ແຮງງານລາວໄດ້ຮັບການຍົກລະດັບສີມືເກືອບ 4 ແສນຄົນ

233

ຕະຫຼອດ 5 ປີຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍົກລະດັບສີມືແຮງງານໄດ້ເກືອບ 4 ແສນຄົນ, ຮັບຮອງ 13 ສາຂາອາຊີບ ທີ່ຈະສ້າງເປັນມາດຕະຖານສີມືແຮງງານແຫ່ງຊາດ, ການຈັດຫາງານ ແລະ ສະໜອງແຮງງານເຂົ້າສູ່ຕະຫຼາດໄດ້ຫຼາຍກວ່າ 5 ແສນຄົນ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ລາຍງານກ່ຽວກັບການຊີ້ນຳ – ນຳພາຂອງພັກ ກໍຄືຜົນສຳເລັດປະຕິບັດວຽກງານ ຮສສ ຄັ້ງວັນທີ 17 ມີນາ 2020 ນີ້ ໃຫ້ຮູ້ວ່າ: ໃນໄລຍະ 5 ປີ ຜ່ານມາກະຊວງແຮງງານສະຫວັດດີການ ສັງຄົມ ໄດ້ສຸມໃສ່ພັດ ທະນາສີມືແຮງງານໄດ້ທັງ ໝົດ 397.594 ຄົນ ( ຍິງ 177.059 ຄົນ ) ເທົ່າກັບ 60,41% ຂອງແຜນການ 5 ປີ; ຮັບຮອງ 13 ສາຂາອາຊີບ ທີ່ຈະສ້າງເປັນມາດຕະຖານສີມືແຮງງານແຫ່ງຊາດໃນຂະແໜງກະສິກໍາ. ໃນນັ້ນ, ໄດ້ສ້າງສໍາເລັດ 5 ສາຂາອາຊີບ ເທົ່າກັບ 20% ຂອງ 25 ສາຂາອາຊີບຕາມແຜນ 5 ປີ; ໄດ້ທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດໃນ 2 ຂະແໜງ ( ອຸດສາຫະກໍາ ແລະ ບໍລິການ ) ໄດ້ 8.228 ຄົນ, ຍິງ 2.647 ຄົນ ເທົ່າກັບ 65,62% ຂອງແຜນການ 5 ປີ.

ການຈັດຫາງານໄດ້ສຸມໃສ່ຊຸກຍູ້, ສົ່ງເສີມ ແລະ ປະສານສົມທົບໃນການສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 523.559 ຄົນ ( ຍິງ 225.136 ຄົນ ) ເທົ່າກັບ 73,10% ຂອງແຜນການ 5 ປີ. ໃນນີ້, ສະໜອງແຮງງານໃຫ້ຕະຫຼາດແຮງງານຢູ່ພາຍໃນໄດ້ 244.055 ຄົນ ( ຍິງ79.997 ຄົນ ) ແລະ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ລວມທັງການປັບສະຖານະພາບແຮງງານລາວຢູ່ໄທ ໄດ້ 279.504 ຄົນ ( ຍິງ 145.139 ຄົນ ); ຂຶ້ນທະບຽນອອກບັດໃໝ່ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ 104.061 ຄົນ ( ຍິງ 16.369 ຄົນ ).

ມາຮອດປັດຈຸບັນມີຈຸດບໍລິການຈັດຫາງານ 13 ຈຸດ ຢູ່ 13 ແຂວງ, ສູນບໍລິການຈັດຫາງານ 1 ແຫ່ງ, ບໍລິສັດຈັດຫາງານພາຍໃນ ແລະ ສົ່ງໄປຕ່າງປະເທດລວມທັງໝົດມີ 34 ບໍລິສັດ.

ການຄຸ້ມຄອງແຮງງານ ໄດ້ລົງກວດກາ, ໂຄສະນາ ແລະ ເຜີຍແຜ່ກົດໝາຍ ແລະ ນິຕິກໍາດ້ານແຮງງານຕາມຫົວໜ່ວຍແຮງງານຕ່າງໆທົ່ວປະເທດ. ປັດຈຸບັນມີແຮງງານລາວໄປເຮັດວຽກ ຢູ່ປະເທດໄທ ແບບຖືກ ຕ້ອງຕາມກົດໝາຍ 317.051 ຄົນ ຍິງ 31.654 ຄົນ. ໃນນີ້, ປັບສະຖານະພາບຈໍານວນ 113.906 ຄົນ ( ຍິງ 25.958 ຄົນ ).

ໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ ເຊິ່ງສາມາດອອກບັດອະນຸຍາດທັງໝົດ 42.434 ຄົນ ( ຍິງ 11.767 ຄົນ ). ໃນນີ້, ປັບ ສະຖານະພາບ 15.936 ຄົນ ແລະ ຊໍາລະສະສາງ 26.498 ຄົນ.
ການອອກບັດຊົ່ວຄາວສ່ວນໃຫຍ່ແມ່ນສັນຊາດຫວຽດນາມ 34.292 ຄົນ ເທົ່າກັບ 80,81% ຂອງແຮງງານຕ່າງປະເທດທັງໝົດ, ສັນຊາດຈີນມີຈໍາ ນວນ 6.265 ຄົນ ເທົ່າກັບ 14,76%, ສັນຊາດໄທ 1.659 ຄົນ ເທົ່າກັບ 3,91% ແລະ ແຮງງານສັນຊາດອື່ນ 218 ຄົນ ເທົ່າກັບ 0,51%.
9999