ຜົ້ງສາລີແຂວງທີ 4 ແຈ້ງປິດທຸກດ່ານປະເພນີ ປ້ອງກັນໂຄວິດ-19

302

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການແພ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ບໍ່ໃຫ້ແພ່ລາມເຂົ້າສູ່ ສປປ ລາວ ກໍ່ຄືປະຊາຊົນທີ່ອາໄສຢູ່ຕາມເຂດຊາຍແດນ ທີ່ຕິດຈອດກັບປະເທດ ທີ່ມີການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຫຼາຍແຂວງກໍ່ໄດ້ມີການແຈ້ງປິດດ່ານຊົ່ວຄາວ ເພື່ອຫຼຸດຜ່ອນປະຊາຊົນເຂົ້າ-ອອກປະເທດ. ຫຼ້າສຸດ ຜົ້ງສາລີ ແຂວງທີ 4 ແຈ້ງປິດດ່ານປະເພນີ ຖັດຈາກແຂວງຫົວພັນ, ເຊກອງ ແລະ ອັດຕະປື ພ້ອມທັງແນະນຳໃຫ້ທຸກພາກສ່ວນເອົາໃຈໃສ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນພະຍາດຢ່າງໃກ້ຊິດ.

ອີງຕາມໜັງສືແຈ້ງການ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຂວງຜົ້ງສາລີ ສະບັບເລກທີ 0252/ຈຂ.ສພກ.ຜລ ລົງວັນທີ 16 ມີນາ 2020 ເຖິງ ບັນດາທ່ານຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ອົງການແນວລາວສ້າງຊາດ, ເລຂາທິການສະພາປະຊາຊົນ, ກອງບັນຊາການ ປກຊ-ປກສ, ເຈົ້າເມືອງ 7 ເມືອງ, ສາຂາວິສາຫະກິດ, ຜູ້ປະກອບການຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຜົ້ງສາລີ ເລື່ອງ ການປະຕິບັດມາດຕະການປ້ອງກັນ, ຕ້ານ, ຄວບຄຸມ ແລະ ໂຕ້ຕອບການລະບາດ ຂອງເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຢູ່ແຂວງຜົ້ງສາລີ.

ຕາມແຈ້ງການລະບຸດັ່ງນີ້: ໃນຊ່ວງໄລຍະການຕິດຕາມ, ປ້ອງກັນ, ຕ້ານ ແລະ ຄວບຄຸມການແຜ່ລະບາດພະຍາດ COVID-19 ແມ່ນອະນຸຍາດໃຫ້ເປີດບໍລິການແຕ່ດ່ານຊາຍແດນຄື: ດ່ານປາງຫົກ ເມືອງໃໝ່, ດ່ານລານຕຸ້ຍ ເມືອງຍອດອູ ແລະ ດ່ານປ່າຄາ ເມືອງບຸນເໜືອ. ສ່ວນດ່ານຊາຍແດນອື່ນໆຂອງແຂວງ (ດ່ານແມັງກວາຜົ້ງ, ດ່ານຊີປາຝິ່ນ, ດ່ານຫ້ວຍເຮ້ຍ, ດ່ານຫ້ວຍລ້າ, ດ່ານປາກເທິມ ແລະ ດ່ານປາຈ່າ ແລະ ດ່ານປະເພນີອື່ນໆ ໃນຂອບເຂດທົ່ວແຂວງ) ແມ່ນໃຫ້ປິດການບໍລິການຊົ່ວຄາວກ່ອນ. ແຕ່ເຈົ້າໜ້າທີ່ທີ່ປະຈໍາຢູ່ດ່ານ ຕ້ອງສືບຕໍ່ປະຈໍາການປົກກະຕິ ເພື່ອປ້ອງກັນບໍ່ໃຫ້ມີການເຂົ້າ-ອອກຢ່າງເດັດຂາດ, ຖ້າມີຄວາມຈໍາເປັນເຂົ້າອອກ ຂ້າງເທິງນັ້ນ ກໍ່ໃຫ້ໄປຜ່ານຢູ່ບັນດາ 3 ດ່ານ.

ສຳລັບການເປີດບໍລິການຢູ່ 3 ດ່ານ ແມ່ນໃຫ້ປະຕິບັດດັ່ງນີ້: ສໍາລັບການເຂົ້າ-ອອກຜ່ານດ່ານ ຂອງລົດໂດຍສານ, ນັກທ່ອງທ່ຽວ ໃນໄລຍະນີ້ແມ່ນໃຫ້ໂຈະສາກ່ອນ. ສ່ວນການນໍາເຂົ້າແຮງງານ, ວັດສະດຸອຸປະກອນກໍ່ສ້າງໂຄງການໃຫຍ່ໆ ແລະ ການສົ່ງອອກສິນຄ້າກະສິກໍາທີ່ຈໍາເປັນນັ້ນ ຕ້ອງໄດ້ແຈ້ງເປັນລາຍລັກອັກສອນໃຫ້ເຈົ້າໜ້າທີ່ປະຈໍາດ່ານກ່ອນ 14 ວັນ. ສ່ວນຄົນ ແມ່ນຕ້ອງມີການຢັ້ງຢືນສຸຂະພາບຈາກທ່ານໝໍວ່າໄດ້ຕິດຕາມຜູ້ກ່ຽວເປັນເວລາ 14 ວັນແລ້ວຖ້າບໍ່ມີ ພະຍາດດັ່ງກ່າວນັ້ນຈຶ່ງໃຫ້ເຂົ້າມາ, ການເຂົ້າມາແມ່ນໃຫ້ໄປບ່ອນປາຍທາງທີ່ຜູ້ກ່ຽວມີຈຸດປະສົງຈະໄປ ນັ້ນເລີຍ, ບໍ່ອະນຸຍາດໃຫ້ມາພັກແຮມຄືນຢູ່ໂຮງແຮມ, ເຮືອນພັກ ຢູ່ເທດສະບານ ຂອງແຕ່ລະເມືອງອີກ.

ດັ່ງນັ້ນ, ມອບໃຫ້ເຈົ້າໜ້າທີ່ທຸກພາກສ່ວນທີ່ປະຈໍາຢູ່ 3 ດ່ານ ເອົາໃຈໃສ່ປະຕິບັດໜ້າທີ່ ຂອງຕົນຢ່າງເຂັ້ມງວດ ໂດຍສະເພາະການກວດກາສຸຂະພາບຄົນ, ກວດເອກະສານຢັ້ງຢືນຕ່າງໆ, ພ້ອມທັງສີດຢາຂ້າເຊື້ອ ແລະ ປະຕິບັດມາດຕະການໃນການປ້ອງກັນຕ່າງໆ ຢ່າງເຂັ້ມງວດຕາມຫຼັກວິຊາການ ຂອງແຕ່ລະພາກສ່ວນ ແລະ ໃຫ້ຖືເປັນການປະຕິບັດງານທີ່ມີຄວາມຮັບປະກັນທີ່ສຸດ ເພື່ອບໍ່ໃຫ້ພະຍາດ COVID-19 ແຜ່ລະບາດເຂົ້າມາແຂວງຜົ້ງສາລີພວກເຮົາໂດຍເດັດຂາດ.

ໂດຍມອບໃຫ້ພະແນກສາທາລະນະສຸກແຂວງ ແຕ່ງຕັ້ງທິມແພດຂອງໂຮງໝໍແຂວງ, ເມືອງ ແລະ ລູກສາລາ ຜູ້ທີ່ມີຄວາມຮູ້, ຄວາມຮັບຜິດຊອບສູງໄປປະຈໍາຢູ່ 3 ດ່ານ, ດ່ານລະ 4 ຄົນ ເພື່ອປະຕິບັດຫນ້າທີ່ໃນການກວດ ສຸຂະພາບ, ກວດເອກະສານຢັ້ງຢືນການຕິດຕາມສຸຂະພາບ ແລະ ອື່ນໆ ຂອງຕົນທີ່ເຂົ້າ-ອອກຜ່ານດ່ານຢ່າງເຂັ້ມງວດຕາມຫຼັກວິຊາການ, ພ້ອມນັ້ນ ກໍ່ຈັດໃຫ້ມີສະຖານທີ່, ວັດຖຸອຸປະກອນ ແລະ ທິມງານວິຊາການແພດທີ່ມີຄວາມພ້ອມ ເພື່ອຮັບມືຕໍ່ການລະບາດຂອງພະຍາດດັ່ງກ່າວ, ຖ້າພົບເປັນກໍລະນີສົງໄສ ຕ້ອງເອົາໃຈໃສ່ແກ້ໄຂຢ່າງທັນການ ແລະ ລາຍງານຕໍ່ຂັ້ນເທິງ ເພື່ອຮັບຊາບ ແລະ ມີທິດຊີ້ນໍາໃນການສືບຕໍ່ແກ້ໄຂໂດຍດ່ວນ.

ມອບໃຫ້ພະແນກສາທາລະນະສຸກແຂວງ, ກອງບັນຊາການ ປກສ ແຂວງ ແລະ ພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ແຕ່ງຕັ້ງທີມງານວິຊາການ ລົງກວດກາຢູ່ບັນດາ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ບັນເທິງ, ບໍລິສັດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ຫົວຫນ່ວຍຜູ້ປະກອບການທີ່ນໍາໃຊ້ແຮງງານລາວ ແລະ ແຮງງານຕ່າງປະເທດ ເປັນປົກກະຕິ 3 ວັນຕໍ່ຕັ້ງຕໍ່ສະຖານທີ່ນັ້ນ ເພື່ອຮັບປະກັນບໍ່ໃຫ້ມີການຕິດເຊື້ອພະຍາດດັ່ງກ່າວ ແລະ ຖືເອົາພະແນກສາທາລະນະສຸກເປັນກອງເລຂາໃນການຕິດຕາມການລະບາດພະຍາດດັ່ງກ່າວ.

ມອບໃຫ້ອົງການປົກຄອງເມືອງ ແຕ່ງຕັ້ງທີມງານ ເພື່ອໄປສຶກສາອົບຮົມພໍ່ແມ່ປະຊາຊົນຢູ່ລຽບຕາມຊາຍແດນ ສປຈີນ, ສສ ຫວຽດນາມ ແລະ ຢູ່ຕາມຊາຍແດນຕິດກັບບັນດາແຂວງ ໃຫ້ຮັບຮູ້ເຂົ້າໃຈເຖິງການລະບາດ ແລະ ຄວາມອັນຕະລາຍຂອງພະຍາດ COVID-19; ມອບໃຫ້ພະແນກສາທາລະນະສຸກແຂວງ ປະສານສົມທົບກັບພະແນກການຕ່າງປະເທດແຂວງ ເພື່ອປະສານແລກປ່ຽນບົດຮຽນ ການປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບກັບພະຍາດ COVID-10 ກັບນະຄອນພູເອີ້ ແລະ ກິ່ງແຂວງສິບສອງພັນນາ ແຫ່ງ ສປຈີນ; ມອບໃຫ້ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍຄຳສັ່ງສະບັບນີ້ ຜ່ານທາງໂທລະໂຄ່ງ, ວິທະຍຸ ຫຼື ສື່ອອນລາຍ ໃຫ້ທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນຮັບຮູ້ຢ່າງທົ່ວເທິງ.

ພ້ອມນີ້, ຍັງມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ອອກແຈ້ງການໃຫ້ບັນດາໂຮງຮຽນແຫ່ງຕ່າງໆ ໃນທົ່ວ ແຂວງ ເປັນເຈົ້າການໃນການຕິດຕາມກວດນັກຮຽນຂອງຕົນຢ່າງໃກ້ຊິດ, ຖ້າກໍລະນີໂຮງຮຽນໃດພົບເຫັນຜູ້ ອາການສົງໄສເຂົ້າກັບນິຍາມຂອງພະຍາດ COVID-19 ແມ່ນຈະໄດ້ນໍາສົ່ງໄປໂຮງຫມໍຢ່າງຮີບດ່ວນ ເພື່ອ ຕິດຕາມ ແລະ ກວດຫາເຊື້ອພະຍາດ COVID-19 ຫຼື ໂຮງຮຽນໃດມີການລະບາດເກີດຂຶ້ນຕ້ອງໄດ້ມີການໂຈະການຮຽນການສອນຊົ່ວຄາວ ຈົນກວ່າສະພາບສະຫງົບຈຶ່ງເຂົ້າຮຽນຕໍ່.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວແຂວງຜົ້ງສາລີ ຈົ່ງມີສະຕິລະມັດລະວັງ ເປັນເຈົ້າຕົນເອງ ປ້ອງກັນຕໍ່ການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສານພັນໃໝ່ ໂຄວິດ-19 ເອົາໃຈໃສ່ຕິດຕາມແລະ ຮ່ວມມືປະຕິບັດຕາມວິທີການ, ມາດຕະການ ທີ່ທາງຄະນະສະເພາະກິດຂອງລັດຖະບານ ກໍ່ຄືຄະນະສະ ເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ປະກາດອອກໃນແຕ່ລະໄລຍະ.