ຫຼວງພະບາງມອບເງິນ 20 ພັນໂດລາ ຊ່ວຍເຫຼືອ ສປ ຈີນ ຕ້ານໂຄວິດ – 19

116

ທ້າຍອາທິດຜ່ານມາ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ນຳເງິນ 20.000 ໂດລາ ມອບໃຫ້ ທ່ານ ລີຈື່ກົ່ງ ຫົວໜ້າກົງສຸນ ສປ ຈີນ ປະຈຳພາກເໜືອ ເພື່ອນຳໄປຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກເຊື້ອພະຍາດໂຄວິດ – 19 ທີ່ແຜ່ລະບາດໃນປະເທດຈີນ, ອັນເປັນການສະແດງເຖິງຄວາມຮັກແພງ, ຄວາມເປັນຫ່ວງເປັນໄຍ ແລະ ສາຍພົວພັນລະຫວ່າງສອງປະເທດ ລາວ – ຈີນ.

ໂອກາດນີ້ ທ່ານຫົວໜ້າກົງສຸນຈີນ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານເຈົ້າ ແຂວງ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນສະພາບການລະບາດຂອງເຊື້ອພະຍາດໂຄວິດ – 19 ຢູ່ພາຍໃນປະເທດຈີນ ແລະ ທົ່ວໂລກ ເຊິ່ງ ສປ ຈີນ ຍັງມີ ຄວາມເຊື່ອໝັ້ນວ່າຈະຟື້ນຟູທຸກຢ່າງໃຫ້ເຂົ້າສູ່ປົກກະຕິ ພາຍຫຼັງລັດຖະບານຈີນ ໄດ້ສຸມໃສ່ແກ້ໄຂບັນຫາຢ່າງຈິງຈັງ ເຮັດໃຫ້ສະພາບການລະບາດພະຍາດດັ່ງກ່າວຫຼຸດລົງ.

ຈາກນັ້ນ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ ຫຼວງພະບາງ ກໍໄດ້ສະແດງຄວາມເສຍໃຈຕໍ່ປະຊາຊົນ ແລະ ຄອບຄົວທີ່ກຳລັງປະສົບກັບເຄາະຮ້າຍຈາກພະຍາດໂຄວິດ – 19 ແລະ ຜູ້ທີ່ສູນເສຍສະມາຊິກໃນຄອບຄົວໄປ. ສຳລັບແຂວງຫຼວງພະບາງ ກໍໄດ້ສຸມໃສ່ເຝົ້າລະວັງ, ຕິດຕາມກວດກາຄົນທີ່ຕິດເຊື້ອທີ່ຈະຜ່ານເຂົ້າ – ອອກພາຍໃນແຂວງຫຼວງພະບາງຢ່າງເຄັ່ງຄັດ.

[ ຂ່າວ: ເພັດສາຄອນ ]