ສະມູດຕີ້ແອລມອນ ຊ່ວຍເພີ່ມພະລັງງານໃນການເຮັດວຽກ

62

ມາເພີ່ມພະລັງງານໃຫ້ກັບຕົນເອງລະຫວ່າງວັນໃນມື້ເຮັດວຽກ ດ້ວຍເຄື່ອງດື່ມສະມູດຕີ້ ທີ່ໄດ້ປະໂຫຍດຈາກແອລມອນ ແລະ ໝາກກ້ວຍດ້ວຍວິທີເຮັດທີ່ງ່າຍໆແຖມບໍ່ຕ້ອງໃຊ້ເວລາຫຼາຍອີກດ້ວຍ, ສາມາດເຮັດກິນເປັນອາຫານເຊົ້າ ຫຼື ຕອນບ່າຍກໍໄດ້.

ສ່ວນປະສົມ: ແອລມອນ 1/2 ຖ້ວຍນ້ອຍ ຫຼື ຈະໃຊ້ເປັນນົມແອລມອນແທນກໍໄດ້; ຜົງໂກໂກ້ 2 ບ່ວງແກງ; ໝາກກ້ວຍຫອມແຊ່ແຂງ 2 ໜ່ວຍ; ນ້ຳເຜິ້ງ 1 ບ່ວງແກງ ແລະ ນ້ຳກ້ອນ 1 ຈອກນ້ອຍ.

ວິທີປຸງແຕ່ງ: ນຳໝາກກ້ວຍແຊ່ແຂງ, ຜົງໂກໂກ້, ແອລມອນ, ນ້ຳເຜິ້ງ ແລະ ນ້ຳກ້ອນໃສ່ເຄື່ອງປັ່ນໆໃຫ້ລະອຽດຈົນເປັນເນື້ອດຽວກັນ. ຈາກນັ້ນ, ຖອກໃສ່ຈອກແຕ່ງຈອກດ້ວຍໝາກກ້ວຍ ຫຼື ຜົງໂກໂກ້ເລັກໜ້ອຍເທົ່ານີ້ກໍພ້ອມເສີບແລ້ວ.

( ຂໍ້ມູນຈາກ: sweet-ashoney.co )