ນາຍົກລົງເອງ ຕິດຕາມການເຝົ້າລະວັງ ການແພ່ລະບາດພະຍາດໂຄວິດ-19 ຢູ່ຂົວມິດຕະພາບລາວ-ໄທ1

113

ເນື່ອງຈາກສະຖານະການ ການແພ່ລະບາດຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຮກສາຍພັນໃໝ່ ໂຄວິດ-19 ໄດ້ແພ່ຂະຫຍາຍເປັນວົງກວ້າງໃນຫຼາຍປະເທດ ສົ່ງຜົນໃຫ້ບັນດາປະເທດຕ່າງໆ ໄດ້ເພີ່ມມາດຕະການເຝົ້າລະວັງ, ຄວບຄຸມຢ່າງໃກ້ຊິດ. ຂະນະທີ່ ສປປ ລາວເອງ ກໍ່ໄດ້ມີການເພີ່ມມາດຕະການຢ່າງເຂັ້ມງວດ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນເຊື້ອພະຍາດດັ່ງກ່າວຢູ່ບັນດາເຂດຊາຍແດນ ທີ່ຕິດຈອດກັບປະເທດທີ່ມີການແພ່ເຊື້ອຂອງພະຍາດໂຄວິດ-19.

ຫຼ້າສຸດ,  ໃນວັນທີ 16 ມີນາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຢູ່ນະຄອນຫຼວງວຽງຈັນ ບໍ່ໃຫ້ແພ່ລາມສູ່ ສປປ ລາວ.

ໃນໂອກາດດັ່ງກ່າວ ທ່ານ ພັນເອກ.ປອ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ1 ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການຕ້ານ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໂດຍທ່ານໄດ້ຢືນຢັນວ່າ ໄດ້ໃຊ້ມາດຕະການຢ່າງເຄັ່ງຂັດ ໃນການກວດກາຄົນເຂົ້າ-ອອກ ເມືອງ ແລະ ອື່ນໆ.

ທີ່ມາ: ຂ່າວສານປະເທດລາວ