ສະຫວັນສັ່ງໂຈະ! ຮ້ານບັນເທີງທຸກປະເພດ ແລະ ທຸກງານສະຫຼອງ

148

ຄະນະສະເພາະກິດ ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດອັກເສບປອດ ຍ້ອນເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ອອກແຈ້ງການມາຍັງທ່ານ ຊາບວ່າ: ປັດຈຸບັນ ສະພາບການລະບາດ ຂອງພະຍາດອັກເສບປອດຍ້ອນເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ໃນຫຼາຍປະເທດ ໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ, ອົງການອະນາໄມໂລກປະເມີນວ່າ ພະຍາດໂຄວິດ-19 ແມ່ນມີຄວາມສ່ຽງສຸງສຸດ ທີ່ຈະແຜ່ລະບາດໄປທົ່ວໂລກ. ຂະນະທີ່ ສປປ ລາວເອງ ກໍ່ກວດພົບ 3 ກໍລະນີ ທີ່ຕິດເຊື້ອໂຄວິດ-19.

ດັ່ງນັ້ນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໂຄວິດ-19 ແຂວງ ສະຫວັນນະເຂດ ໄດ້ແຈ້ງການສະບັບເລກທີ 02/ສພກ.ສຂ ລົງວັນທີ 25 ມີນາ 2020 ເລື່ອງການປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດອັກເສບປອດ ຍ້ອນເຊື້ອພະຍາດຈຸລະໂຣກສາຍພັນໃໝ່ໂຄວິດ-19 ຢູ່ສະຫວັນນະເຂດ ເພື່ອປະຕິບັດຕາມຂໍ້ແນະນໍາ ດັ່ງລຸ່ມນີ້:

1 ໃຫ້ໂຈະຊົ່ວຄາວການບໍລິການ ຮ້ານບັນເທີງທຸກປະເພດ, ຮ້ານເສບໂຟກຊັອງ, ຮ້ານຄາລາໂອເກະ ແລະ ຮ້ານບໍລິການນວດ, ຮ້ານບໍລິການສະປາທຸກປະເພດ, ຮ້ານບໍລິການກິນດື່ມ, ສະຖານທີ່ທ່ອງທ່ຽວບ່ອນມີຄົນຫຼາຍ, ຮ້ານສະຫນຸກເກີ້, ຮ້ານເກມ, ສັງວຽນຕີໄກ່, ຕີມວຍ ນັບແຕ່ວັນທີ 25 ມີນາ (03) 2020 ເປັນຕົ້ນໄປ ຈົນກວ່າ ສະພາບການແຜ່ລະບາດຈະຄວບຄຸມໄດ້.

2 ການຈັດງານບຸນປີໃຫມ່ລາວ ພສ 2563 ປີນີ້ ແມ່ນຈະບໍ່ໃຫ້ມີຂະບວນແຫ່ນາງສັງຂານ, ປະກວດນາງງາມສົງການ, ການຈັດບຸດເບຍ ທີ່ມີມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ; ແຕ່ອະນຸຍາດໃຫ້ຈັດເປັນພິທີຢູ່ໃນຄອບຄົວໃຜລາວ ເພື່ອເປັນການສືບທອດປະເພນີອັນດີງາມຂອງຊາດເທົ່ານັ້ນ.

3 ໃຫ້ທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ສ່ວນບຸກຄົນ ພາຍໃນແຂວງ ໂຈະ ຫຼື ເລື່ອນຊົ່ວຄາວ ການຈັດກິດຈະກໍາຕ່າງໆ ທີ່ມີມວນຊົນ ແລະ ຜູ້ຄົນເຂົ້າຮ່ວມເປັນຈໍານວນຫຼາຍ ໂດຍສະເພາະແມ່ນ ງານບຸນປະເພນີ, ງານດອງ, ງານລ້ຽງສັງສັນ, ການຈັດງານຕະຫຼາດນັດ, ງານຫາລາຍໄດ້ ແລະ ງານອື່ນໆ ຢູ່ໃນໄລຍະການຕິດຕາມ ແລະ ເຝົ້າລະວັງ ການແຜ່ລະບາດຂອງພະຍາດໂຄວິດ-19 ຈົນກວ່າສະພາບການແຜ່ລະບາດຈະຄວບຄຸມໄດ້ ຕາມການຊີ້ນໍາ ຂອງສູນກາງພັກ ແລະ ລັດຖະບານ.

4 ບັນດາ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສາມາດບໍລິການໄດ້ ແຕ່ຕ້ອງໄດ້ມີມາດຕະການ, ການຕິດຕາມ, ກວດກາ ຜູ້ຄົນເຂົ້າມາໃຊ້ບໍລິການ, ຮັບປະກັນໄດ້ວ່າບໍ່ໃຫ້ມີການແຜ່ເຊື້ອໂຄວິດ-19 ຖ້າພົບເຫັນກໍລະນີ ສົງໄສ ຫຼື ມີອາການຄ້າຍຄືຕິດພະຍາດ ຕ້ອງແຈ້ງໃຫ້ຄະນະສະເພາະກິດຂັ້ນແຂວງ ຕາມສາຍດ່ວນຫມາຍເລກ ໂທລະສັບ 041 166.

5 ສໍາລັບບັນດາສໍານັກງານອົງການຂອງລັດ ແມ່ນມອບໃຫ້ເຈົ້ານະຄອນໄກສອນພົມວິຫານ, ເຈົ້າເມືອງ 14 ເມືອງ, ຫົວຫນ້າກອງບັນຊາການ ປກຊ, ປກສ, ຫົວຫນ້າພະແນກການກົມກອງອ້ອມຂ້າງແຂວງ ແລະ ເມືອງ ເປັນເຈົ້າ ການໃນງຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃນການເປັນແບບຢ່າງປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ໂຄວິດ-19 ທັງເປັນຂົວຕໍ່ເຜີຍແຜ່ລົງສູ່ປະຊາຊົນຢ່າງກວ້າງຂວາງ ເປັນຕົ້ນ: ການຫຼີກເວັ້ນການເຂົ້າຮ່ວມ ຫຼື ຈັດງານກິດຈະກໍາຕ່າງໆ ທີ່ມີຄວາມສ່ຽງການລະບາດຂອງພະຍາດດັ່ງກ່າວ.

6 ໃຫ້ທຸກພາກສ່ວນປະຕິບັດຕາມເນື້ອໃນແຈ້ງການຂອງລັດຖະບານ, ຂອງແຂວງ, ຄະນະສະເພາະກິດຂັ້ນ ສູນກາງ ແລະ ຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂທຸກການລະບາດຂອງພະຍາດໂຄວິດ-19 ທີ່ແຈ້ງ ແຕ່ລະໄລຍະຢ່າງເຂັ້ມງວດ.

7 ມອບໃຫ້ອໍານາດການປົກຄອງແຕ່ລະຂັ້ນ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເປັນເຈົ້າການຈັດຕັ້ງປະຕິບັດຕາມ ພາລະບົດບາດຂອງຕົນ.

8 ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດບໍ່ໃຫ້ການຮ່ວມມື ຕ້ອງໄດ້ປະຕິບັດວິໄນຕາມກົດຫມາຍທີ່ກ່ຽວຂ້ອງ ແລະ ກົດໝາຍວ່າດ້ວຍການຄວບຄຸມພະຍາດຕິດຕໍ່ທີ່ໄດ້ກໍານົດໄວ້.

9 ມອບໃຫ້ສື່ມວນຊົນທຸກຂະແຫນງຂອງແຂວງ ຈັດຕັ້ງໂຄສະນາເຜີຍແຜ່ ຜ່ານສື່ຂອງຕົນ ເພື່ອແຈ້ງໃຫ້ ສັງຄົມໄດ້ຮັບຮູ້. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການນີ້ ຢ່າງເຂັ້ມງວດ.