປະກອບຂ່າວ

ໃນປັດຈຸບັນ, ຄວາມຕ້ອງການຊົມໃຊ້ຜ້າອັດປາກ-ດັງມີຈໍານວນເພີ່ມຂຶ້ນຫຼາຍ ໂດຍສະເພາະ ຢູ່ ສປປ ລາວ. ລາຄາຊື້-ຂາຍຕົວຈິງແມ່ນສູງກວ່າລາຄາທີ່ລັດກໍານົດໄວ້ໃນໄລຍະນັ້ນ, ເນື່ອງຈາກປະເທດເຮົາບໍ່ສາມາດຜະລິດໄດ້. ຈາກນັ້ນ, ພາກລັດ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ເລັ່ງປະສານ ເພື່ອລະດົມ ບັນດາບໍລິສັດນໍາເຂົ້າ ຊອກແຫຼ່ງສະໜອງຈາກຕ່າງປະເທດ ເພື່ອມາຈໍາໜ່າຍໃຫ້ສັງຄົມຕາມຄວາມຕ້ອງການ, ແຕ່ຍ້ອນໂລກລະບາດເກີດຂຶ້ນຢູ່ບັນດາປະເທດຜູ້ສະໜອງຫຼັກ ເປັນຕົ້ນ: ສປ ຈີນ, ໄທ ແລະ ສສ ຫວຽດນາມ. ສະນັ້ນ, ບັນດາ ປະເທດເຫຼົ່ານີ້ຈຶ່ງໄດ້ກໍານົດເອົາຜ້າອັດປາກ-ດັງເປັນສິນຄ້າຄວບຄຸມ ແລະ ຫ້າມສົ່ງອອກນອກປະເທດ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ສິນຄ້າດັ່ງກ່າວຂາດຕະຫຼາດ.

ພາບປະກອບຂ່າວ

ຕໍ່ກັບສະພາບການທີ່ກ່າວມາຂ້າງເທິງນັ້ນ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມປະທານ ຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ ເລກທີ 71/ນຍ ຈຶ່ງອອກແຈ້ງການດັ່ງນີ້:

1 ໃນໄລຍະທີ່ມີການຂາດແຄນ ແລະ ມີກໍລະນີຜູ້ຕິດເຊື້ອ ຢູ່ ສປປ ລາວ ແລ້ວ ຈໍານວນ 06 ຄົນ ຈຶ່ງຮຽກຮ້ອງ ບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ບໍ່ສວຍໂອກາດຂຶ້ນ ລາຄາຜ້າອັດປາກ-ດັງ ຫຼື ກັກຕຸນສິນຄ້າປະເພດດັ່ງກ່າວ ເພື່ອຊ່ວຍຜູ້ຊົມໃຊ້ທີ່ມີຄວາມຕ້ອງການ.

2 ການກໍານົດລາຄາຂາຍຜ້າອັດປາກ-ດັງ ທຸກຊະນິດ (ບໍ່ແມ່ນແຕ່ສະເພາະແຕ່ແຜ່ນຕອງ 3 ຊັ້ນ) ໂດຍກໍານົດຫຼັກການຄິດໄລ່ຄື: ຕົ້ນທຶນການນໍາເຂົ້າ ບວກກໍາໄລຂາຍຍົກ 20% ແລະ ບວກກໍາໄລຂາຍຍ່ອຍ 10%.

  1. ຫຼັງຈາກນັ້ນ, ສະເໜີຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນ ຫຼື ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນ ໃນຖານທີ່ເປັນປະທານຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການແຂວງ, ນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງ 71/ນຍ ເປັນຜູ້ພິຈາລະນາອະນຸມັດໃຫ້ຂາຍຕາມລາຄາຊີ້ນໍາ ດ້ວຍການກໍານົດຈຸດ/ສະຖານທີ່ຂາຍຕາມຄວາມເໝາະສົມ ເຊັ່ນ: ຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຮ້ານຂາຍຍ່ອຍຕ່າງໆ, ພ້ອມນັ້ນ ກໍອອກແຈ້ງການໃຫ້ສັງຄົມພາຍໃນແຂວງຮັບຊາບ.
ພາບປະກອບຂ່າວ

4 ມອບໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ເປັນເຈົ້າການຊີ້ນໍາ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ/ເທດສະບານ ແລະ ແຕ່ງຕັ້ງພະນັກງານ ກໍຄືເຈົ້າໜ້າທີ່ກວດກາການຄ້າ ບົນພື້ນຖານສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມ, ກວດກາ ຢູ່ຕາມບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດ ຕະພັນການຢາ ແລະ ຮ້ານຂາຍຍ່ອຍຕ່າງໆ ເປັນປົກກະຕິ.

ຖ້າຫາກພົບເຫັນການລະເມີດຂອງຜູ້ປະກອບການ, ໃຫ້ໃຊ້ມາດຕະການທາງດ້ານບໍລິຫານ, ດໍາເນີນຄະດີທາງອາຍາ, ຄະດີແພ່ງ, ຖອນໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ ແລະ ມາດຕະການອື່ນໆ ຕາມກົດໝາຍທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ແລະ ໃຫ້ລາຍງານສະພາບການຈັດຕັ້ງປະຕິບັດເຖິງຫົວໜ້າຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນແຂວງ, ນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງ ເລກທີ 7/ນຍ ເພື່ອແກ້ໄຂ, ພ້ອມທັງລາຍງານໃຫ້ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນເວລາອັນຄວນ.