ຜົ້ງສາລີ ສັ່ງໂຈະທຸກງານສັງສັນ, ງານດອງ ແລະ ງານສະຫຼອງສຳຄັນຂອງຊາດ ປ້ອງກັນໂຄວິດ

364

ປັດຈຸບັນ ສະພາບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມໃນແຕ່ລະວັນ, ເຊິ່ງທາງອົງການອະນາໄມໂລກໄດ້ປະເມີນວ່າພະຍາດ COVID-19 ແມ່ນມີຄວາມສ່ຽງສຸດທີ່ຈະແຜ່ລະບາດໄປທົ່ວໂລກ. ສະນັ້ນ, ເພື່ອຮັບປະກັນການກັນ ແລະ ຄວບຄຸມ ບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ລະບາດ COVID-19 ຢູ່ແຂວງຜົ້ງສາລີ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຈຶ່ງອອກແຈ້ງການຢຸດໂຈະຊົ່ວຄາວ ງານສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ ແລະ ງານບຸນຕ່າງໆ ທີ່ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍ.

ອີງຕາມແຈ້ງການຂອງ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ແຂວງຜົ້ງສາລີ ສະບັບເລກທີ 0252/ຈຂ.ສພກ.ຜລ ລົງວັນທີ 16 ມີນາ 2020 ເຖິງ ບັນດາທ່ານຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ອົງການແນວລາວສ້າງຊາດ, ເລຂາທິການສະພາປະຊາຊົນ, ກອງບັນຊາການ ປກຊ-ປກສ, ເຈົ້າເມືອງ 7 ເມືອງ, ສາຂາວິສາຫະກິດ, ຜູ້ປະກອບການຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຜົ້ງສາລີ ໃຫ້ປະຕິບັດມາດຕະການປ້ອງກັນ, ຕ້ານ, ຄວບຄຸມ ແລະ ໂຕ້ຕອບການລະບາດ ຂອງເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຢູ່ແຂວງຜົ້ງສາລີຢ່າງເຂັ້ມງວດ.

ເຊິ່ງໃນເນື້ອໃນແຈ້ງການລະບຸວ່າ: ການຈັດງານສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ, ກຸດສົງການປີໃໝ່ລາວ ທີ່ມີຄົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍນັ້ນ ໃຫ້ໂຈະຊົ່ວຄາວ ຫຼື ເລື່ອນການຈັດງານອອກໄປກ່ອນ ຕາມການຊີ້ນໍາ ຂອງສູນກາງພັກ ແລະ ລັດຖະບານ, ແຕ່ການກະກຽມແມ່ນໃຫ້ສືບຕໍ່ກະກຽມ ເປັນຕົ້ນແມ່ນດ້ານເນື້ອໃນ, ການປັກທຸງຊາດ, ທຸງພັກ, ທຸງທິວ ແລະ ການປະຕິບັດຕາມຮີດຄອງປະເພນີ.

ໃຫ້ທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ສ່ວນບຸກຄົນໂຈະ ຫຼື ເລື່ອນການຈັດງານປະເພນີ, ງານດອງ, ງານສັງສັນ, ການປະຊຸມທາງການ, ການຈັດຕະຫຼາດນັດ ແລະ ກິດຈະກໍາອື່ນໆ ທີ່ມີຈໍານວນຄົນເຂົ້າຮ່ວມຫຼາຍ ລວມທັງການຈັດການແຂ່ງຂັນກິລາປະເພດຕ່າງໆອອກໄປ, ຖ້າກໍລະນີມີຄວາມຈໍາເປັນຈະຕ້ອງເຮັດ ເຈົ້າພາບຕ້ອງປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອເຊັ່ນ: ສະແກນອຸນຫະພູມ, ຖ້າພົບເຫັນຜູ້ໃດ ມີອາການໄຂ້, ໄອ ຫຼື ຫາຍໃຈຍາກ ທີ່ເຂົ້ານິຍາມ ຂອງພະຍາດ COVID-19 ແມ່ນບໍ່ອະນຸຍາດໃຫ້ເຂົ້າຮ່ວມງານຢ່າງເດັດຂາດ.

ໂດຍມອບໃຫ້ບັນດາເຈົ້າຂອງກິດຈະການບໍລິການຕ່າງໆ ເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ບັນເທິງ, ບໍລິສັດທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ ຕ້ອງໄດ້ມີພະນັກງານກວດກາ ຜູ້ຄົນເຂົ້າມາພັກເຊົາ, ມາໃຊ້ບໍລິການ ຫຼື ເຂົ້າມາທ່ອງທ່ຽວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ, ຖ້າພົບເຫັນກໍລະນີສົງໄສ ແມ່ນຕ້ອງລາຍງານໃຫ້ພະແນກສາທາລະນະສຸກແຂວງໂດຍດ່ວນ.

ໃຫ້ບັນດາພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາບ ແລະ ພໍ່ແມ່ປະຊາຊົນຊາວແຂວງຜົ້ງສາລີ ຈົ່ງພ້ອມກັນຍຸດຕິຊົ່ວຄາວໃນການເຂົ້າຮ່ວມຊຸມແຊວ, ເຂົ້າຮ້ານອາຫານແບບເປັນຈໍານວນຄົນຫຼາຍ, ຫຼີກລ່ຽງການສໍາຜັດໃນການຈັບມື ຫຼື ກອດກັນ ໃຫ້ໃຊ້ເປັນການນົບ ເພື່ອເປັນການທັກທາຍສະບາຍດີກັນ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວແຂວງຜົ້ງສາລີ ຈົ່ງມີສະຕິລະມັດລະວັງ ເປັນເຈົ້າຕົນເອງ ປ້ອງກັນຕໍ່ການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ເອົາໃຈໃສ່ຕິດຕາມ ແລະ ຮ່ວມມືປະຕິບັດຕາມວິທີການ, ມາດຕະການ ທີ່ທາງຄະນະສະເພາະກິດຂອງລັດຖະບານ ກໍ່ຄືຄະນະສະ ເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ປະກາດອອກໃນແຕ່ລະໄລຍະ.