ຄວນເອົາໃຈໃສ່ພະຍາດຂາດສານອາຫານໃນເດັກໃຫ້ຫຼາຍຂຶ້ນ

64

ສິ່ງທີ່ພົບເຫັນໄດ້ງ່າຍຄືເດັກຈະມີນ້ຳໜັກໜ້ອຍ, ຈ່ອຍແຫ້ງ ຫຼື ມີອາການບວມ, ຜົມບາງແຫ້ງ, ສີຜົມຈາງ, ມີອາການຕົວເຫຼືອງ ແລະ ຕັບໃຫຍ່ ທີ່ສຳຄັນເດັກຈະມີພູມຕ້ານທານພະຍາດຕ່ຳຕິດເຊື້ອໄດ້ງ່າຍ ຫຼື ອາດຈະມີອາການແຊກຊ້ອນຕ່າງໆ ເຊັ່ນ: ປອດອັກເສບ, ເຈັບທ້ອງ ແລະ ອື່ນໆ ເຊິ່ງໂອກາດໃນການເສຍຊີວິດແມ່ນມີສູງຫຼາຍ ແລະ ພະຍາດຂາດສານອາຫານຍັງມີຜົນເຮັດໃຫ້ສະໝອງຈະເລີນເຕີບໂຕຊ້າ ຫຼື ເດັກອາດຈະມີສະຕິປັນຍາຕ່ຳກວ່າປົກກະຕິ.

ຖ້າມີອາການບວມ, ເບື່ອອາຫານ ແລະ ມີອາການຊຶມເສົ້າຄວນສົ່ງໄປປິ່ນປົວທີ່ໂຮງໝໍທັນທີ ເຊິ່ງອາດຈະຕ້ອງປ້ອນອາຫານເດັກທາງສາຍຢາງ ພ້ອມປິ່ນປົວພະຍາດຕິດເຊື້ອ ແລະ ແກ້ໄຂພາວະອື່ນໆຮ່ວມນຳ. ຖ້າມີອາການດັ່ງກ່າວແນະນຳການໃຫ້ອາຫານ ແລະ ການເບິ່ງແຍງທີ່ຖືກຕ້ອງ ເຊັ່ນ: ການໃຫ້ນົມ, ການໃຫ້ອາຫານເສີມຕ່າງໆ, ການໃຫ້ວິຕາມິນລວມ ແລະ ຢາບຳລຸງເລືອດ.

ວິທີການປ້ອງກັນທີ່ດີທີ່ສຸດຄື:

ການລ້ຽງລູກດ້ວຍນົມແມ່ ແລະ ບໍ່ຄວນໃຫ້ເດັກເຊົານົມໄວເກີນໄປ ໂດຍສະເພາະໃນຄອບຄົວທີ່ຍາກຈົນ ຫຼື ມີລູກຫຼາຍ, ຄວນໃຫ້ອາຫານເສີມແກ່ເດັກໃຫ້ພຽງພໍ ແລະ ຖືກຕ້ອງ, ຄວນຊັກຢາວັກຊີນເພື່ອປ້ອງກັນພະຍາດແກ່ເດັກ ແລະ ໝັ່ນຊັ່ງນ້ຳໜັກເດັກ. ກໍລະນີທີ່ມີນ້ຳໜັກໜ້ອຍກວ່າເກນປົກກະຕິຄວນປ່ຽນວິທີການລ້ຽງດູ ແລະ ໃຫ້ອາຫານເສີມ ເມື່ອເດັກເຈັບເປັນ ເຊັ່ນ: ມີບາດແຜອັກເສບ, ເປັນອີ່ສຸກອີ່ໄສ, ເປັນໄຂ້, ເປັນຫວັດ ແລະ ແນະນຳໃຫ້ເສີມອາຫານປະເພດໂປຣຕິນ ເຊັ່ນ: ຊີ້ນ, ນົມ, ໄຂ່ ແລະ ຕະກູນຖົ່ວໃຫ້ເດັກກິນຫຼາຍໆເພື່ອບຳລຸງຮ່າງກາຍ.

( ຂໍ້ມູນຈາກ: health.com )

[ ຮຽບຮຽງ: ນຸ້ມນິ້ມ ]