ດ່ວນ! ແຈ້ງປິດການສັນຈອນຊົ່ວຄາວ ທາງຫຼວງແຫ່ງຊາດເລກ 8 ເພື່ອສ້ອມແປງ

436

ແຈ້ງເຖິງຜູ້ຂັບຂີ່ສັນຈອນຕາມເສັ້ນທາງຫຼວງແຫ່ງຊາດເລກທີ 8 ໃຫ້ຫຼີກເວັ້ນໄປນໍາໃຊ້ເສັ້ນທາງອື່ນ ເພື່ອຄວາມສະດວກສະບາຍໃນການເດີນທາງ ເນື່ອງຈາກເສັ້ນທາງດັ່ງກ່າວຈະປິດນໍາໃຊ້ຊົ່ວຄາວ ເພື່ອສ້ອມແປງ ເປັນເວລາ 7ວັນ ໂດຍເລີ່ມມື້ນີ້ເປັນຕົ້ນໄປຈົນເຖິງວັນທີ 22 ມີນາ 2020 ນີ້.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການຂອງກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ໂຄງການສ້ອມແປງທາງຫຼວງແຫ່ງຊາດ ( ໂຄງການ 16.2)ກະຊວງໂຍທາທິການ ແລະ ຂົນສົ່ງສະບັບເລກທີ: 507/ຄສຊ.16.2 ລົງວັນທີ 13 ມີນາ 2020 ບໍລິຄຳໄຊ ໄດ້ແຈ້ງເຖິງອໍານາດການປົກຄອງ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ຕະຫຼອດຮອດພໍ່ຄ້າຊາວຂາຍ, ຜູ້ປະກອບການຂົນສົ່ງສິນຄ້າ, ໂດຍສານ ແລະ ນັກເດີນທາງທີ່ນໍາໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ຊາບວ່າ:

ທາງໂຄງການຈະໄດ້ປິດທາງຊົ່ວຄາວກໍານົດ 7 ວັນ, ແຕ່ວັນທີ 16 ມີນາ 2020 ຫາ ວັນທີ 22 ມີນາ 2020 ເພື່ອຈະໄດ້ຈັດຕັ້ງປະຕິບັດວຽກສ້ອມແປງໜ້າທາງດ້ວຍການປູຢາງຂົ້ວຮ້ອນ (ອັດສະຟານຮ້ອນ), ຊ່ວງ ກມ 31+000 ຫາ ກມ 37+000 (ເຂດພູຜາມ່ານ ) ແລະ ຊ່ວງ ກມ 44+000 ຫາ ກມ 50+000 ( ເຂດພູໄຮ) ໃສ່ບ່ອນທາງຄົດໂຄ້ງຊັນ, ໂດຍນໍາໃຊ້ຢາງຂົ້ວຮ້ອນ (ອັດສະຟານ) ຈາກໂຮງງານ ແລະ ລົດແພເວີ່ (ເຄື່ອງຢາຍແຮ່) ຢາຍຢາງ ຂົ້ວຮ້ອນ, ການຈັດຕັ້ງປະຕິບັດແມ່ນ 7 ວັນ ແລະ ຈະໄດ້ປີດທາງຊົ່ວຄາວເປັນໄລຍະດັ່ງນີ້:

ເຂດພູໄຮ ( ກມ 44+000 ຫາ ກມ 50+000 ) ວັນທີ 16 ມີນາ 2020. ການປິດທາງແມ່ນຈະໄດ້ເລີ່ມຕົ້ນແຕ່ເວລາ 10:30 ຫາເວລາ 11:00 ໂມງ. ສໍາລັບລົດຈິບ, ເກງ, ລົດສອງແຖວ, ລົດເມ 25 – 45 ບ່ອນນັ່ງ ແມ່ນ 1-2 ຊົ່ວໂມງ ເປີດໃຫ້ໄປໄດ້ 1 ເທື່ອ, ສໍາລັບລົດບັນທຸກ 12 ລໍ້ ຫາ 22 ລໍ້ ແມ່ນ ເວລາ 17: 00 ໂມງ ຈຶ່ງເປີດໃຫ້ໄປໄດ້.

ວັນທີ 17 ມີນາ 2020. ການປິດທາງແມ່ນຈະໄດ້ເລີ່ມຕົ້ນແຕ່ເວລາ 10:30 ຫາເວລາ 11:00 ໂມງ ສໍາລັບ ລົດຈິບ, ເກງ, ລົດສອງແຖວ, ລົດເມ 25 – 45 ບ່ອນນັ່ງ ແມ່ນ 1-2 ຊົ່ວໂມງ ເປີດໃຫ້ໄປໄດ້ 1 ເທື່ອ. ສໍາລັບລົດບັນທຸກ 12 ລໍ້ ຫາ 22 ລໍ້ ແມ່ນ ເວລາ 17:00 ໂມງ ຈຶ່ງເປີດໃຫ້ໄປໄດ້.

ເຂດພູຜາມ່ານ (ກມ 31+000 ຫາ ກມ 37+000 ) ການປິດທາງແມ່ນຈະໄດ້ເລີ່ມຕົ້ນແຕ່ເວລາ 10:30ໂມງຫາເວລາ 11:00 ໂມງຂອງແຕ່ລະວັນ ນັບແຕ່ວັນທີ 18 ມີນາ ເຖິງ 22 ມີນາ. ສໍາລັບ ລົດຈິບ, ເກງ, ລົດສອງແຖວ, ລົດເມ 25 – 45 ບ່ອນນັ່ງ ແມ່ນ 1-2 ຊົ່ວໂມງ ເປີດໃຫ້ໄປໄດ້ 1 ເທື່ອ. ສໍາລັບລົດບັນທຸກ 12 ລໍ້ ຫາ 22 ລໍ້ ແມ່ນ ເວລາ 17: 00 ໂມງ ຈຶ່ງເປີດໃຫ້ໄປໄດ້.

ດັ່ງນັ້ນ, ຈຶ່ງໄດ້ເຮັດແຈ້ງການສະບັບນີ້ ມາຍັງອໍານາດການປົກຄອງ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ ປະຊາຊົນ, ຕະຫຼອດ ຮອດພໍ່ຄ້າຊາວຂາຍ, ຜູ້ປະກອບການຂົນສົ່ງສິນຄ້າ, ໂດຍສານ, ແລະ ນັກເດີນທາງທີ່ນໍາໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ຮັບຊາບ ແລະ ຫວັງຢ່າງຍິ່ງວ່າທ່ານຄົງໃຫ້ຄວາມຮ່ວມ ມືໃນການຈັດຕັ້ງປະຕິບັດ.