ສະຫາຍ ວົງມະນີ ເພື່ອປະຊາ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ

73

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງຫຼວງນ້ຳທາ ຄັ້ງທີ VIII ໄຂຂຶ້ນລະຫວ່າງວັນທີ 16 – 17 ມີນາ 2020 ທີ່ສະໂມສອນແຂວງຫຼວງນໍ້າທາ ໂດຍການເປັນປະທານ ສະຫາຍ ວົງມະນີ ເພື່ອປະຊາ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍການເຂົ້າຮ່ວມ ສະຫາຍ ເພັດຖາວອນ ພິລະວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ; ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີຜູ້ແທນສົມບູນ 126 ສະຫາຍ ຍິງ 30 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກຊາວໜຸ່ມທົ່ວແຂວງ 30.248 ສະຫາຍ ຍິງ 13.137 ສະຫາຍ ເຂົ້າຮ່ວມ.

ສະຫາຍ ວົງມະນີ ເພື່ອປະຊາ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຜ່ານບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ປີ 2020 – 2025 ວ່າ: ໃນໄລຍະ 5 ປີຜ່ານມາ ການຈັດຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫຼວງນໍ້າທາ ແຕ່ລະຂັ້ນໄດ້ຮັບການປັບປຸງ, ມີຄວາມໜັກແໜ້ນ ແລະ ເຂັ້ມງວດຂຶ້ນ ເຊິ່ງສະແດງອອກໃນການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ຈາກ 8 ຂະແໜງ ມາເປັນ 5 ຂະແໜງ ແລະ 1 ຫ້ອງການ, ຂັ້ນເມືອງ ມີ 5 ໜ່ວຍງານມາເປັນ 3 ໜ່ວຍງານ. ຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ ມີ 23 ສະຫາຍ ຍິງ 4 ສະຫາຍ, ໄດ້ຊີ້ນໍາ – ນໍາພາດໍາເນີນກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມຂັ້ນເມືອງ, ຄະນະຮາກຖານ ແລະ ໜ່ວຍຊາວໜຸ່ມຮາກຖານໃນທົ່ວແຂວງໄດ້ 100% ທົ່ວແຂວງມີຊາວໜຸ່ມໃນເກນອາຍຸ ( 15 ຫາ 35 ປີ ມີ 71.418 ສະຫາຍ ຍິງ 35.206 ສະຫາຍ, ເປັນສະມາຊິກຊາວໜຸ່ມ 30.248 ສະຫາຍ ຍິງ 13.137 ສະຫາຍ.

ສ່ວນທິດທາງແຜນການ 5 ປີຕໍ່ໜ້າ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິບັດລາວ ແຂວງຫຼວງນໍ້າທາ ແມ່ນສືບຕໍ່ ສຶກສາອົບຮົມດ້ານການເມືອງນໍາພາແນວຄິດໃຫ້ແກ່ຊາວໜຸ່ມ – ເຍົາວະຊົນທັນວາ ໃຫ້ໄດ້ 95% ຂຶ້ນໄປ, ສືບຕໍ່ວຽກງານກໍ່ສ້າງ ແລະ ປັບປຸງການຈັດຕັ້ງ, ສ້າງໜ່ວຍຊາວໜຸ່ມ 4 ບຸກ ໃຫ້ໄດ້ 80% ຂຶ້ນໄປ ແລະ ຂະຫຍາຍສະມາຊິກຊາວໜຸ່ມ ໃຫ້ໄດ້ 15 ຫາ 20% ຂະຫຍາຍສະມາຊິກເຍົາວະຊົນ ໃຫ້ໄດ້ 13.000 ນ້ອງ, ອະນຸຊົນທັນວາ ໃຫ້ໄດ້ 7.000 ນ້ອງ.

ກອງປະຊຸມໄດ້ປ່ອນບັດເອົາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ ຊຸດໃໝ່ ມີຜູ້ສະໝັກ 33 ສະຫາຍ ເລືອກເອົາ 29 ສະຫາຍ, ກອງປະຊຸມເປັນເອກະສັນເລືອກເອົາ ສະຫາຍ ວົງມະນີ ເພື່ອປະຊາ ເປັນເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ເລືອກເອົາສະຫາຍ ສິງທະລາທອງ ສາຍຫຍ້າທອງ ເປັນປະທານກວດກາ, ເລືອກເອົາຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມ 7 ສະຫາຍ ແລະ ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມຊາວໜຸ່ມທົ່ວປະເທດຄັ້ງທີ VIII ຈໍານວນ 9 ສະຫາຍ ສໍາຮອງ 3 ສະຫາຍ.

(ຂ່າວ: ກິ່ນນາລົມ)