ຍິນດີນຳ! ພັທ ບຸນຮົງ ໄຊຍະວົງ ຖືກແຕ່ງຕັ້ງເປັນຫົວໜ້າກອງບັນຊາການ ປກສ ເມືອງຊົນນະບູລີ ຜູ້ໃໝ່

180

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂອງການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຫຼາຍສຳນັກງານອົງການຈັດຕັ້ງຕ່າງໆ ກໍ່ໄດ້ມີການໂຍກຍ້າຍ, ປັບປ່ຽນໜ້າທີ່ພະນັກງານ ທັງນີ້, ກໍ່ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ເຊັ່ນດຽວກັບ ເມືອງ ຊົນນະບູລີ ແຂວງ ສະຫວັນນະເຂດ ກໍ່ໄດ້ມີການແຕ່ງຕັ້ງເປັນຫົວໜ້າກອງບັນຊາການ ປກສ ເມືອງຄົນໃໝ່ຂຶ້ນ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ມີນາ 2020 ຜ່ານມາ ຢູ່ກອງບັນຊາການ ປກສ ເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ, ມີບັນດາທ່ານຄະນະພັກ, ຄະນະກອງບັນຊາການ ປກສ ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັຕ ພອນສະຫັວນ ນາມມະວົງ ຮອງພະແນກການເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາວມສະຫງົບ ສະບັບເລກທີ 514 / ປກສ, ລົງວັນທີ 20 ກຸມພາ 2020 ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ສະບັບເລກທີ 515 / ປກສ ນະຄອນຫຼວງວຽງຈັນ, ລົງວັນທີ 20 ກຸມພາ 2020 .

ເຊິ່ງໄດ້ຕົກລົງແຕ່ງຕັ້ງ ທ່ານ ພັທ ບຸນຮົງ ໄຊຍະວົງ ກຳມະການພັກເມືອງ ເປັນຫົວໜ້າກອງບັນຊາການ ປກສ ເມືອງ (ຜູ້ໃໝ່) ສ່ວນ ທ່ານ ພັທ ສົມສະໜຸກ ສຸບັນດິດ ຫົວໜ້າກອງບັນຊາການ ປກສ ເມືອງຊົນນະບູລີ ຜູ້ເກົ່າ ແມ່ນໄປຮັບໜ້າທີ່ໃໝ່ຢູ່ນະຄອນໄກສອນພົມວິຫານ.

ຈາກນັ້ນ, ໃນພິທີກໍ່ໄດ້ມີການເຊັນບົດບັນທຶກການມອບ – ຮັບໜ້າທີ່ວຽກງານ ລະຫວ່າງ ທ່ານ ພັທ ສົມສະໜຸກ ສຸບັນດິດ ຫົວໜ້າກອງບັນຊາການ ປກສ ຜູ້ເກົ່າ ແລະ ທ່ານ ພັທ ບຸນຮົງ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ຜູ້ໃໝ່ຢ່າງເປັນທາງການ.

ທີ່ມາ: ຖວທ ເມືອງຊົນນະບູລີ