ໄຂກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊຈຳພອນ ຄັ້ງທີ III

82

ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊຈຳພອນ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ມີນາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັດ ສຸລິຂັນ ວ່າການເລຂາຄະນະບໍລິຫານງານພັກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ; ສະຫາຍ ແດນປີ ມູນທະດີ ຮອງເລຂາພັກແຂວງ ຜູ້ຮັບຜິດຊອບວຽກງານບຸກຄະລາກອນຂັ້ນແຂວງ, ມີຜູ້ແທນສົມບູນ 87 ສະຫາຍ ຍິງ 8 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ ແລະ ພະແນກການຂັ້ນແຂວງ, ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ສະຫາຍ ຄຳພັດ ສຸລິຂັນ ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງ ຊຸດທີ II ໄດ້ຕັ້ງໜ້າຍົກສູງຄວາມສາມາດນຳພາ, ປັບປຸງແບບແຜນວິທີເຮັດວຽກ, ຢຶດໝັ້ນແນວທາງປ່ຽນແປງຂອງພັກ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ພັດທະນາເສດຖະກິດເຂັ້ມແຂງ, ເຮັດໃຫ້ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ, ການຄຸ້ມຄອງລັດ – ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍຢ່າງໜັກແໜ້ນ ແລະ ຍຸຕິທຳ ເຮັດໃຫ້ປາກົດການຫຍໍ້ທໍ້ທາງສັງຄົມໄດ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະແມ່ນການແກ້ໄຂ 4 ເຖື່ອນ ຕິດພັນກັບການຈັດຕັ້ງປະຕິບັດ 9 ຫົວຂໍ້ວິທະຍາສາດຢ່າງຕັ້ງໜ້າ ແລະ ສໍາເລັດຫຼາຍດ້ານ.

ໃນນີ້ການພັດທະນາເສດຖະກິດຂອງເມືອງຂະຫຍາຍຕົວ ສະເລ່ຍ 3,84% ຕໍ່ປີ ມີລາຍຮັບສະເລ່ຍ 795 ໂດລາຕໍ່ຄົນຕໍ່ປີ, ຄອບຄົວພົ້ນທຸກຕາມດຳລັດ 309/ລບ ກວມ 87,12%, ຄອບຄົວພັດທະນາ ກວມ 62,02%, ມີບ້ານຊົມໃຊ້ໄຟຟ້າຖາວອນ ກວມ 100% ແລະ ມີຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າ 64,48%, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຕາມ 5 ດ້ານ ສາມາດບັນລຸໄດ້ 3 ດ້ານ, ສືບຕໍ່ປັບປຸງການຮຽນ – ການສອນ ຕາມ 3 ລັກສະນະ 5 ຫຼັກມູນ 3 ຂໍ້ແຂ່ງຂັນຢ່າງຕັ້ງໜ້າ, ສາມາດສ້າງນັກຮຽນເກັ່ງໄດ້ອັນດັບ 1 ຂອງແຂວງ ແລະ ອັນດັບ 9 ຂອງປະເທດ ໃນວິຊາພາສາລາວວັນນະຄະດີ.

ບ້ານສາທາລະນະສຸກແບບຢ່າງ ກວມ 88,23%, ອັດຕາການສັກຢາກັນພະຍາດທຸກຊະນິດ ປະຕິບັດໄດ້ 95% ແລະ ປະຕິບັດວຽກງານສະຫັດສະວັດວຽກສາທາລະນະສຸກບັນລຸແລ້ວ 7 ຄາດໝາຍ, ສຸມໃສ່ການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ດ້ວຍການຕີລາຄາຄຸນນະພາບສະມາຊິກພັກ, ການຈັດຕັ້ງພັກທົ່ວເມືອງມີສະມາຊິກພັກປະເພດແຂງ ກວມເອົາ 83,05% ແລະ ມີໜ່ວຍພັກປະເພດແຂງ 52,63%.

ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນ. ໃນນັ້ນ, ຜູ້ແທນກອງປະຊຸມຍັງຈະໄດ້ປະກອບຄຳຄິດເຫັນ ແລະ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ – ນໍາພາເມືອງໄຊຈຳພອນຕໍ່ໄປ.